AFC ກຽມຈັບສະຫຼາກບານເຕະຊີງແຊັມອາຊີ ຮຸ່ນ 19 ປີ ແລະ 16 ປີ

ສະ­ຫະ­ພັນ​ບານ­ເຕະ​ອາ­ຊີ Asian Football Confederation (AFC) ກຽມ​ຈັບ​ສະ­ຫຼາກ​ການ​ແຂ່ງ­ຂັນ​ບານ­ເຕະ​ຊາຍ ຊີງ​ແຊັມ​ອາ­ຊີ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ຈັດ​ຂຶ້ນ​ຢູ່​ປະ­ເທດ​ອຸ​ເບ​ກິສ​ຖານ ແລະ ການ​ແຂ່ງ­ຂັນ​ບານ­ເຕະ​ຊາຍ ຊີງ​ແຊັມ​ອາ­ຊີ ຮຸ່ນ​ອາ­ຍຸ​ບໍ່​ເກີນ 16 ປີ ຈັດ​ຂຶ້ນ​ຢູ່​ປະ­ເທດ​ບາ​ເຣນ (AFC U19 & AFC U16 CHAMPIONSHIP 2020 FINALS) ການ​ຈັບ​ສະ­ຫຼາກ​ແມ່ນ​ຈະ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 18 ມິ­ຖຸ­ນາ 2020 ຢູ່​ທີ່​ສຳ­ນັກ­ງານ​ສະ­ຫະ­ພັນ​ບານ­ເຕະ​ອາ­ຊີ (AFC HOUSE) ນະ­ຄອນ­ຫຼວງ​ກົວ​ລາ​ລຳ​ເປີ ປະ­ເທດ​ມາ​ເລ​ເຊຍ.

ສຳ­ລັບ​ທີມ​ຊາດ​ລາວ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ແມ່ນ​ຜ່ານ​ເຂົ້າ​ຮອບ​ສຸດ​ທ້າຍ ການ​ແຂ່ງ­ຂັນ​ບານ­ເຕະ​ຊາຍ ຊີງ​ແຊັມ​ອາ­ຊີ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ໃນ​ຖາ­ນະ​ອັນ​ດັບ 2 ທີ່​ມີ​ຄະ­ແນນ​ດີ​ທີ່​ສຸດ​ເປັນ​ຮອງ​ແຊັມ​ກຸ່ມ H.

ສະ­ຫຼຸບ​ຜົນ​ການ​ແຂ່ງ­ຂັນ ທີມ​ຊາດ​ລາວ ລົງ​ສະ­ໜາມ 3 ນັດ ຊະ­ນະ 2 ສະ­ເໝີ 1 ມີ 7 ຄະ­ແນນ.

– ນັດ​ທີ 1 ວັນ​ທີ 6 ພະ­ຈິກ 2019 ລາວ ສະ­ເໝີ ອົດ​ສະ​ຕຣາ​ລີ 2-2.

– ນັດ​ທີ 2 ວັນ​ທີ 8 ພະ­ຈິກ 2019 ລາວ ຊະ­ນະ ໄຕ້​ຫວັນ 2-1.

– ນັດ​ທີ 3 ວັນ​ທີ 10 ພະ­ຈິກ 2019 ລາວ ຊະ­ນະ ມາ​ເກົາ 6-0.

ຂະ­ນະ​ທີ່ 16 ທີມ​ທີ່​ຜ່ານ​ເຂົ້າ​ຮອບ​ສຸດ​ທ້າຍ ການ​ແຂ່ງ­ຂັນ​ບານ­ເຕະ​ຊາຍ ຊີງ​ແຊັມ​ອາ­ຊີ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ປະ­ກອບ​ມີ: ອີ​ຣັກ ກາ​ຕ້າ ທາ​ຈີ​ກິສ​ຖານ ອີ​ຣານ ບາ​ເຣນ ຊາ​ອຸ​ດິ ອາ​ຣັບ​ບີ ມາ​ເລ​ເຊຍ ອົດ​ສະ​ຕຣາ​ລີ ສ ເກົາ­ຫຼີ ຍີ່­ປຸ່ນ ອິນ​ໂດ​ເນ​ເຊຍ ລາວ ຫວຽດ­ນາມ ເຢ​ເມນ ກຳ­ປູ­ເຈຍ ແລະ ອຸ​ເບ​ກິສ​ຖານ (ເຈົ້າ­ພາບ) ໂດຍ​ທີມ​ຊາດ​ລາວ ຖືກ​ຈັດ​ວາງ​ໃນ​ໂຖ​ທີ 4 ໃນ​ນັ້ນ​ປະ­ກອບ​ມີ ເຢ​ເມນ ອີ​ຣານ ບາ​ເຣນ ແລະ ລາວ.

error: Content is protected !!