
ທ່ານ ຄຳສີ ຈັນທະວີທອງ ຜູ້ອຳນວຍການລັດວິສາຫະກິດໂຮງພິມນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດວັນທີ 25 ພຶດສະພາ 2020 ວ່າ: ລັດວິສາຫະກິດໂຮງພິມ ນວ ສ້າງຕັ້ງປີ 1975 ເບື້ອງຕົ້ນໄດ້ດຳເນີນທຸລະກິດແບບບໍລິຫານເກື້ອກູນ ພາຫະນະການຜະລິດກໍຫຼ້າສະໄໝ ພິມໄດ້ແຕ່ຂາວດຳ ບໍ່ສາມາດພິມສີໄດ້ ແລະ ມີຫຼາຍສິ່ງພິມບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງລູກຄ້າໄດ້ ຈົນມາເຖິງປີ 1987 ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງພັກ ແລະ ລັດຖະບານໄລຍະໃໝ່ ຈຶ່ງໄດ້ຫັນໄປສູ່ກົນໄກໄລ່ລຽງທຸລະກິດແບບກຸ້ມຕົນເອງຮອບດ້ານ.

ລັດວິສາຫະກິດໂຮງພິມ ນວ ມີພາລະບົດບາດ ແລະ ໜ້າທີ່ຕົ້ນຕໍຮັບໃຊ້ໜ້າທີ່ການເມືອງຂອງພັກ ເປັນຕົ້ນນັບແຕ່ມື້ສ້າງຕັ້ງຂຶ້ນມາຈຸດປະສົງເປົ້າໝາຍແມ່ນພິມໜັງສືພິມວຽງຈັນໃໝ່ (ໜັງສືພິມລາຍວັນ) ເຊິ່ງເປັນປາກກະບອກສຽງຂອງອົງຄະນະພັກ ນວ ເປັນເຄື່ອງມືໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກລົງສູ່ມະຫາຊົນ ແລະ ການຈັດຕັ້ງຮາກຖານຂອງພັກ ນອກນັ້ນ ຍັງບໍລິການຮັບພິມສິ່ງພິມທຸກຊະນິດຮັບໃຊ້ສຳນັກງານອົງການຂອງລັດ ແລະ ຮັບໃຊ້ສັງຄົມທົ່ວໄປ ຄຽງຄູ່ກັບການເຮັດໜ້າທີ່ການເມືອງດັ່ງກ່າວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ໃຊ້ບໍລິການນັບມື້ນັບສູງ ເປັນຕົ້ນດ້ານຄຸນນະພາບ ຄວາມຈົບງາມ ແລະ ກຳນົດເວລາໃຫ້ວ່ອງໄວຂຶ້ນ ພາຍໃນໂຮງພິມກໍໄດ້ມີການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ເປັນຕົ້ນພວກເຮົາມີພາຫະນະການຜະລິດທີ່ທັນສະໄໝຄົບວົງຈອນ ມີຖັນແຖວພະນັກງານ-ກຳມະກອນທີ່ຊຳນານງານ ເຮັດວຽກມີປະສິດທິຜົນສູງ ທຸລະກິດມີການຄົງຕົວ ແລະ ຂະຫຍາຍຕົວ ປະຕິບັດພັນທະອາກອນໃຫ້ລັດເປັນປົກກະຕິ ຊີວິດການເປັນຢູ່ພະນັກງານ-ກຳມະກອນໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ເປັນການປະກອບສ່ວນອັນສຳຄັນ ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ ກໍຄືການພັດທະນາເສດຖະກິດຂອງປະເທດເຮົາ.

ຕະຫຼອດໄລຍະຫຼາຍປີທີ່ຜ່ານມາ ຍ້ອນວ່າມີຜົນງານດີເດັ່ນປີ 2005 ໄດ້ຮັບລາງວັນໂລ້ຄຳຈາກອົງການ Bid (ອົງການທຸລະກິດສາກົນ) ພິທີມອບຮັບໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ແລະ ປີ 2011 ໄດ້ຮັບລາງວັນໂລ້ຄຳຂາວຈາກອົງດານດັ່ງກ່າວ ພິທີມອບຮັບໄດ້ຈັດຂຶ້ນຢູ່ນະຄອນນິວຢອກ ປະເທດສະຫະລັດອາເມຣິກາ ແລະ ການທີ່ໂຮງພິມໄດ້ຮັບໂລ້ລາງວັນອັນຊົງກຽດຂອງສາກົນ ເປັນການຢັ້ງຢືນວ່າໂຮງພິມ ນວ ເປັນໂຮງພິມທີ່ມີຄຸນນະພາບໄດ້ມາດຕະຖານ ແລະ ໄດ້ຮັບການຮອງຮັບຈາກສາກົນ ອັນເປັນການປະກອບສ່ວນສ້າງຊື່ສຽງໃຫ້ປະເທດຊາດ ໂດຍສະເພາະສ້າງຊື່ສຽງໃຫ້ວົງການການພິມ.

ສຳລັບການບໍລິການພິມ ນອກຈາກພິມໜັງສືພິມວຽງຈັນໃໝ່ແລ້ວ ຍັງພິມວາລະສານ ໜັງສືພິມລາຍສັບປະດາ ລາຍເດືອນ ເອກະສານການເມືອງ-ການຕ່າງປະເທດຂອງພັກ-ລັດ ເອກະສານກ່ຽວກັບການເງິນ ການທະນາຄານ ແລະ ສິ່ງພິມຂອງບໍລິສັດ ຫ້າງຮ້ານ ໂຮງຈັກໂຮງງານເຊັ່ນ: ປະຕິທິນ ໂປສເຕີ ແຜ່ນພັບ ປຶ້ມຂຽນ ປຶ້ມບັນທຶກ ປຶ້ມອ່ານ ບັດເຊີນ ນາມບັດ ໃບຍ້ອງຍໍ ໃບຊົມເຊີຍ ກັບຢາ ສະຫຼາກຢາ ສະຕິກເກີ ໃບບົງ-ໃບບິນ ໃບຢັ້ງຢືນ ກາບໃບປະກາດຈົບຊັ້ນຂອງນັກຮຽນ ນັກສຶກສາ ຊອງຂະໜາດໃຫຍ່ສຳລັບໂຮງໝໍ ແລະ ງານການພິມທຸກຊະນິດ ເຊິ່ງຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ ໄດ້ຮັບຄວາມນິຍົມຊົມຊອບ ແລະ ໄວ້ວາງໃຈຈາກຜູ້ຊົມໃຊ້ບໍລິການຢ່າງກວ້າງຂວາງຢູ່ ນວ ແລະ ຕ່າງແຂວງທົ່ວປະເທດ.

ຕົກມາເຖິງຕົ້ນປີ 2020 ຍ້ອນສະພາບພະຍາດໂຄວິດ-19 ໄດ້ລະບາດຂຶ້ນຢູ່ປະເທດເຮົາ ແລະ ບັນດາປະເທດໃກ້ຄຽງໄດ້ສົ່ງຜົນກະທົບຕໍ່ການດຳເນີນທຸລະກິດຂອງພວກເຮົາຢ່າງໜັກໜ່ວງໄລຍະກັກຕົວ ເດືອນເມສາບໍ່ມີໜັງສືພິມ ບໍ່ມີລູກຄ້າ ແລະ ບໍ່ມີລາຍຮັບ ແຖມຍັງໄດ້ຈ່າຍເງິນເດືອນຊົດເຊີຍໃຫ້ພະນັກງານ-ກຳມະກອນອີກ ພໍມາເຖິງເດືອນພຶດສະພາ ເຖິງວ່າປະເທດເຮົາສະກັດກັ້ນພະຍາດໂຄວິດ-19 ໄດ້ແລ້ວກໍຕາມ ສະພາບການກໍຍັງບໍ່ທັນເຂົ້າສູ່ຄວາມເປັນປົກກະຕິ ການເຄື່ອນໄຫວທຸກຢ່າງແມ່ນໄດ້ເລີ່ມຕົ້ນໃໝ່ ຜູ້ຊົມໃຊ້ບໍລິການທັງເກົ່າ ແລະ ໃໝ່ກໍຄ່ອຍໆເພີ່ມຂຶ້ນ ໄປຄຽງຄູ່ກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງພັກ ແລະ ລັດຖະບານ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ໃນຊຸມປີຕໍ່ໜ້ານີ້ ຈະສືບຕໍ່ປັບປຸງພາຫະນະການຜະລິດ ກໍ່ສ້າງຖັນແຖວພະນັກງານ-ກຳມະກອນ ດັດແປງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ເພື່ອຫັນໄປສູ່ຄວາມທັນສະໄໝ ວ່ອງໄວ ແລະ ເປັນທີ່ເພິ່ງພໍໃຈຂອງຜູ້ຊົມໃຊ້ບໍລິການ.

ໂອກາດນີ້ ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງມາຍັງບັນດາລູກຄ້າທີ່ມາໃຊ້ບໍລິການນັບທັງພາກລັດ ແລະ ເອກະຊົນທີ່ໃຫ້ຄວາມໄວ້ວາງໃຈ ເລືອກໃຊ້ບໍລິການ ແລະ ຊຸກຍູ້ສົ່ງເສີມທຸລະກິດຂອງພວກເຮົາຕະຫຼອດມາ ຫວັງວ່າບັນດາທ່ານຈະສືບຕໍ່ອູ້ມຊູຊ່ວຍເຫຼືອພວກເຮົາຕະຫຼອດໄປ ພວກເຮົາພ້ອມແລ້ວຈະຮັບໃຊ້ທ່ານດ້ວຍນ້ຳໃຈ ແລະ ລາຄາເປັນກັນເອງ.



# ຂ່າວ & ພາບ: ສົມສະຫວັນ