ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນປະຈຳວັນທີວັນທີ 27 ພຶດສະພາ 2020 ຢູ່ສູນປະຕິບັດງານຄະນະສະເພາະກິດຄວບຄຸມພະຍາດ COVID-19 ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17:00 ໂມງວັນທີ 26 ພືດສະພາ 2020 ມີຈຳນວນຜູ້ເດີນທາງເຂົ້າມາທັງໝົດ 1.878 ຄົນ ຈຸດຜ່ານດ່ານລາວ-ໄທ ທັງໝົດ 1.222 ຄົນ ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ 11 ຄົນ ເຊິ່ງຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ເຫຼືອນັ້ນແມ່ນຄົນຂັບລົດຂົນສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຈີນມີ 4 ຄົນ ໃນນີ້ ມີແຮງງານຄົນລາວກັບມາຈາກປະເທດຈີນ 1 ຄົນ ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ແລະ ຈຸດຜ່ານດ່ານລາວ-ຫວຽດທັງໝົດ 652 ຄົນ ແມ່ນພະນັກງານຂັບລົດຂົນສົ່ງສິນຄ້າ ໃນທຸກດ່ານແມ່ນໄດ້ກວດແທກອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ສຳລັບການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດວັນທີ 26 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 83 ຄົນ ໃນນັ້ນມີແຮງງານລາວທີ່ກັບມາແຕ່ໄທ 72 ຄົນ ແຮງງານຫວຽດນາມ 6 ຄົນ ກໍລະນີສົງໄສ 1 ຄົນ ແລະ ຄົນເຈັບຕິດເຊື້ອນອນປີ່ນປົວຢູ່ໂຮງໝໍມິດຕະພາບທີ່ເກັບຕົວຢ່າງມາກວດຄືນ 4 ຄົນ ເຊິ່ງຜົນກວດແຮງງານລາວ ແລະ ກໍລະນີສົງໄສທັງໝົດທີ່ກວດວັນຜ່ານມານີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 26 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດວັນທີ 26 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 5.938 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (45 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ສຳລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍິງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ ເຊິ່ງການເກັບຕົວຢ່າງມາກວດຫາເຊື້ອຄືນເຫັນວ່າມີ 2 ຄົນ (ກໍລະນີທີ 16 ແລະ 18) ຜົນກວດບໍ່ພົບເຊື້ອພະຍາດເປັນ 2 ຄັ້ງ ໝາຍຄວາມວ່າຈະໃຫ້ພວກກ່ຽວອອກຈາກໂຮງໝໍ ໄປຈຳກັດບໍລິເວນຢູ່ເຮືອນຈົນກວ່າຈະຄົບ 14 ວັນ ແລ້ວກັບມາກວດຫາເຊື້ອຄືນເປັນໄລຍະຕື່ມອີກ.