ງານຕະຫຼາດນັດກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ ປະຈຳປີ 2020 ຈັດຂຶ້ນວັນທີ 27 ພຶດສະພາ ຫາວັນທີ 4 ມິຖຸນາ 2020 ທີ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເຊິ່ງງານດັ່ງກ່າວ ມີສິນຄ້າຈາກຫຼາຍພາກສ່ວນ ທັງພາກລັດ ຜູ້ປະກອບການ ກຸ່ມການຜະລິດ ມີທັງຜົນຜະລິດກະສິກຳອິນຊີ ກຸ່ມການຜະລິດກະສິກຳທີ່ດີ ກັບສິນຄ້າໂອດ໋ອບຫຼາຍລາຍການ ກຸ່ມປຸງແຕ່ງຜະລິດຕະພັນກະສິກຳ ຜູ້ປະກອບການຜະລິດ ແລະ ຈຳໜ່າຍເບ້ຍໄມ້ເຂົ້າຮ່ວມ 118 ຮ້ານ ໃນນັ້ນກຸ່ມກະສິກຳອິນຊີ 12 ຮ້ານ ກຸ່ມກະສິກຳທີ່ດີ ແລະ ໂຄງການ 8 ຮ້ານ ກຸ່ມຜະລິດຜັກໄຮໂດຣໂປນິກ 5 ຟາມ ກຸ່ມຜະລິດເຂົ້າສິນຄ້າໂອດ໋ອບ 3 ຮ້ານ ກຸ່ມປຸງແຕ່ງກະສິກຳ 18 ຮ້ານ ຮ້ານຊີ້ນ ແລະ ຂາຍຜະລິດຕະພັນສັດຕ່າງໆ 18 ຮ້ານ ບໍລິສັດສົ່ງເສີມການຜະລິດພາຍໃນ ແລະ ສົ່ງອອກ 2 ຮ້ານ ກຸ່ມເບ້ຍໄມ້ 22 ຮ້ານ ແລະ ອື່ນໆອີກ 30 ຮ້ານ ຄາດຄະເນສິນຄ້າເຂົ້າຮ່ວມວາງສະແດງມີມູນຄ່າທັງໝົດ 1 ຕື້ກວ່າກີບ.

ໃນໂອກາດເຂົ້າຮ່ວມງານຕະຫຼາດນັດກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ຄັ້ງນີ້ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ-ປ່າໄມ້ ແລະ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ຕະຫຼອດຮອດຮອງເຈົ້າເມືອງ ຮອງເຈົ້າເມືອງ ແລະ ຜູ້ປະກອບການ ໄດ້ພ້ອມກັນປູກຕົ້ນໄມ້ດູ່ 29 ຕົ້ນ ຕົ້ນແຄນເຮືອນນ້ອຍ 13 ຕົ້ນ ແລະ ຕົ້ນໝາກມ່ວງ 15 ຕົ້ນ ເພື່ອສ້າງຂະບວນການຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາທີ່ຈະມາເຖິງນີ້.




# ຂ່າວ & ພາບ: ຂັນທະວີ