ອົງການປົກຄອງ ນວ ພິຈາລະນາຫຼາຍບັນຫາສຳຄັນ

ກອງ​ປະ­ຊຸມ​ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ 32 ໄດ້​ຮັບ​ຟັງ ປຶກ­ສາ​ຫາ­ລື ແລກ­ປ່ຽນ​ບົດ­ຮຽນ ແລະ ປະ­ກອບ​ຄຳ​ຄິດ​ເຫັນ​ຫຼາຍ​ບັນ­ຫາ​ສຳ­ຄັນ ເຊັ່ນ: ພິ­ຈາ­ລະ­ນາ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ສະ­ພາບ​ພົ້ນ​ເດັ່ນ​ປະ­ຈຳ​ເດືອນ​ພຶດ­ສະ­ພາ ແລະ ແຜນ​ວຽກ​ຈຸດ​ສຸມ​ປະ­ຈຳ​ເດືອນ​ມິ­ຖຸ­ນາ 2020 ແຜນ​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ຜ່ອນ­ຜັນ ມາດ​ຕະ­ການ​ປ້ອງ​ກັນ ຄວບ​ຄຸມ ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ແຕ່​ວັນ​ທີ 18 ພຶດ­ສະ­ພາ-1 ມິ­ຖຸ­ນາ 2020 ຢູ່ ນວ ຕາມ​ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 580/ຫສນຍ ພິ­ຈາ­ລະ­ນາ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ການ​ສະ­ເໜີ​ຂໍ​ການ​ຍ້ອງ­ຍໍ​ຫຼຽນ​ນາມ­ມະ­ຍົດ​ພັດ­ທະ­ນາ​ດີ­ເດັ່ນ​ແຫ່ງ​ຊາດ ໃຫ້​ທ່ານ ແກ່ນ​ຈັນ ພຸດ​ທະ​ວົງ ແລະ ຂໍ​ລາຍ​ງານ​ຜ່ານ​ຮູບ​ແບບ​ໃບ​ນາມ­ມະ­ຍົດ​ພັດ­ທະ­ນາ​ດີ­ເດັ່ນ​ຂອງ ນວ ເພື່ອ​ຈັດ​ພິມ ພິ­ຈາ­ລະ­ນາ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ການ​ສະ­ເໜີ​ຂໍ​ອອກ​ໃບ​ຮັບ­ຮອງ​ຜົນ­ສຳ­ເລັດ​ການ​ຊົດ​ເຊີຍ​ໂຄງ­ການ​ພັດ­ທະ­ນາ​ກວມ​ລວມ​ໄຊ​ເສດ​ຖາ ເພື່ອ​ຢັ້ງ­ຢືນ​ການ​ປະ­ກອບ​ຮຸ້ນ​ຝ່າຍ​ລາວ 25% ໃນ​ໂຄງ­ການ​ພັດ­ທະ­ນາ​ກວມ​ລວມ​ໄຊ​ເຊດ​ຖາ ພິ­ຈາ­ລະ­ນາ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ການ​ຂໍ​ຮັບ­ຮອງ ແລະ ອະ­ນຸ­ມັດ​ອອກ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ກຳ­ນົດ​ຂອບ​ເຂດ ແລະ ຮັບ­ຮອງ​ຫົວ­ໜ່ວຍ​ລາ­ຄາ​ທົດ​ແທນ​ຄ່າ​ເສຍ​ຫາຍ​ໃຫ້​ຜູ້​ຖືກ​ຜົນ​ກະ­ທົບ​ຈາກ​ໂຄງ­ການ​ພັດ­ທະ­ນາ​ທ່າ​ບົກ-ທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຈິ​ສ​ຕິກ ນວ.

ຮັບ​ຟັງ​ການ​ລາຍ​ງານ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ຮ່າງ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ກຳ­ນົດ​ຂອບ​ເຂດ ແລະ ປະ​ເມີນ​ຫົວ­ໜ່ວຍ​ລາ­ຄາ​ທົດ​ແທນ​ຄ່າ​ເສຍ​ຫາຍ ​ຕໍ່​ຜູ້​ຖືກ​ກະ­ທົບ​ຈາກ​ໂຄງ­ການ​ກໍ່­ສ້າງ​ແລວ​ສາຍ​ສົ່ງ​ໄຟ­ຟ້າ​ລາວ ແຕ່​ສະ­ຖາ­ນີ​ນາ​ບົງ ເມືອງ​ປາກ​ງື່ມ-ສະ­ຖາ­ນີ​ດົງ​ໂພ​ສີ ເມືອງ​ຫາດ​ຊາຍ​ຟອງ ນວ ພິ­ຈາ­ລະ­ນາ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ຜົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ​ການ​ກວດ­ກາ​ການ​ອະ­ນຸ­ມັດ​ທີ່​ດິນ​ລັດ​ໃຫ້​ບໍ­ລິ­ສັດ ​ກຣິດ​ຕະ​ພົງ ກຣຸບ ຈຳ­ກັດ ສຳ​ປະ­ທານ​ທີ່​ດິນ​ລັດ ແລະ ການ​ອອກ​ໃບ​ຕາ­ດິນ​ໃຫ້​ທ່ານ ບຸນ​ກອງ ແສງ​ດາ­ລາ ທີ່​ຕັ້ງ​ຢູ່​ບ້ານ​ໜອງ​ຈັນ ເມືອງ​ສີ​ສັດ­ຕະ​ນາກ ນວ (ດິນ​ຕະ­ຫຼາດ​ໜອງ​ຈັນ) ທີ່​ມີ​ຂໍ້​ຂັດ​ແຍ່ງ​ກັນ ແລະ ພິ­ຈາ­ລະ­ນາ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ອົງ­ການ​ປົກ­ຄອງ​ບ້ານ​ສະ­ພັງ​ເມິກ ສະ­ເໜີ​ຂໍ​ທີ່​ດິນ​ໜອງ​ສະ­ພັງ​ເມິກ ເມືອງ​ໄຊ​ທາ­ນີ ມາ​ຄຸ້ມ​ຄອງ​ເປັນ​ດິນ​ລວມ​ບ້ານ.

ກອງ​ປະ­ຊຸມ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 26 ພຶດ­ສະ­ພາ 2020 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ ນວ ມີ​ບັນ­ດາ​ຮອງ​ເຈົ້າ​ຄອງ ນວ ສະ­ມາ­ຊິກ​ອົງ­ການ​ປົກ­ຄອງ ແລະ ພະ­ແນກ­ການ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!