ETL-STB ຮ່ວມມືດ້ານທຸລະກິດໂທລະຄົມ

ພິທີ​ເຊັນ​ສັນຍາ​ການ​ຮ່ວມ​ມື​ໃຫ້​ບໍລິການ​ ການ​ຊຳລະ​ຄ່າ​ບໍລິການ​ຕ່າງໆຂອງ​ບໍລິສັດ​ ອີ​ທີ​ແອ​​ລ (ETL) ຈັດ​ຂຶ້ນ​ວັນ​ທີ 27 ພຶດສະພາ 2020 ຢູ່​ສຳນັກງານ​ໃຫຍ່​ທະນາຄານ ເອ​​ສ​ທີ (STB) ລະຫວ່າງທ່ານ ຮວງ​ສູ​ຢຸນ ຜູ້ອຳນວຍການ​ໃຫຍ່ ບໍລິສັດ ອີ​ທີ​ແອ​​ລ ຈຳກັດ ແລະ ທ່ານ ຈິ​ຣັດ​ຊະ​ຍຸດ ອຳ​ຍົງ ຜູ້ອຳນວຍການ​ໃຫຍ່ ທະນາຄານ ເອ​​ສ​ທີ ຈຳກັດ ໂດຍ​ມີ​ຜູ້​ບໍລິຫານ​ຂອງ​ທັງ​ສອງ​ຝ່າຍ ພ້ອມ​ຄະນະ ແລະ ບັນດາ​ສື່​ມວນ​ຊົນ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ການ​ຮ່ວມ​ມື​ເຊັນ​ສັນຍາ​ຄັ້ງ​ນີ້ ແມ່ນ​ເພື່ອ​ເປັນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ລູກ​ຄ້າ​ຂອງ​ອີ​ທີ​ແອ​​ລ ແລະ ທະນາຄານ ເອ​​ສ​ທີ ທີ່​ຈະ​ໄດ້​ຮັບ​ການ​ບໍລິການ​ສະດວກ​ສະບາຍ​ຂຶ້ນ ເຊິ່ງ​ການ​ບໍລິການ​ຫຼັກ​ມີ​ຄື: ການ​ຮັບ​ຊຳລະ​ຄ່າ​ບໍລິການ​ໂທລະສັບ​ຕັ້ງ​ໂຕະ ລາຍ​ເດືອນ ອິນ​ເຕີ​ເນັດ ສາຍ​ເຊົ່າ​ພາຍ​ໃນ ແລະ ຕ່າງປະເທດ ພ້ອມ​ດຽວ​ກັນ​ນັ້ນ ລູກ​ຄ້າ​ກໍ​ຍັງ​ສາມາດ​ຕື່ມ​ມູນ​ຄ່າ​ໂທ​ໃຫ້​ເບີ​ຕື່ມ​ເງິນ ໂດຍ​ຜ່ານ​ທຸກ​ຊ່ອງ​ທາງ​ຂອງ​ທະນາຄານ STB ໄດ້​ທຸກ​ສາຂາ​ທົ່ວ​ປະເທດ.

# ຂ່າວ & ພາບ: ສີ​ພອນ

error: Content is protected !!