ສາທາບໍ່ແກ້ວ ເຂັ້ມງວດຕໍ່ມາດຕະການຕ້ານ COVID-19
ເຖິງບໍ່ພົບກໍລະນີຕິດເຊື້ອ ແລະ ສະພາບການລະບາດ COVID-19 ສາທາລະນະສຸກແຂວງບໍ່ແກ້ວຍັງ ບໍ່ລະເຫຼີງໃຈ ໂດຍສືບຕໍ່ປະຕິບັດບັນດາມາດຕະການ ເພື່ອບໍ່ໃຫ້ເກີດການລະບາດພາຍໃນແຂວງ. ທ່ານ ດຣ ຄຳພະຫຍາ ພົມປັນຍາ ຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ໃຫ້ສຳພາດໃນ ໂອກາດທີ່ຄະນະສື່ມວນຊົນເດີນທາງໄປເກັບກຳຂໍ້ມູນເພື່ອຂຽນຂ່າວວ່າ: ເຖິງສະພາບການລະບາດຂອງ…
ໂຮງແຮມພອນທິບ ພລາຊາ ຖືກເລືອກເປັນສະຖານທີ່ກັກຕົວປ້ອງກັນພະຍາດໂຄວິດ
ໂຮງແຮມພອນທິບ ພລາຊາ ເປັນໜຶ່ງໃນ 19 ໂຮງແຮມທີ່ທາງການເຮົາ ກໍຄືຄະນະສະເພາະກິດຕ້ານພະຍາດໂຄວິດ-19 ໄດ້ເລືອກເອົາເປັນສະຖານທີ່ກັກຕົວ 14 ວັນ ຜູ້ທີ່ເຂົ້າມາແຕ່ຕ່າງປະເທດ ບໍ່ວ່າຈະເປັນຄົນລາວ ແລະ ຄົນຕ່າງປະເທດ ຕາມມາດຕະການທີ່ລັດຖະບານລາວເຮົາວາງອອກຢ່າງເຂັ້ມງວດ. ທ່ານ ນາງ…
ມູນນິທິອາຊີ ໃຫ້ການສະໜັບສະໜູນທຶນ ແກ່ສະຖາບັນການຕ່າງປະເທດ
ໃນວັນທີ 17 ມິຖຸນາ 2020 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC ໄດ້ມີພິທີເຊັນບົດບັນທຶກຂໍ້ຕົກລົງ Memorandum of Agreement (MoA) ຮ່ວມກັນ ລະຫວ່າງສະຖາບັນການຕ່າງປະ ເທດ…
ຈະພັດທະນາແຫຼ່ງທ່ອງທ່ຽວຢູ່ 2 ແຂວງພາກໃຕ້ໃຫ້ມີຄວາມຍືນຍົງ
ພິທີເຊັນສັນຍາ ໂຄງການຄຸ້ມຄອງປົກປັກຮັກສາມໍລະດົກວັດທະນະທຳ ແລະ ການສ້າງຄວາມດຶງດູດໃຫ້ແກ່ວຽກງານທ່ອງທ່ຽວຢູ່ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ (CHAMPA) ມູນຄ່າ 2.640.000 ເອີໂຣ ຫຼື ປະມານ 26,9 ຕື້ກີບ ຈັດຂຶ້ນວັນທີ 17…
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຈະຈັດຂຶ້ນ 24 ມິຖຸນາ ນີ້
ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນ ໃນວັນທີ 24 ມິຖຸນາ ແລະ ຈະດຳເນີນໄປເຖິງ ວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ6) ນະຄອນຫຼວງວຽງຈັນ ຊຶ່ງຈະໃຊ້ເວລາດຳເນີນກອງປະຊຸມທັງໝົດ 7 ວັນ (ບໍ່ລວມວັນພັກລັດຖະການ) ພິທີຖະແຫຼງຂ່າວ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ ນີ້ ທີ່ສະພາແຫ່ງຊາດ ໂດຍ ທ່ານນາງ ສວນສະຫວັນ ວິຍະເກດ…
ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ບັງຄັບໃຊ້ກົດໝາຍ ຢູ່ເມືອງສັງທອງ
ພິທີເຊັນສັນຍາຮ່ວມມືລະຫວ່າງພະແນກຍຸຕິທຳ ນະຄອນຫຼວງວຽງຈັນ (ນວ) ກັບ ສະມາຄົມເພື່ອພັດທະນາແມ່ຍິງ ແລະ ສຶກສາກົດໝາຍ ແລະ ພິທີເປີດໂຄງການສົ່ງເສີມແມ່ຍິງເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຢູ່ 10 ບ້ານ ແລະ 7 ໂຮງຮຽນເປົ້າໝາຍຢູ່ເມືອງສັງທອງ…
ວິທະຍາໄລລາວ-ອາເມຣິກາ ເປີດຮຽນຄືນໃໝ່ ພ້ອມວາງມາດຕະການຢ່າງເຄັ່ງຄັດ
ວິທະຍາໄລລາວ-ອາເມຣິກາ ເປີດການຮຽນ-ການສອນຄືນໃໝ່ ພ້ອມວາງມາດຕະການໃນການປ້ອງກັນ ການຕິດເຊື້ອໂຄວິດ-19 ຢ່າງເຄັ່ງຄັດ ແລະ ຮັບປະກັນມີຫ້ອງຮຽນ ແລະ ຄູອາຈານ ພຽງພໍ ເພື່ອຮັກສາໄລຍະຫ່າງ ແນໃສ່ສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວ ບໍ່ໃຫ້ກັບຄືນມາແຜ່ລະບາດອີກເປັນຄັ້ງທີສອງ. ທ່ານ…
AFC ກຽມຈັບສະຫຼາກບານເຕະຊີງແຊັມອາຊີ ຮຸ່ນ 19 ປີ ແລະ 16 ປີ
ສະຫະພັນບານເຕະອາຊີ Asian Football Confederation (AFC) ກຽມຈັບສະຫຼາກການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຈັດຂຶ້ນຢູ່ປະເທດອຸເບກິສຖານ ແລະ ການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 16…
ຈຸດດີ ຈຸດອ່ອນ
ໃນກອງປະຊຸມວຽກວັດທະນະທຳປະຈຳເມືອງ ທ່ານປະທານກອງປະຊຸມໄດ້ອ່ານບົດສະຫຼຸບການເຄື່ອນໄຫວ ທີ່ມີຄວາມຍາວຫຼາຍວາ ພໍຮອດບ່ອນຈຸດດີ ຈຸດອ່ອນ ທ່ານເວົ້າວ່າ ຈຸດດີ: ຄົນບໍ່ຫຼິ້ນກິນຟຸມເຟືອຍຄືເກົ່າ ການຮ້ອງເພງຢູ່ຕາມຮ້ານກໍບໍ່ໃຊ້ສຽງດັງຄຶກໂຄມຄືເກົ່າ ເພາະນັກຮ້ອງມີໜ້າກາກອັດປາກອັດດັງໄວ້ ຜົວເມຍຄ່ອຍເວົ້າຄ່ອຍວ່ານຳກັນ ແມ່ນແຕ່ດ່າກໍໄດ້ຍິນສຽງຄ່ອຍໆ ບໍ່ລົບກວນຄົນເຮືອນຂ້າງ ເພາະມີໜ້າກາກອັດປາກໄວ້ ການຟ້ອນ-ລຳຂອງບ່າວໆສາວໆ ກໍບໍ່ມີຈັງຫວະສະໂລຄືເກົ່າ…