ຫຼາຍຄົນກໍຄືຊິຮູ້ດີ ບໍ່ວ່າໃຜກໍຕາມຫາກໄດ້ມີການກະທຳ ໄດ້ມີການເຄື່ອນໄຫວບໍ່ວ່າຈະດ້ວຍການໃຊ້ຄຳເວົ້າທີ່ຫຍາບຄາຍ ການປ້ອຍດ່າທີ່ຮຸນແຮງ ການເຕະ ການຕີ ຫລື ທຸບມ້າງວັດຖຸອຸປະກອນ ເຄື່ອງໃຊ້ຂອງສອຍ ລົດລາພາຫະນະ ສິ່ງກໍ່ສ້າງຂອງບຸກຄົນອື່ນໂດຍບໍ່ຖືກຕ້ອງ ການເຮັດໃຫ້ຜູ້ອືນເສຍຊີວິດຈະໂດຍເຈດຕະນາ ຫຼື ດ້ວຍຄວາມບໍ່ລະມັດລະວັງກໍຕາມ ສິ່ງເກີດຂຶ້ນຍ້ອນການກະທຳຂອງບຸກຄົນນີ້ຕໍ່ບຸກຄົນອື່ນນັ້ນ ເອີ້ນວ່າເປັນຜູ້ມີຄວາມຜິດ ຄວາມຜິດ ຫຼື ການປະພຶດນັ້ນອາດຈະແຕະຕ້ອງເຖິງ ຊື່ສຽງ ກຽດສັກສີ ກຳມະສິດ ຊີວິດ ສຸຂະພາບຂອງຜູ້ຖືກເຄາະຮ້າຍ ຫຼື ຜູ້ໄດ້ຮັບຄວາມເສຍຫາຍ . ສະນັ້ນ ຄວາມເສຍຫາຍ ຈຶ່ງໝາຍເຖິງການເຮັດໃຫ້ຄຸນນະພາບ ແລະ ປະລິມານຂອງຊັບສິ່ງຂອງໃດໜຶ່ງຫຼຸດໜ້ອຍລົງ ຈາກຄຸນນະພາບເດີມ ຫຼື ເຮັດໃຫ້ຊັບສິ່ງຂອງຜູ້ໃດຜູ້ໜຶ່ງໄດ້ຮັບການເປ່ເພ ເສຍຫາຍເຊັ່ນ ລົດເພ ເຮືອນເພ ຮົ້ວເພ ຮ້ານເພ ແລະ ສິ່ງອື່ນໆ. ນອກຈາກນີ້ ຄວາມເສຍຫາຍຍັງພົວພັນເຖິງຊີວິດ ສຸຂະພາບ ຫຼື ຈິດໃຈຂອງຜູ້ຖືກເສຍຫາຍດັ່ງທີ່ກ່າວມານັ້ນ. ດັ່ງນັ້ນ ເມື່ອສັງລວມແລ້ວ ຄວາມເສຍຫາຍຈຶ່ງສາມາດແຍກອອກມາເປັນ 3 ປະເພດຄື: 1. ຄວາມເສຍຫາຍທາງດ້ານວັດຖຸ; 2. ຄວາມເສຍຫາຍທາງດ້ານຊີວິດ ຫຼື ສຸຂະພາບ ແລະ 3. ຄວາມເສຍຫາຍທາງດ້ານຈິດໃຈ.
ຈາກທິດສະດີຂອງກົດໝາຍນັ້ນ ຜູ້ໃດໄດ້ກໍ່ຄວາມເສຍຫາຍ ຜູ້ນັ້ນຕ້ອງໄດ້ຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນ ຫຼື ບາງກໍລະນີກໍອາດຈະມີຄວາມຮັບຜິດຊອບທັງຄວາມເສຍຫາຍ ແລະ ຄ່າປ່ວຍການໄປພ້ອມໆກັນ.
ການໃຊ້ແທນຄ່າເສຍຫາຍ ແມ່ນການທົດແທນເປັນຈຳນວນເງິນ ຫຼື ວັດຖຸສິ່ງຂອງ ຂອງຜູ້ຮັບຜິດຊອບເພື່ອໃຊ້ແທນ ຫຼື ຟື້ນຟູສິດໃຫ້ແກ່ຜູ້ທີ່ໄດ້ຮັບຄວາມເສຍຫາຍ. ການໃຊ້ແທນຄ່າເສຍຫາຍບໍ່ພຽງແຕ່ຄວາມເສຍຫາຍທີ່ເກີດຂຶ້ນຈາກການລະເມີດກົດໝາຍເທົ່ານັ້ນ ຜູ້ກໍ່ຄວາມເສຍຫາຍອາດຈະໃຊ້ແທນຄ່າເສຍຫາຍ ທີ່ເນື່ອງມາຈາກການເຮັດໃຫ້ຜູ້ອື່ນເສຍໂອກາດ ເສຍລາຍໄດ້ ຫຼື ຄ່າປ່ວຍການຕື່ມອີກ.
ຕົວຢ່າງ ທ້າວ ຮີບ ຂັບຂີ່ລົດຈັກດ້ວຍຄວາມໄວແລ້ວໄປຕຳ ທ້າວ ຫຼີກບໍມົ້ມ ເຮັດໃຫ້ຜູ້ກ່ຽວຂາຫັກ ແລະ ລົດເປ່ເພ. ສະນັ້ນ ທ້າວ ຮີບຈະຕ້ອງໄດ້ໃຊ້ແທນຄ່າເສຍຫາຍ ( ຄ່າສ້ອມແປງລົດຈັກ) ແລະ ຄ່າປິ່ນປົວ ທ້າວ ຫຼີກບໍ່ມົ້ມ. ໃນກໍລະນີທ້າວ ຫຼີກບໍ່ມົ້ມຫາກມີອາຊີບ ກຳມະກອນກໍ່ສ້າງ ຫາກິນລາຍວັນ ນອກຈາກໃຊ້ແທນຄ່າເສຍຫາຍ ຄ່າປິ່ນປົວແລ້ວ ຍັງຕ້ອງຈ່າຍຄ່າປ່ວຍການໃຫ້ ທ້າວ ຫຼີກບໍ່ມົ້ມຕື່ມອີກ.
ຄ່າປ່ວຍການໝາຍເຖິງ ຈຳນວນເງິນ ຫຼື ວັດຖຸສິ່ງຂອງ ຂອງຜູ້ຮັບຜິດຊອບ ເພື່ອທົດແທນລາຍໄດ້ຂອງຜູ້ຖືກເສຍຫາຍ ທີ່ຄວນຈະໄດ້ຮັບຈາກວຽກງານ ຫຼື ເວລາທີ່ເສຍໄປ. ດັ່ງນັ້ນ ຖ້າຜູ້ຖືກເສຍຫາຍ ຫຼື ຖືກເຄາະຮ້າຍຫາກມີວຽກເຮັດປົກກະຕິ ແລະ ມີລາຍຮັບເປັນເງິນ ຫຼື ຄ່າແຮງງານເພື່ອລ້ຽງຊີບໃນເວລາທີ່ຜູ້ກ່ຽວໄດ້ຮັບຄວາມເສຍຫາຍ ຊຶ່ງພາໃຫ້ຂາດລາຍໄດ້ ຜູ້ກ່ຽວກໍມີສິດໄດ້ຮັບການຕອບແທນຜົນປະໂຫຍດດັ່ງກ່າວນັ້ນຄືນ ຕາມລາຍໄດ້ທີ່ຜູ້ກ່ຽວຂາດໄປ ໃນໄລຍະໄດ້ຮັບບາດເຈັບ ຫຼື ປິ່ນປົວ. ໃນທາງກົງກັນຂ້າມ ໃນກໍລະນີທີ່ຜູ້ຖືກເສຍຫາຍ ຫາກມີຄວາມຜິດ ຜູ້ກ່ຍວກໍຕ້ອງມີສ່ວນຮັບຜິດຊອບຕໍ່ຄວາມເສຍຫາຍ ແລະ ຄ່າປ່ວຍການນັ້ນເຊັ່ນກັນ. ຕົວຢ່າງ ທ້າວ ຮີບ ຂັບຂີ່ລົດໄປຕຳ ລົດຂອງທ້າວ ຫຼີກບໍ່ມົ້ມ ເປ່ເພ ແລະ ໄດ້ສ້ອມແປງໃນມູນຄ່າ 6.000.000 ກີບ ສ່ວນລົດຂອງ ທ້າວ ຫຼີກບໍ່ມົ້ມ ກໍເປ່ເພ ແລະ ໄດ້ສ້ອມແປງໃນມູນຄ່າ 3.000.000 ກີບ ຊຶ່ງເຫດການທີ່ເກີດຂຶ້ນເມື່ອພິຈາລະນາທັງເຫດ ແລະ ຜົນແລ້ວທັງສອງຝ່າຍຕ່າງກໍມີຄວາມຜິດເທົ່າກັນ ໝາຍຄວາມວ່າ ທັງສອງຕ້ອງມີຄວາມຮັບຜິດຊອບຕໍ່ຄວາມເສຍຫາຍຜູ້ລະເຄິ່ງຄື 6.000.000 ກີບ + 3.000.000 ກີບຫານ 2 ເທົ່າ 4.000.000 ກີບ ທ້າວ ຫຼີກບໍ່ມົ້ມຈຶ່ງມີພັນທະໃຊ້ແທນໃຫ້ ທ້າວ ຮີບຈຳນວນ 1.000.000 ກີບ ຈຶ່ງເຫັນວ່າເໝາະສົມ ແລະ ຖືກຕ້ອງຕາມກົດໝາຍ.