ຕົ້ນໄມ້ໃຫຍ່ 150 ປີ ຖືກພະຍຸພັດລົ້ມຢູ່ວັດອົງຕື້
ຈາກວັນທີ 7 ພຶດສະພາຜ່ານມາ ໄດ້ມີພະຍຸພັດເຂົ້ານະຄອນຫຼວງວຽງຈັນ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ໂດຍສະເພາະຢູ່ເມືອງຫາດຊາຍຟອງ ເຊິ່ງຄວາມເສຍຫາຍດັ່ງກ່າວຍັງບໍ່ສາມາດປະເມີນໄດ້ ແລະ ໃນຕອນຄ່ຳວັນທີ 10 ພຶດສະພາ 2020 ພະຍຸໄດ້ພັດເຂົ້ານະຄອນຫຼວງວຽງຈັນຕື່ມອີກ ເຊິ່ງໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນ ໂດຍສະເພາະແມ່ນວັດອົງຕື້ ໄດ້ມີຕົ້ນໄມ້ໃຫຍ່ລົ້ມລົງມາ.…
ກວດພົບ 6 ຮ້ານບັນເທີງ ແລະ ຮ້ານກິນດື່ມ ທີ່ລະເມີດຄຳສັ່ງເລກທີ 06/ນຍ
ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ສົມທົບກັບທະຫານນະຄອນຫຼວງວຽງຈັນ ອອກກວດກາລາດຕະເວນ ຕາມເສັ້ນທາງຢູ່ນະຄອນຫຼວງວຽງຈັນ ໃນຕອນຄ່ຳວັນທີ 7 ພຶດສະພາ 2020 ແລະ ພົບເຫັນຮ້ານບັນເທີງ ແລະ ຮ້ານກິນດື່ມ 6 ຮ້ານ…
ຂັບຂີ່ຕ້ອງລະວັງ ໃນສະພາບອາກາດມີການປ່ຽນແປງ
ການປ່ຽນແປງຂອງດິນຟ້າອາກາດໃນປັດຈຸບັນ ນັບມື້ຮ້າຍແຮງຂຶ້ນ ເຊິ່ງເກີດເປັນໄພພິບັດ ທີ່ສົ່ງຜົນກະທົບໃສ່ການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດໃນທົ່ວໂລກ ແລະ ສປປ ລາວ ກໍເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບອັນໜຶ່ງ ຈາກການປ່ຽນແປງຂອງສະພາບການດັ່ງກ່າວ ເຖິງແມ່ນວ່າຈະບໍ່ຮ້າຍແຮງເທົ່າກັບຫຼາຍປະເທດ ແຕ່ທຸກເຫດການທີ່ເກີດຂຶ້ນຈາກບັນຫາດັ່ງກ່າວນັ້ນ ແມ່ນສ້າງຄວາມເສຍຫາຍແກ່ຊັບສິນສ່ວນລວມ ຊີວິດ ແລະ ຊັບສິນຂອງປະຊາຊົນ. ເນື່ອງຈາກການປ່ຽນແປງຂອງສະພາບອາກາດ…
ອັນຕະລາຍຈາກເຊື້ອພະຍາດໃນຫ້ອງນ້ຳ
ຖ້າເວົ້າເຖິງເຊື້ອພະຍາດແລ້ວ ເຮົາພົບໄດ້ໃນທຸກໆສະຖານທີ່ ແຕ່ໃນຫ້ອງນ້ຳມີເຊື້ອພະຍາດຮ້າຍແຝງຕົວຢູ່ເປັນຈຳນວນຫຼາຍ ວັນນີ້ຈະບອກເຄັດລັບ ເພື່ອທຸກຄົນຈະໄດ້ປ້ອງກັນຕົນເອງ. ເຊື້ອພະຍາດທີ່ຢູ່ໃນຫ້ອງນ້ຳສ່ວນໃຫຍ່ ເກີດຈາກການປົນເປື້ອນຂອງສິ່ງປະຕິກູນ ເຊັ່ນ: ອຸດຈາລະຮ່ວມກັບຄວາມຊຸ່ມ ສົ່ງຜົນໃຫ້ເຊື້ອພະຍາດສາມາດອາໄສຢູ່ໃນຫ້ອງນ້ຳໄດ້ເປັນເວລາດົນນານ ເນື່ອງຈາກເຊື້ອແບກທີເຣຍ ແລະ ໄວຣັສກໍ່ພະຍາດຕ່າງໆມີຂະໜາດນ້ອຍຫຼາຍ ບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ດັ່ງນັ້ນ ການປະເມີນຄວາມສະອາດຂອງຫ້ອງນ້ຳ…
ຍົກສູງສະຕິລະວັງຕົວ
ອາທິດແລ້ວນີ້ ທີ່ເມືອງນາຮົກ ຈ່າຍົມພິບານໄດ້ຮຽກເອົາບັນດາທະຫານຂອງຕົນ ມາປະຊຸມເປັນການດ່ວນ ທັງອອກຄຳສັ່ງວ່າ “ດຽວນີ້ຢູ່ເມືອງມະນຸດນັ້ນ ໂຄວິດ-19 ພວມລະບາດໜັກທີ່ສຸດ ດັ່ງນັ້ນ ພວກເຈົ້າຕ້ອງມີສະຕິລະວັງສູງ ຢ່າຢູ່ໃກ້ຄົນບາບຈາກເມືອງມະນຸດ ຕ້ອງໃສ່ໜ້າກາກເວລາທໍລະມານພວກເຂົາ ຖ້າອີກ 1 ເດືອນ ຖ້າໂຄວິດ-19…
ສະວິດ ສ້າງຄວາມເຂັ້ມແຂງໃຫ້ລາວໃນການປ້ອງກັນພະຍາດໂຄວິດ-19
ວັນທີ 8 ພຶດສະພາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ Howard Sobel ຮັກສາການຜູ້ຕາງໜ້າອົງການ WHO ປະຈໍາລາວ ແລະ ທ່ານ Jean-François Cuénod…
ວຽງຈັນ ເອັຟຊີ ຈະນຳໃຊ້ນັກກີລາແຂວງຮ່ວມເປບຊີລາວ ລີກ 1
ທ່ານ ພູເງິນ ບົວທອງ ຮອງເລຂາສະຫະພັນບານເຕະແຂວງວຽງຈັນ ທັງເປັນຜູ້ຈັດການທີມຂອງສະໂມສອນວຽງຈັນ ເອັຟຊີ ທີມນ້ອງໃໝ່ ການແຂ່ງຂັນບານເຕະເປບຊີລາວລີກ 1 ປະຈຳປີ 2020 ໄດ້ໃຫ້ສຳພາດວ່າ: ສຳລັບວຽງຈັນເອັຟຊີໃນການແຂ່ງຂັນບານເຕະສາຍ ກ ປະຈຳ…
ລົດຖີບທາງໄກລະດັບໂລກ 2020 ປະກາດເລື່ອນແຂ່ງຂັນ
ຝ່າຍຈັດການແຂ່ງຂັນລົດຖີບທາງໄກ ເກົ່າແກ່ລະດັບໂລກ ລາຍການ ຈີໂຣ້ ດີອີຕາເລຍ (Giro d’Italia) ທີ່ອີຕາລີ ແລະ ລາຍການ ເວວຕ້າ ແອັສປານ້າ (Vuelta a Espana)…
ການແກ້ໄຂບັນຫາລະຫວ່າງຜູ້ຊົມໃຊ້ ກັບຜູ້ສະໜອງ
ມື້ກ່ອນຜູ້ຂຽນໄດ້ຍິບຍົກເອົາເລື່ອງການປົກປ້ອງຜູ້ຊົມໃຊ້ ມາສະເໜີໃຫ້ທ່ານຜູ້ອ່ານໄດ້ຄົ້ນຄິດພິຈາລະນານຳກັນວ່າ ຜ່ານມາການບັງຄັບຈັດຕັ້ງປະຕິບັດ ກົດໝາຍ ສະບັບດັ່ງກ່າວມີຜົນສັກສິດ ໜ້ອຍຫຼາຍພຽງໃດ ເພື່ອໃຫ້ທຸກຄົນໄດ້ມີສ່ວນຮ່ວມໃນການປະກອບສ່ວນ ເຫື່ອແຮງ, ສະຕິປັນຍາ ແລະ ບົດຮຽນທີ່ມີ ເຂົ້າໃນວຽກງານນີ້. ສຳລັບມື້ນີ້ ຈະສືບຕໍ່ນຳສະເໜີບາງບັນຫາ ແລະ…