ໃນວັນທີ 17 ມິຖຸນາ 2020 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC ໄດ້ມີພິທີເຊັນບົດບັນທຶກຂໍ້ຕົກລົງ Memorandum of Agreement (MoA) ຮ່ວມກັນ ລະຫວ່າງສະຖາບັນການຕ່າງປະ ເທດ ແລະ ມູນນິທິອາຊີ ປະຈຳ ສປປ ລາວ ໂດຍລົງນາມ ຕາງໜ້າຝ່າຍລາວ ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ ທ່ານ Todd Wassel ຜູ້ຕາງໜ້າມູນນິທິອາຊີ ປະຈຳ ສປປ ລາວ ໂດຍມີຄະນະກົມ ຄະນະພະແນກ ຈາກສະຖາບັນການຕ່າງປະເທດ ຜູ້ຕາງໜ້າຈາກກົມ ອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ຕະຫຼອດຮອດພະນັກງານຈາກມູນນິທິອາຊີ ປະຈຳ ສປປ ລາວ ເຂົ້າຮ່ວມ.

ການເຊັນບົດບັນທຶກຂໍ້ຕົກລົງຄັ້ງນີ້ ຈະເປັນເອກະສານສຳຄັນ ແລະ ເປັນສິ່ງຢັ້ງຢືນການສົ່ງເສີມການຮ່ວມມື ລະຫວ່າງສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ແລະ ມູນນິທິອາຊີປະຈຳ ສປປ ລາວ ໂດຍສະເພາະ ມູນນິທິອາຊີຈະໃຫ້ການສະໜັບສະໜູນທຶນຈຳນວນ 68.315 ໂດລາສະຫະລັດ ໃຫ້ກັບສະຖາບັນການຕ່າງປະເທດ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆຕາມພາລະບົດບາດ ເປັນຕົ້ນ: ສະໜັບສະໜູນການຈັດຊຸດຝຶກອົບຮົມວຽກງານການທູດ ແລະ ການຕ່າງປະເທດ ສະໜອງປື້ມ ແລະ ອຸປະກອນຕ່າງໆ ສະໜັບສະໜູນການເດີນທາງໄປເຂົ້າຮ່ວມກອງປະຊຸມທັງພາຍໃນ ແລະ ພາກພື້ນ ໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບຍຸດທະສາດ ຊຶ່ງບົດບັນທຶກຂໍ້ຕົກລົງດັ່ງກ່າວ ແມ່ນມີກຳນົດໄລຍະໃນການຈັດຕັ້ງປະຕິບັດ 3 ປີ ແຕ່ປີ 2020-2022.

# ຂ່າວ & ພາບ: ໄຊຍັນດິດ