ຫວຽດນາມ ຊ່ວຍເຫຼືອສານຜະລິດນ້ຳຢາລ້າງມືຕ້ານພະຍາດໂຄວິດ

ໃນ​ວັນ​ທີ 22 ພຶດ­ສະ­ພາ 2020 ຢູ່​ທີ່​ສະ­ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສປປ ລາວ ປະ­ຈຳ ສສ ຫວຽດ­ນາມ ໄດ້​ມີ​ພິ­ທີ​ມອບ-ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ຈາກ​ສະ­ພາ​ບັນ­ດິດ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ­ນາມ ຊື່ງ​ກ່າວ​ມອບ​ໂດຍ​ແມ່ນ​ທ່ານ ຮອງ​ສາດ­ສະ­ດາ­ຈານ ປະ­ລິນ­ຍາ​ເອກ ເຈີ່ນ​ຕ່ວນ​ແອງ ຮອງ​ຫົວ­ໜ້າ​ສະ­ພາ​ບັນ­ດິດ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ສສ ຫວຽດ­ນາມ ແລະ ກ່າວ​ຮັບ​ໂດຍ​ແມ່ນ​ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມ​ແຫ່ງ ສປປ ລາວ ປະ­ຈຳ ສສ ຫວຽດ­ນາມ  ພ້ອມ​ດ້ວຍ​ພະ­ນັກ­ງານ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ພິ­ຍານ.

ເຄື່ອງ​ຊ່ວຍ­ເຫຼືອ​ໃນ​ຄັ້ງ​ນີ້ ມີ​ສານ​ເຄ​ມີ ພ້ອມ​ດ້ວຍ​ອຸ­ປະ­ກອນ​ການ​ຜະ­ລິດ​ນ້ຳ​ຢາ​ລ້າງ​ມື​ແຫ້ງ ປະ­ກອບ​ມີ: ຜະ­ລິດ​ຕະ​ພັນ​ເຫຼົ້າ 90:  5.000 ລີດ ພ້ອມ​ດ້ວຍ​ທາດ​ປະ­ສົມ​ອື່ນໆ​ອີກ 4 ຊະ­ນິດ ແລະ ກະ­ຕຸກ​ຢາງ ຂະ­ໜາດ 500 ml (ມີ​ລີ​ລີດ) 1.200 ອັນ ເພື່ອ​ສົ່ງ­ຕໍ່​ໄປ​ຍັງ​ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ຂອງ​ລາວ ເພື່ອ​ການ​ຜະ­ລິດ​ນ້ຳ​ຢາ​ລ້າງ​ມື​ແຫ້ງ​ຕ້ານ​ພະ­ຍາດ​ໂຄ​ວິດ-19 ຢູ່ ສປປ ລາວ.

ເຖິງ​ວ່າ ສສ ຫວຽດ­ນາມ ຍັງ​ປະ­ສົບ​ກັບ​ຄວາມ​ຫຍຸ້ງ­ຍາກ​ຫຼາຍ​ປະ­ການ ໂດຍ​ສະ­ເພາະ​ການ​ຟື້ນ​ຟູ​ເສດ­ຖະ­ກິດ​ທີ່​ຖືກ​ກະ­ທົບ​ຈາກ​ການ­ລະ­ບາດ­ພະ­ຍາດ​ໂຄ​ວິດ-19 ທີ່​ຫາ­ກໍ່​ຄວບ​ຄຸມ​ໄດ້​ບໍ່​ດົນ​ມາ​ນີ້ ແຕ່​ບົນ​ຈິດ­ໃຈ​ການ​ພົວ­ພັນ​ມິດ­ຕະ­ພາບ​ອັນ​ຍິ່ງ​ໃຫຍ່ ຄວາມ​ສາ­ມັກ­ຄີ​ພິ­ເສດ ແລະ ການ​ຮ່ວມ​ມື​ຮອບ­ດ້ານ​ລະ­ຫວ່າງ​ສອງ​ພັກ-ສອງ​ລັດ ແລະ ປະ­ຊາ­ຊົນ​ສອງ​ຊາດ ກໍ​ຄື​ນ້ຳ­ໃຈ​ສາ­ກົນ​ກຳ​ມະ​ຊີບ​ອັນ​ສູງ​ສົ່ງ​ຂອງ​ຕົນ ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ຫວຽດ­ນາມ ໂດຍ​ສະ­ເພາະ ສະ­ພາ​ບັນ­ດິດ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ­ນາມ ຍັງ​ໄດ້​ບິ​ແບ່ງ​ວັດ­ຖຸ​ປັດ­ໃຈ​ມາ​ຊ່ວຍ​ລັດ­ຖະ­ບານ ກໍ​ຄື​ປະ­ຊາ­ຊົນ​ລາວ ໂດຍ​ສະ­ເພາະ​ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ໃນ​ການ​ຕ້ານ​ພະ­ຍາດ​ໂຄ​ວິດ-19.

ໃນ​ໂອ­ກາດ​ນີ້ ທ່ານ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ໄດ້​ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ ແລະ ຂອບ­ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ສະ­ພາ​ບັນ­ດິດ​ວິ​ທະ ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ­ນາມ  ພັກ-ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ຫວຽດ­ນາມ ທີ່​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ​ນີ້​ໃຫ້​ແກ່ ສປປ ລາວ ແລະ ຍັງ​ໄດ້​ຢືນ­ຢັນ​ວ່າ​ອຸ­ປະ­ກອນ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ຈະ​ສົ່ງ­ຕໍ່​ໄປ​ຍັງ​ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ຂອງ​ລາວ ເພື່ອ​ຜະ­ລິດ​ນ້ຳ​ຢາ​ລ້າງ​ມື​ຮັບ​ໃຊ້​ສັງ­ຄົມ ໃນ​ການ​ນຳ​ໃຊ້​ເຂົ້າ​ໃນ​ການ​ສະ­ກັດ​ກັ້ນ ແລະ ຕ້ານ​ພະ­ຍາດ​ໂຄ​ວິດ-19 ຢູ່ ສປປ ລາວ ຢ່າງ​ມີ​ປະ​ສິດ­ທິ​ຜົນ​ສູງ.

error: Content is protected !!