ວິທະຍາໄລລາວ-ອາເມຣິກາ ເປີດຮຽນຄືນໃໝ່ ພ້ອມວາງມາດຕະການຢ່າງເຄັ່ງຄັດ

ວິ­ທະ­ຍາ­ໄລ​ລາວ-ອາ​ເມ​ຣິ​ກາ ເປີດ​ການ​ຮຽນ-ການ​ສອນ​ຄືນ­ໃໝ່ ພ້ອມ​ວາງ​ມາດ​ຕະ­ການ​ໃນ​ການ​ປ້ອງ​ກັນ ການ​ຕິດ­ເຊື້ອ​ໂຄ​ວິດ-19 ຢ່າງ​ເຄັ່ງ​ຄັດ ແລະ ຮັບ­ປະ­ກັນ​ມີ​ຫ້ອງ​ຮຽນ ແລະ ຄູ​ອາ­ຈານ ພຽງ­ພໍ ເພື່ອ​ຮັກ­ສາ​ໄລ­ຍະ​ຫ່າງ ແນ­ໃສ່​ສະ­ກັດ​ກັ້ນ ແລະ ຕ້ານ​ພະ­ຍາດ​ດັ່ງ­ກ່າວ  ບໍ່​ໃຫ້​ກັບ​ຄືນ​ມາ​ແຜ່​ລະ­ບາດ​ອີກ​ເປັນ​ຄັ້ງ​ທີ​ສອງ.

ທ່ານ ວົງ­ສາ​ທິດ ສຸ​ວໍ­ລະ​ວົງ ຜູ້­ອຳ­ນວຍ­ການ ວິ­ທະ­ຍາ­ໄລ​ລາວ-ອາ​ເມ​ຣິ​ກາ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ໃນ​ໄລ­ຍະ​ການ​ເປີດ​ການ​ຮຽນ-ການ​ສອນ​ຄືນ­ໃໝ່ ເຖິງ​ແມ່ນ​ວ່າ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຢູ່ ສປປ ລາວ ຈະ​ຜ່ອນ­ຄາຍ​ລົງ ແລະ ສາ­ມາດ​ປິ່ນ­ປົວ​ຜູ້​ຕິດ­ເຊື້ອ​ຫາຍ​ດີ​ໝົດ​ທຸກ​ຄົນ​ແລ້ວ​ກໍ່​ຕາມ ວິ­ທະ­ຍາ­ໄລ​ລາວ-ອາ​ເມ​ຣິ​ກາ ຍັງ​ໄດ້​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ຕາມ​ແຈ້ງ​ການ ຄຳ​ແນະ­ນຳ ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ກໍ​ຄື ຄະ­ນະ​ສະ­ເພາະ​ກິດ ວາງ​ອອກ​ຢ່າງ​ເຄັ່ງ​ຄັດ ໂດຍ​ສະ­ເພາະ ການ​ຮັກ­ສາ​ໄລ­ຍະ​ຫ່າງ 1-2 ແມັດ​ຂຶ້ນ​ໄປ ການ​ຮຽນ-ການ​ສອນ ແມ່ນ​ໃຫ້​ນັ່ງ​ໂຕະ​ລະ​ຄົນ ຫຼີກ​ລ່ຽງ​ການ​ຍ່າງ​ສວນ​ກັນ ໂດຍ​ໃຫ້​ປະ­ຕິ­ບັດ​ຕາມ​ປ້າຍ​ບອກ​ທາງ (ເຂົ້າ​ທາງ​ດຽວ-ອອກ​ທາງ​ດຽວ) ຕໍ່​ແຖວ​ຕາມ​ລຳ­ດັບ​ທີ່​ເວັ້ນ​ໄລ­ຍະ​ຫ່າງ ມີ​ການ​ວັດ­ແທກ​ອຸນ­ຫະ­ພູມ ຂ້າ​ເຊື້ອ ອະ­ນາ­ໄມ​ຫ້ອງ​ຮຽນ ແລະ ອ້ອມ​ຮອບ​ບໍ­ລິ­ເວນ​ໂຮງ­ຮຽນ ຫຼີກ​ລ່ຽງ​ການ​ອອກ​ນອກ​ຮົ້ວ​ໂຮງ­ຮຽນ ໃນ​ໄລ­ຍະ​ພັກ​ຮຽນ 15 ນາ­ທີ ບໍ່​ໃຫ້​ກິນ​ດື່ມ​ຮ່ວມ​ກັນ ແລະ ໃຊ້​ອຸ­ປະ­ກອນ​ຮ່ວມ​ກັນ ຫຼິ​ກລ່ຽງ​ການ​ຊຸມ­ນຸມ ຫຼື ຢູ່​ກັນ​ເປັນ​ກຸ່ມ ຕ້ອງ​ໃສ່​ຜ້າ​ອັດ​ປາກ ຖົງ­ມື​ທຸກ​ຄັ້ງ ໃນ​ເວ­ລາ​ຢູ່​ໃນ​ໂຮງ­ຮຽນ ຕ້ອງ​ລ້າງ​ມື​ໃສ່​ສະ­ບູ ຫຼື ເຈວ​ລ້າງ​ມື​ທຸກ​ຄັ້ງ​ກ່ອນ ຫຼັງ​ຊົ່ວ­ໂມງ​ຮຽນ ພ້ອມ​ນີ້ ທາງ​ໂຮງ­ຮຽນ​ຍັງ​ໄດ້​ເຜີຍ­ແຜ່​ຜົນ​ຮ້າຍ ແລະ ວິ­ທີ​ການ​ປ້ອງ​ກັນ ການ​ຕິດ­ເຊື້ອ​ໂຄ​ວິດ-19 ໃຫ້​ກັບ​ນັກ­ຮຽນ-ນັກ​ສຶກ​ສາ ເປັນ​ປະ­ຈຳ​ທຸກໆ​ວັນ.

ທ່ານ ວົງ­ສາ​ທິດ ສຸ​ວໍ­ລະ​ວົງ ຍັງ​ໃຫ້​ຮູ້​ອີ​ກວ່າ: ໃນ​ໄລ­ຍະ​ເປີດ​ການ​ຮຽນ-ການ​ສອນ​ຄືນ­ໃໝ່ ທາງ​ວິ­ທະ­ຍາ­ໄລ ຍັງ​ໄດ້​ມີ​ນະ­ໂຍ­ບາຍ​ຕໍ່​ກັບ​ນັກ­ຮຽນ-ນັກ​ສຶກ​ສາ ເປັນ­ຕົ້ນ ເລື່ອນ​ຊຳ­ລະ​ຄ່າ​ຮຽນ ແລະ ອື່ນໆ ພ້ອມ​ນັ້ນ ທ່ານ​ຍັງ​ຝາກ​ເຖິງ​ສັງ­ຄົມ ກໍ​ຄື ພໍ່​ແມ່​ຜູ້​ປົກ­ຄອງ ຂອງ​ນັກ­ຮຽນ-ນັກ​ສຶກ​ສາ ໃຫ້​ມີ​ຄວາມ​ໝັ້ນ​ໃຈ ຕໍ່​ການ​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ​ໂຄ​ວິດ-19 ເພາະ​ທາງ​ວິ­ທະ­ຍາ­ໄລ ໄດ້​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ ຄຳ​ແນະ­ນຳ ຂອງ​ລັດ­ຖະ­ບານ ວາງ​ອອກ​ຢ່າງ​ເຄັ່ງ​ຄັດ.

error: Content is protected !!