ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມປຶກສາຮ່ວມທະນາຄານທຸລະກິດ ເພື່ອສະໜອງແຫຼ່ງທຶນຊຸກຍູ້ຜູ້ທີ່ຮັບຜົນກະທົບຈາກພະຍາດໂຄວິດ-19 ໃນວັນທີ 26 ພຶດສະພາ 2020 ທີ່ ທຫລ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ມີບັນດາພາກສ່ວນກ່ຽວຂ້ອງ ແລະ ບັນດາທະນາຄານທຸລະກິດ ເຂົ້າຮ່ວມ.

ເພື່ອຈັດຕັ້ງປະຕິບັດມາດຕະການ ແລະ ນະໂຍບາຍຂອງລັດຖະບານກ່ຽວກັບການແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດດັ່ງກ່າວຕໍ່ເສດຖະກິດ ໃນໄລຍະຜ່ານມາ ຂະແໜງທະນາຄານ ໂດຍສະເພາະ ທຫລ ໄດ້ອອກນະໂຍບາຍສິນເຊື່ອສະເພາະ ເພື່ອຊ່ວຍຂະແໜງການເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ຕາມຂໍ້ຕົກລົງເລກທີ 238/ທຫລ ລົງວັນທີ 26 ມີນາ 2020.

ພາຍຫຼັງ ທຫລ ໄດ້ອອກນະໂຍບາຍດັ່ງກ່າວ ກໍໄດ້ມີການຕິດຕາມຜົນການຈັດຕັ້ງປະຕິບັດນຳບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ ອີງຕາມການລາຍງານຮອດເດືອນເມສາ 2020 ທະນາຄານທຸລະກິດ ແລະ ສະຖາບັນການເງິນ ໄດ້ຈັດຕັ້ງປະຕິບັດການເລື່ອນຊຳລະຕົ້ນທຶນ ແລະ ດອກເບ້ຍ ປັບຫຼຸດອັດຕາດອກເບ້ຍເງິນກູ້ ແລະ ສະໜອງເງິນກູ້ບ້ວງໃໝ່ໃຫ້ລູກຄ້າຂອງຕົນ ຊຶ່ງມີທະນາຄານທຸລະກິດຈຳນວນ 21 ແຫ່ງ ໄດ້ປະຕິບັດນະໂຍບາຍຜ່ອນຜັນສິນເຊື່ອໃຫ້ແກ່ລູກຄ້າ 4.918 ລາຍ ລວມເປັນເງິນ 13.009,30 ຕື້ກວ່າກີບ ແລະ ສະຖາບັນການເງິນຈຳນວນ 10 ແຫ່ງ ໄດ້ປະຕິບັດນະໂຍບາຍຜ່ອນຜັນສິນເຊື່ອໃຫ້ແກ່ລູກຄ້າ 1.250 ລາຍ ລວມເປັນເງິນ 65,05 ຕື້ກວ່າກີບ.
ເພື່ອເຮັດໃຫ້ທະນາຄານທຸລະກິດມີແຫຼ່ງທຶນເພີ່ມຂຶ້ນ ທຫລ ຈຶ່ງໄດ້ອອກຂໍ້ຕົກລົງກ່ຽວກັບໂຄງການສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດດັ່ງກ່າວ ເພື່ອໃຫ້ທະນາຄານທຸລະກິດເຂົ້າຮ່ວມໂຄງການ ດ້ວຍແຫຼ່ງທຶນຂອງ ທຫລ ຊຶ່ງເປັນໂຄງການສະເພາະກິດ ໂດຍໃຫ້ທະນາຄານທຸລະກິດເຂົ້າຮ່ວມໂຄງການຕາມເງື່ອນໄຂ ແລະ ເປົ້າໝາຍທີ່ກຳນົດໂດຍ ທຫລ ເພື່ອເປັນການເພີ່ມກຳລັງແຮງທາງດ້ານແຫຼ່ງທຶນໃຫ້ແກ່ທະນາຄານທຸລະກິດໃນການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ມາດຕະການຂອງລັດຖະບານໃນການຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທາງດ້ານເສດຖະກິດຕໍ່ບຸກຄົນ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງການຜະລິດ-ທຸລະກິດ ກໍຄືຕໍ່ເສດຖະກິດຂອງ ສປປ ລາວ.