ຈຸດດີ ຈຸດອ່ອນ

ໃນ​ກອງ​ປະ­ຊຸມ​ວຽກ​ວັດ­ທະ­ນະ­ທຳ​ປະ­ຈຳ­ເມືອງ ທ່ານ​ປະ­ທານ​ກອງ​ປະ­ຊຸມ​ໄດ້​ອ່ານ​ບົດ​ສະ­ຫຼຸບ​ການ­ເຄື່ອນ­ໄຫວ ທີ່​ມີ​ຄວາມ​ຍາວ​ຫຼາຍ​ວາ ພໍ​ຮອດ​ບ່ອນ​ຈຸດ​ດີ ຈຸດ​ອ່ອນ ທ່ານ​ເວົ້າ​ວ່າ ຈຸດ​ດີ: ຄົນ​ບໍ່​ຫຼິ້ນ​ກິນ​ຟຸມ​ເຟືອຍ​ຄື­ເກົ່າ ການ​ຮ້ອງ­ເພງ​ຢູ່​ຕາມ​ຮ້ານ​ກໍ​ບໍ່​ໃຊ້​ສຽງ​ດັງ​ຄຶກ​ໂຄມ​ຄື­ເກົ່າ ເພາະ​ນັກ​ຮ້ອງ​ມີ­ໜ້າ​ກາກ​ອັດ​ປາກ​ອັດ​ດັງ​ໄວ້ ຜົວ​ເມຍ​ຄ່ອຍ​ເວົ້າ​ຄ່ອຍ​ວ່າ​ນຳ​ກັນ ແມ່ນ​ແຕ່​ດ່າ​ກໍ​ໄດ້​ຍິນ​ສຽງ​ຄ່ອຍໆ ບໍ່​ລົບ​ກວນ​ຄົນ​ເຮືອນ​ຂ້າງ ເພາະ​ມີ­ໜ້າ​ກາກ​ອັດ​ປາກ​ໄວ້ ການ​ຟ້ອນ-ລຳ​ຂອງ​ບ່າວໆ​ສາວໆ ກໍ​ບໍ່​ມີ​ຈັງ­ຫວະ​ສະ​ໂລ​ຄື­ເກົ່າ ເພາະ​ຕ້ອງ​ໄດ້​ຢູ່​ຫ່າງ​ກັນ 2 ແມັດ ຈຸດ​ອ່ອນ: ທາງ​ເມືອງ​ຂາດ​ລາຍ​ຮັບ​ຈາກ​ຮ້ານ​ອາ­ຫານ ຮ້ານ​ຂາຍ​ເຫຼົ້າ​ຂາຍ​ເບຍ ເພາະ­ວ່າ​ພາ­ກັນ​ປິດ​ໝົດ ເວ­ລາ​ປວດ​ເສັ້ນ​ປວດ​ເອັນ​ກໍ​ບໍ່​ມີ​ບ່ອນ​ນວດ​ຄື­ເກົ່າ​ແລ້ວ… ອັກ​ໂກຍ! ຈັ່ງ​ແມ່ນ​ຊາດ!.

ໂດຍ: ບ່າວ​ກະ­ບື

error: Content is protected !!