ບົດຄວາມປະຈຳວັນນີ້ ໄດ້ສັງລວມເອົາຂ່າວກ່ຽວກັບກົດໝາຍຄຸ້ມຄອງອິນເຕີເນັດທີ່ເຢຍລະມັນ ການປະຕິຮູບກົງຈັກວຽກງານສື່ໃນຫວຽດນາມ ເລື່ອງບົດບາດໃໝ່ຂອງກອງທັບອາກຊັງຕິນ ແລະ ເລື່ອງການປາບປາມການສໍ້ລາດບັງຫຼວງໃນລະບົບສານຂອງຈີນ.
ທີ່ ເຢຍລະມັນ: ໃນວັນທີ 5 ເມສາ ປີ 2017 ທາງການເຢຍລະມັນໄດ້ປະກາດໃຊ້ກົດໝາຍຄວບຄຸມສື່ສັງຄົມອອນລາຍ ເພື່ອສະກັດກັ້ນຖ້ອຍຄວາມທີ່ກໍ່ໃຫ້ເກີດຄວາມອາຄາດບາດໝາງ ການຍຸຍົງສົ່ງເສີມ ຂໍ້ມູນຂ່າວປອມ ຂໍ້ຄວາມທີ່ມີເປົ້າໝາຍຢຽບຫຍາມ ໃສ່ຮ້າຍປ້າຍສີ ການກະທຳທີ່ເປັນການກໍ່ການຮ້າຍ ກໍຄື ການເຜີຍແຜ່ພາບລາມົກກ່ຽວກັບເດັກນ້ອຍ ແລະ ອື່ນໆ.
ກົດໝາຍກຳນົດໃຫ້ບັນດາບໍລິສັດສື່ສັງຄົມອອນລາຍກຳຈັດເນື້ອໃນທີ່ລະເມີດກົດໝາຍຕາມກຳນົດເວລາ ຖ້າມີການລະເມີດ ທາງບໍລິສັດ ແລະ ຜູ້ຮັບຜິດຊອບຂອງບໍລິສັດກໍລ້ວນແຕ່ຈະຖືກປັບໃໝເປັນເງິນແຕ່ 5 ເຖິງ 50 ລ້ານເອີໂຣ ການກຳຈັດ ຫຼື ອັດມ້ຽນເນື້ອໃນລະເມີດກົດໝາຍນັ້ນຕ້ອງເຮັດໃຫ້ສຳເລັດພາຍໃນ 24 ຊົ່ວໂມງ ພາຍຫຼັງໄດ້ຮັບຄຳສັ່ງ ໃນກໍລະນີມີຄຳເຫັນຂັດແຍ່ງລະຫວ່າງຄຳສັ່ງກັບການປະຕິບັດນັ້ນ ກໍຕ້ອງມີວິທີແກ້ໄຂໃຫ້ຕົກໄປພາຍໃນ 7 ວັນ.
ທີ່ ຫວຽດນາມ: ອີງຕາມແຜນຈັດວາງຄືນໃໝ່ກົງຈັກວຽກງານສື່ທີ່ເຄື່ອນໄຫວດ້ວຍງົບປະມານຂອງລັດ ຂ່າວໃຫ້ຮູ້ວ່າ: ຈຳນວນສຳນັກງານສື່ຈະຖືກຕັດຮອນລົງ 10% ແລະ ງົບປະມານໃຊ້ຈ່າຍຂອງຂະແໜງການນີ້ກໍຈະຖືກຕັດລົງ 10% ພາຍໃນປີ 2021.
ເປົ້າໝາຍແຜນການຕັດຮອນກົງຈັກການຈັດຕັ້ງ ແລະ ງົບປະມານຄັ້ງນີ້ ແມ່ນເພື່ອເຮັດໃຫ້ເຄືອຄ່າຍສື່ຂອງລັດມີຄວາມກະທັດຮັດ ແຕ່ຍັງສາມາດຮັກສາໄດ້ຄຸນນະພາບໃນການເຄື່ອນໄຫວວຽກງານ ພາຍໃຕ້ແຜນການນີ້ ຈຳນວນໜ່ວຍງານສື່ທີ່ເຄື່ອນໄຫວດ້ວຍງົບປະມານຂອງລັດຈະຖືກຕັດລົງຢ່າງໜ້ອຍ 10% ແລະ ຈຳນວນພະນັກງານສື່ກໍຈະຖືກຕັດຮອນລົງໃນລະດັບ 10% ເຊັ່ນດຽວ.
ທີ່ ອາກຊັງຕິນ: ນັບແຕ່ກາງປີ 2018 ເປັນຕົ້ນມາ ທະຫານໃນກອງທັບແຫ່ງຊາດອາກຊັງຕິນ ໄດ້ຮັບບົດບາດໃໝ່ໃນການຮ່ວມມືກັບກອງກຳລັງຕຳຫຼວດ ເພື່ອຮັກສາຄວາມສະຫງົບ ກໍຄື ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຊິ່ງໃນເມື່ອກ່ອນທະຫານມີໜ້າທີ່ປົກປັກຮັກສາອະທິປະໄຕ ແລະ ເຂດນ້ຳແດນດິນເທົ່ານັ້ນ ໜ້າທີ່ໃໝ່ຂອງງທະຫານອາກຊັງຕິນໃນຂົງເຂດການຮັກສາຄວາມສະຫງົບນັ້ນລວມມີ ການປາບປາມຢາເສບຕິດ ໄພຄຸກຄາມດ້ານອິນເຕີເນັດ ຊັບສິນ ແລະ ພື້ນຖານໂຄງລ່າງ ຖານຂໍ້ມູນຂ່າວສານ ວິທະຍາສາດ ປ້ອງກັນຊາດ ການກໍ່ການຮ້າຍ ແລະ ອື່ນໆ ບົດບາດໃໝ່ຂອງກອງທັບອາກຊັງຕິນນີ້ ໄດ້ຖືກກຳນົດຢູ່ໃນດຳລັດຂອງທ່ານປະທານາທິບໍດີອາກຊັງຕິນ ທີ່ລັດຖະບານໄດ້ປະກາດອອກມາໃນວັນທີ 23 ກໍລະກົດ 2018.
ທີ່ ສປ ຈີນ: ຂ່າວຈາກໜັງສືພິມວຽງຈັນທາມ ສະບັບວັນທີ 2 ເດືອນພະຈິກ ປີ 2018 ໄດ້ເວົ້າກ່ຽວກັບຄວາມພະຍາຍາມຂອງສານ ສປ ຈີນ ໃນການກຳຈັດບັນຫາສໍ້ລາດບັງຫຼວງໃນໝູ່ພະນັກງານຂັ້ນຕ່ຳພາຍໃນສານ ເພາະປາກົດການຫຍໍ້ທໍ້ນີ້ເກີດຂຶ້ນກັບພະນັກງານຂັ້ນລ່າງຫຼາຍທີ່ສຸດ.
ບັ້ນຊຳລະສະສາງພະຍາດສໍ້ລາດບັງຫຼວງທີ່ວ່ານີ້ ເລີ່ມຂຶ້ນຢູ່ນະຄອນຫຼວງປັກກິ່ງ ທີ່ສຳນັກສານເຂດ 1 ທາງທິດຕາເວັນຕົກຂອງນະຄອນຫຼວງ ເຂດນີ້ເປັນທີ່ຕັ້ງຂອງສຳນັກງານ ອົງການຂອງລັດ ແລະ ສະຖາບັນການສຶກສາຈຳນວນຫຼວງຫຼາຍ ສຳນັກງານສານຢູ່ເຂດນີ້ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1995 ແລະ ແຕ່ນັ້ນມາຮອດປີ 2018 ຈຳນວນພະນັກງານທີ່ຖືກລົງໂທດຍ້ອນການກະທຳທີ່ເປັນການລະເມີດກົດໝາຍນັ້ນມີທັງໝົດ 2.306 ຄົນ ໃນນັ້ນ ມີພະນັກງານສານຂັ້ນທ້ອງຖິ່ນ (ຕາແສງ) ຫຼື ລະດັບຕ່ຳກວ່ານັ້ນ ຈຳນວນ 1.756 ຄົນ.