ສະພາບທຸລະກິດທ່ອງທ່ຽວ ແລະ ການບິນຂອງເອີຣົບ ອາດມີການປ່ຽນແປງ ຫຼັງໂຄວິດ-19

ເມື່ອ​ວັນ​ທີ 11 ພຶດ­ສະ­ພາ​ທີ່​ຜ່ານ​ມາ ລັດ­ຖະ­ບານ​ອັງ­ກິດ ໄດ້​ຢືນ­ຢັນ​ເລື່ອງ​ແຜນ­ທີ່​ຈະ​ກຳ­ນົດ​ໃຫ້​ຜູ້​ເດີນ­ທາງ​ເຂົ້າ​ປະ­ເທດ​ທຸກ​ຄົນ ຊຶ່ງ​ລວມ​ເຖິງ​ນັກ​ທ່ອງ​ທ່ຽວ​ທີ່​ເດີນ­ທາງ​ກັບ​ປະ­ເທດ ຫຼື ຜູ້​ເດີນ­ທາງ​ເຂົ້າ​ໄປ​ເຮັດ​ທຸ­ລະ​ກິດ​ໃນ​ອັງ­ກິດ ຕ້ອງ​ກັກ​ຕົວ​ເອງ​ເປັນ​ເວ­ລາ 14 ວັນ.

ໂດຍ​ຕັ້ງ­ແຕ່​ເດືອນ​ໜ້າ​ເປັນ­ຕົ້ນ​ໄປ ທຸກ​ຄົນ​ຊຶ່ງ​ເດີນ­ທາງ​ໄປ​ຍັງ​ອັງ­ກິດ​ຈະ​ຕ້ອງ​ແຈ້ງ​ທີ່­ຢູ່​ສຳ­ລັບ​ການ​ກັກ​ຕົວ​ເອງ​ຕໍ່​ເຈົ້າ​ໜ້າ­ທີ່ ແລະ ອາດ​ຖືກ​ປັບ​ໃໝ​ສູງ​ເຖິງ 11 ລ້ານ​ກວ່າ​ກີບ ຫາກ​ຝ່າ­ຝືນ​ກົດ​ເລື່ອງ​ນີ້.

ແຕ່ Airline UK ສະ­ມາ­ຄົມ​ຊຶ່ງ​ເປັນ​ຕົວ​ແທນ​ສາຍ​ການ­ບິນ​ຂອງ​ອັງ­ກິດ ໄດ້​ຄັດ­ຄ້ານ​ເລື່ອງ​ນີ້ ໂດຍ​ຊີ້​ແຈງ​ວ່າ​ມາດ​ຕະ­ການ​ດັ່ງ­ກ່າວ ຈະ​ທຳ​ລາຍ­ການ​ເດີນ­ທາງ​ລະ­ຫວ່າງ​ປະ­ເທດ ທັງ​ທີ່​ອອກ​ຈາກ ແລະ ໄປ​ສູ່​ອັງ­ກິດ​ໂດຍ​ສິ້ນ​ເຊິງ ແລະ ຈະ​ສ້າງ​ຄວາມ​ເສຍ​ຫາຍ​ທີ່​ບໍ່​ອາດ​ປະ​ເມີນ​ຄ່າ​ໄດ້​ຕໍ່​ອຸດ­ສາ­ຫະ­ກຳ​ການ­ບິນ ລວມ​ທັງ​ຕໍ່​ເສດ­ຖະ­ກິດ​ຂອງ​ອັງ­ກິດ​ໂດຍ​ສ່ວນ​ລວມ​ດ້ວຍ.

ສະ­ມາ­ຄົມ Airline UK ເຕືອນ​ດ້ວຍ​ວ່າ ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ໂອ­ກາດ​ການ​ຟື້ນ​ຕົວ​ຂອງ​ອຸດ­ສາ­ຫະ­ກຳ​ການ­ບິນ​ຂອງ​ອັງ­ກິດ​ເກີດ​ຂຶ້ນ​ບໍ່​ໄດ້​ເລີຍ.

ເມື່ອ​ເດືອນ​ມີ­ນາ​ຜ່ານ​ມາ Flybe ສາຍ​ການ­ບິນ​ໃນ​ປະ­ເທດ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ອັງ­ກິດ ຕ້ອງ​ປະ­ກາດ​ລົ້ມ​ລະ­ລາຍ ແລະ ຂະ­ນະ​ນີ້ ສາຍ​ການ­ບິນ Virgin Atlantic ຂອງ​ເຊີ​ຣິ​ຊາຣ໌ດ ແບຣນ​ສັນ ກໍ​ກຳ­ລັງ​ຂໍ​ຄວາມ​ຊ່ວຍ­ເຫຼືອ​ຈາກ​ລັດ­ຖະ­ບານ​ອັງ­ກິດ ແລະ ຈາກ​ນັກ​ລົງ­ທຶນ​ຢູ່ ສ່ວນ British Airways ກໍ​ມີ​ແຜນ​ຈະ​ຫຼຸດ​ພະ­ນັກ­ງານ​ລົງ​ກວ່າ 25% ເຊັ່ນ​ກັນ.

ຢ່າງ­ໃດ​ກໍ​ຕາມ ບັນ­ຫາ​ຈາກ​ໂຣກ​ຕິດ­ຕໍ່​ໂຄ​ວິດ-19 ຊຶ່ງ​ສົ່ງ​ຜົນ​ຕໍ່​ການ​ເດີນ­ທາງ ແລະ ທຸ­ລະ​ກິດ​ການ­ບິນ​ນັ້ນ ບໍ່​ໄດ້​ຈຳ­ກັດ​ຢູ່​ສະ­ເພາະ​ໃນ​ອັງ­ກິດ​ເທົ່າ​ນັ້ນ ເພາະ Lufthansa ສາຍ​ການ­ບິນ​ໃຫຍ່​ທີ່​ສຸດ​ຂອງ​ເອີ​ຣົບ ກໍ​ກຳ­ລັງ​ຮ້ອງ​ຂໍ​ຄວາມ​ຊ່ວຍ­ເຫຼືອ​ຈາກ​ລັດ­ຖະ­ບານ ເພື່ອ​ບໍ່​ໃຫ້​ຕ້ອງ​ລົ້ມ​ລະ­ລາຍ ແລະ Airfrance-KLM ຫາ​ກໍ​ໄດ້​ຮັບ​ການ​ຄ້ຳ­ປະ­ກັນ​ເງິນ​ກູ້​ຈາກ​ລັດ­ຖະ­ບານ​ຝຣັ່ງ ມູນ​ຄ່າ​ເຖິງ 7,6 ຕື້​ໂດ​ລາ​ສະ­ຫະ­ລັດ​ເຊັ່ນ​ກັນ.

ໃນ​ຂະ­ນະ​ທີ່​ນັກ​ວິ­ເຄາະ​ເຊື່ອ​ວ່າ ອຸດ­ສາ­ຫະ­ກຳ​ການ­ບິນ​ຂອງ​ເອີ​ຣົບ​ຈະ​ຕ້ອງ​ໃຊ້​ເວ­ລາ​ຫຼາຍ​ປີ​ກວ່າ​ຈະ​ຟື້ນ​ຕົວ ແລະ ໄລ­ຍະ​ເວ­ລາ ລວມ​ທັງ​ຂອບ​ເຂດ​ຂອງ​ການ​ຟື້ນ​ຕົວ​ກໍ​ຈະ​ຂຶ້ນ​ຢູ່​ກັບ​ມາດ​ຕະ­ການ​ເລື່ອງ​ການ​ເດີນ­ທາງ​ທີ່​ລັດ­ຖະ­ບານ​ຂອງ​ບາງ​ປະ­ເທດ ເຊັ່ນ: ອັງ­ກິດ​ນຳ​ມາ​ໃຊ້​ວ່າ​ຈະ​ເຂັ້ມ​ງວດ​ພຽງ​ໃດ​ນັ້ນ ຄວາມ​ກັງ­ວົນ​ອີກ​ດ້ານ​ໜຶ່ງ ກໍ​ຄື​ປະ­ເທດ​ຕ່າງໆ​ຂອງ​ເອີ​ຣົບ​ອາດ​ຈະ​ໃຊ້​ມາດ​ຕະ­ການ​ເລື່ອງ​ການ​ເດີນ­ທາງ ຊຶ່ງ​ມີ​ຄວາມ​ເຂັ້ມ​ງວດ ຫຼື ໂຍະ­ຍານ​ບໍ່​ເທົ່າ​ກັນ.

ຕົວ­ຢ່າງ ຫຼາຍ​ປະ­ເທດ​ໃນ​ກຸ່ມ​ປະ­ເທດ​ວີ​ຊ່າ​ເຊງ​ເກ້ນ ບໍ່​ນຳ­ພາ​ຕໍ່​ຄຳ​ຮຽກ­ຮ້ອງ​ຂອງ​ລັດ­ຖະ­ບານ​ກາງ​ສະ­ຫະ­ພາບ​ເອີ​ຣົບ​ທີ່​ເມືອງ​ບຣັສ​ເຊລ ແລະ ກຳ­ນົດ​ເງື່ອນ­ໄຂ​ເລື່ອງ​ການ​ເດີນ­ທາງ​ຂ້າມ​ຊາຍ​ແດນ​ຂອງ​ຕົນ​ເອງ ເປັນ­ຕົ້ນ​ວ່າ ກຸ່ມ​ປະ­ເທດ​ເຂດ​ທະ­ເລ​ບານ​ຕິກ ໄດ້​ປະ­ກາດ​ຈະ​ກັບ​ມາ​ເປີດ​ເສລີ​ເລື່ອງ​ການ​ເດີນ­ທາງ​ຂ້າມ​ຊາຍ​ແດນ​ຊຶ່ງ​ກັນ ແລະ ກັນ ຕັ້ງ­ແຕ່​ວັນ​ທີ 18 ພຶດ­ສະ­ພາ​ນີ້ ສ່ວນ​ໂອ​ຕຣິ​ສ ກໍ​ໄດ້​ຫາ­ລື​ເລື່ອງ​ການ​ເປີດ​ຊາຍ​ແດນ​ກັບ​ສາ­ທາ­ລະ­ນະ​ລັດ​ເຊັກ ແລະ ເຢຍ​ລະ​ມັນ ເປັນ­ຕົ້ນ.

ຄວາມ​ພະ­ຍາ­ຍາມ​ເປີດ​ຊາຍ​ແດນ​ໃນ​ສະ­ເພາະ​ບາງ​ປະ­ເທດ​ນີ້ ເຮັດ​ໃຫ້ Ylva Johansson ເຈົ້າ​ໜ້າ­ທີ່​ຜູ້​ຮັບ­ຜິດ­ຊອບ​ເລື່ອງ​ກິດ­ຈະ­ການ​ພາຍ​ໃນ​ຂອງ​ສະ­ຫະ­ພາບ​ເອີ​ຣົບ ເຕືອນ​ວ່າ​ປະ­ເທດ​ສະ­ມາ­ຊິກ​ສະ­ຫະ­ພາບ​ເອີ​ຣົບ ກຳ­ລັງ​ເລືອກ​ປະ­ຕິ­ບັດ​ຕໍ່​ປະ­ເທດ​ສະ­ມາ­ຊິກ​ລາຍ​ອື່ນ ແລະ ເປັນ​ມາດ​ຕະ­ການ​ທີ່​ຂາດ​ການ​ປະ­ສານ​ງານ ແລະ ບໍ່​ມີ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ສຳ­ລັບ​ສະ­ຫະ­ພາບ​ເອີ​ຣົບ​ດ້ວຍ.

ການ​ປະ­ຕິ­ບັດ​ໃນ​ນະ­ໂຍ­ບາຍ​ເປີດ​ຊາຍ​ແດນ​ລະ­ຫວ່າງ​ປະ­ເທດ​ສະ­ມາ­ຊິກ​ຂອງ​ສະ­ຫະ­ພາບ​ເອີ​ຣົບ ລວມ​ທັງ​ມາດ​ຕະ­ການ​ເພື່ອ​ຄວບ​ຄຸມ​ຜູ້​ເດີນ­ທາງ​ເຂົ້າ​ປະ­ເທດ​ທີ່​ໜັກ​ເບົາ​ບໍ່​ເທົ່າ​ກັນ​ນີ້ ບໍ່​ໄດ້​ຊ່ວຍ​ຕໍ່​ອຸດ­ສາ­ຫະ­ກຳ​ທ່ອງ​ທ່ຽວ ແລະ ອຸດ­ສາ­ຫະ­ກຳ​ການ­ບິນ​ຂອງ​ເອີ​ຣົບ ຊຶ່ງ​ກຳ­ລັງ​ມີ​ບັນ­ຫາ​ໜັກ​ຢູ່​ແລ້ວ​ຢ່າງ​ແນ່­ນອນ.

ທ່ານ Laurent Duc ປະ­ທານ​ສະ​ມາ​ພັນ­ທຸ​ລະ​ກິດ​ໂຮງ­ແຮມ​ຂອງ​ຝຣັ່ງ ເຊື່ອ​ວ່າ​ທຸ­ລະ​ກິດ​ທ່ອງ​ທ່ຽວ​ຂອງ​ເອີ​ຣົບ ຈະ​ຍັງ​ຄົງ​ປັ່ນ​ປ່ວນ​ຕໍ່​ໄປ​ຢ່າງ​ໜ້ອຍ​ອີກ 18 ເດືອນ ແລະ ຫຼາຍ​ຄົນ​ກໍ​ເຊື່ອ​ວ່າ​ທຸ­ລະ​ກິດ​ທ່ອງ​ທ່ຽວ​ຂອງ​ເອີ​ຣົບ ຫຼັງ​ຈາກ​ທີ່​ຟື້ນ​ຕົວ​ຂຶ້ນ​ໄດ້​ແລ້ວ ສະ­ພາບ​ບໍ່​ເໝືອນ​ເດີມ​ອີກ​ຕໍ່​ໄປ ຈາກ​ການ​ທີ່​ສາຍ​ການ­ບິນ​ລາ­ຄາ​ປະ­ຢັດ​ຕ່າງໆ​ຕ້ອງ​ເຊົາ​ກິດ­ຈະ­ການ​ໄປ ແລະ ຈະ​ເຮັດ​ໃຫ້​ໂອ­ກາດ​ການ­ທ່ອງ­ທ່ຽວ​ໃນ​ເອີ​ຣົບ ຖືກ​ຈຳ­ກັດ​ຢູ່​ສະ­ເພາະ​ໃນ​ກຸ່ມ​ຜູ້​ມີ​ຖາ­ນະ​ດີ​ທີ່​ສາ­ມາດ​ຈ່າຍ​ລາ­ຄາ​ແພງ​ໄດ້​ເທົ່າ​ນັ້ນ.

ນັກ​ວິ­ເຄາະ​ດ້ານ​ທຸ­ລະ​ກິດ​ທ່ອງ​ທ່ຽວ​ຄາດ​ວ່າ ອຸດ­ສາ­ຫະ­ກຳ​ທ່ອງ​ທ່ຽວ​ຂອງ​ໂລກ​ປີ​ນີ້​ອາດ​ຕ້ອງ​ຂາດ­ທຶນ​ເຖິງ 1,1 ຕື້​ໂດ​ລາ​ສະ­ຫະ­ລັດ ແລະ ເຊື່ອ​ວ່າ​ຈະ​ເຮັດ​ໃຫ້​ຜູ້​ປະ­ກອບ​ອາ­ຊີບ​ໃນ​ທຸ­ລະ​ກິດ​ທີ່​ກ່ຽວ­ຂ້ອງ​ອື່ນໆ ຕ້ອງ​ຕົກ​ງານ​ເຖິງ​ກວ່າ 100 ລ້ານ​ຄົນ​ດ້ວຍ​ກັນ.

ໂລ​ກະ­ທັດ – ນຳ​ສະ­ເໜີ

error: Content is protected !!