ສະເຫຼີມສະຫຼອງວັນສິ່ງແວດລ້ອມ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ທ່ານ ແອ໋ງ​ພອນ ແພງ​ສຸ­ວັນ ຮອງ​ຫົວ­ໜ້າ​ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ ລ້ອມ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ວັນ​ທີ 26 ພຶດ­ສະ­ພາ 2020 ວ່າ: ລັດ­ຖະ­ບານ ສປປ ລາວ ເຫັນ​ໄດ້​ຄວາມ​ສຳ­ຄັນ​ຂອງ​ວຽກ​ງານ​ສິ່ງ­ແວ­ດລ້ອມ ເຊິ່ງ​ໄດ້​ຍົກ​ຂຶ້ນ​ມາ​ປຸກ­ລະ­ດົມ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ຊ່ວຍ​ກັນ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ໃຫ້​ມີ​ຄວາມ​ຍືນ​ຍົງ ຄົງ​ຕົວ​ຢູ່​ກັບ​ປະ­ຊາ­ຊົນ ແລະ ຊາດ​ລາວ​ຕະ­ຫຼອດ​ໄປ ສະ­ນັ້ນ​ຈຶ່ງ​ໄດ້​ກຳ­ນົດ​ເອົາ​ວັນ​ທີ 5 ມິ­ຖຸ­ນາ ຂອງ​ທຸກໆ​ປີ​ເປັນ​ວັນ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສິ່ງ­ແວ­ດລ້ອມ​ແຫ່ງ​ຊາດ ໂດຍ​ກຳ­ນົດ​ຢູ່​ໃນ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ໃນ​ມາດ­ຕາ 89 ແລະ ເປັນ​ວັນ​ດຽວ​ກັນ​ກັບ​ວັນ​ສິ່ງ­ແວ­ດລ້ອມ​ໂລກ ການ​ກຳ­ນົດ​ວັນ​ດຽວ​ກັນ ຍ້ອນ​ວ່າ​ລັດ­ຖະ­ບານ​ເຫັນ​ວຽກ​ງານ​ຄຸ້ມ​ຄອງ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ເປັນ​ວຽກ​ງານ​ສຳ­ຄັນ ແລະ ນຳ​ເອົາ​ຂະ​ບວນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສິ່ງ­ແວ­ດລ້ອມ​ແຫ່ງ​ຊາດ ຕິດ​ພັນ​ກັບ​ຂະ​ບວນ​ການ​ສາ­ກົນ ເຮັດ​ໃຫ້​ມີ​ຂະ​ບວນ​ການ​ຟົດ­ຟື້ນ ແນ­ໃສ່​ເຮັດ​ໃຫ້​ຄົນ​ຮຸ່ນ​ໜຸ່ມ ເຍົາ­ວະ​ຊົນ ປັນ­ຍາ​ຊົນ​ເຫັນ​ໄດ້​ຄວາມ​ສຳ­ຄັນ​ຕໍ່​ວຽກ​ງານ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ.

ສຳ­ລັບ​ປີ 2020 ນີ້ ຄະ­ນະ​ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ນວ ຈະ​ໄດ້​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສິ່ງ­ແວ­ດລ້ອມ​ຂຶ້ນ​ຢູ່​ທີ່​ພະ​ແນກ​ດັ່ງ­ກ່າວ​ໃນ​ວັນ​ທີ 6 ມິ­ຖຸ­ນາ 2020 ເຊິ່ງ​ງານ​ດັ່ງ­ກ່າວ​ປະ­ກອບ​ມີ 4 ກິດ­ຈະ­ກຳ​ຄື: ສະ­ເຫຼີມ​ວັນ​ສິ່ງ­ແວ­ດລ້ອມ​ໂລກ 5 ມິ­ຖຸ­ນາ ຄົບ­ຮອບ 48 ປີ ພາຍ​ໃຕ້​ຄຳ​ຂວັນ ເຖິງ​ເວ­ລາ​ຕ້ອງ​ປົກ​ປັກ​ຮັກ­ສາ​ທຳ​ມະ​ຊາດ ສະ­ເຫຼີມ­ສະ­ຫຼອງ​ວັນ​ສິ່ງ­ແວ­ດລ້ອມ​ແຫ່ງ​ຊາດ ພາຍ​ໃຕ້​ຄຳ​ຂວັນ ພັດ­ທະ­ນາ​ໄປ​ຕາມ​ທິດ​ຍຶນ​ຍົງ ຂຽວ​ສະ­ອາດ ແລະ ງາມ​ຕາ ຄື​ປາ­ຖະ­ໜາ​ຂອງ​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ສະ­ເຫຼີມ­ສະ­ຫຼອງ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ 1 ມິ­ຖຸ­ນາ ໃນ​ນີ້​ຈະ​ເນັ້ນ​ຄຸນ​ນະ​ພາບ ປະ​ສິດ­ທິ​ຜົນ​ຂອງ​ການ​ປູກ​ຕົ້ນ­ໄມ້ ເຊິ່ງ​ພະ­ນັກ­ງານ-ລັດ­ຖະ­ກອນ​ເກືອບ 200 ຄົນ ຜູ້​ໜຶ່ງ​ຕ້ອງ​ປູກ​ຕົ້ນ­ໄມ້​ໃຫ້​ໄດ້ 1 ຕົ້ນ​ພາຍ​ໃນ​ສຳ­ນັກ­ງານ​ຂອງ​ຕົນ​ເອງ ພິ­ເສດ​ປູກ​ແລ້ວ​ຕ້ອງ​ບົວ­ລະ­ບັດ​ຮັກ­ສາ​ຕົ້ນ­ໄມ້​ໃຫ້​ໃຫຍ່ ນອກ​ນີ້​ຍັງ​ຈະ​ໄດ້​ເປີດ​ໂຄງ­ການ​ຂຽວ ສະ­ອາດ ງາມ​ຕາ​ອີກ​ດ້ວຍ.

ສຳ­ລັບ​ການ​ຈັດ​ກິດ­ຈະ­ກຳ​ສະ­ເຫຼີມ­ສະ­ຫຼອງ​ດັ່ງ­ກ່າວ ແມ່ນ​ຈະ​ຈັດ​ໃນ​ວົງ​ແຄບ ເນັ້ນ​ດ້ານ​ເນື້ອ​ໃນ ໃນ​ນີ້​ຈະ​ໄດ້​ເຊີນ​ເອົາ​ບັນ­ດາ​ຄະ­ນະ​ນຳ​ຂັ້ນ​ສູງ​ຂອງ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ຄະ­ນະ​ນຳ​ຂັ້ນ​ສູງ ນະ­ຄອນ­ຫຼວງ​ວຽງ​ຈັນ ຕະ­ຫຼອດ​ຮອດ​ຫ້ອງ­ການ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ 9 ຕົວ​ເມືອງ​ເຂົ້າ​ຮ່ວມ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!