ຣັດເຊຍ ມອບເຄື່ອງກວດຫາເຊື້ອພະຍາດໂຄວິດ

ພິ­ທີ​ມອບ-ຮັບ​ເຄື່ອງ​ກວດ​ຫາ​ເຊື້ອ​ພະ­ຍາດ COVID-19 ຈັດ​ຂຶ້ນ​ວັນ​ທີ 26 ພຶດ­ສະ­ພາ 2020 ຢູ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເຊິ່ງ​ມອບ​ໂດຍ​ທ່ານ Vladimir Kalinin ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ ສປປ ລາວ ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ມອບ-ຮັບ​ອຸ­ປະ­ກອນ​ການ​ແພດ​ຄັ້ງ​ນີ້ ປະ­ກອບ​ມີ​ເຄື່ອງ​ກວດ​ຫາ​ເຊື້ອ​ພະ­ຍາດ COVID-19 ຈຳ­ນວນ 10 ຊຸດ ສາ­ມາດ​ກວດ​ຫາ​ເຊື້ອ​ພະ­ຍາດ​ໄດ້ 1.000 ຄັ້ງ ແລະ ຜ້າ​ອັດ​ປາກ-ດັງ 10.000 ອັນ ເຊິ່ງ​ເຄື່ອງ​ດັ່ງ­ກ່າວ​ຈະ​ມອບ​ໃຫ້​ສູນ​ວິ­ເຄາະ ແລະ ລະ­ບາດ​ວິ­ທະ­ຍາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເພື່ອ​ນຳ​ໃຊ້​ໃນ​ການ​ວິ­ເຄາະ​ຫາ​ເຊື້ອ​ພະ­ຍາດ COVID-19.

ທ່ານ ບຸນ​ກອງ ສີ​ຫາ​ວົງ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ລັດ­ຖະ­ບານ​ສະ­ຫະ­ພັນ​ຣັດ​ເຊຍ ທີ່​ໄດ້​ສະ­ໜັບ­ສະ­ໜູນ​ອຸ­ປະ­ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ພະ­ຍາດ COVID-19 ແກ່ ສປປ ລາວ ຄັ້ງ​ນີ້ ພ້ອມ​ທັງ​ຢືນ­ຢັນ​ຈະ​ນຳ​ໃຊ້​ອຸ­ປະ­ກອນ​ດັ່ງ­ກ່າວ ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ພະ­ຍາດ​ດັ່ງ­ກ່າວ ໃຫ້​ເກີດ​ປະ­ໂຫຍດ​ສູງ​ສຸດ.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!