ເຖິງບໍ່ພົບກໍລະນີຕິດເຊື້ອ ແລະ ສະພາບການລະບາດ COVID-19 ສາທາລະນະສຸກແຂວງບໍ່ແກ້ວຍັງ ບໍ່ລະເຫຼີງໃຈ ໂດຍສືບຕໍ່ປະຕິບັດບັນດາມາດຕະການ ເພື່ອບໍ່ໃຫ້ເກີດການລະບາດພາຍໃນແຂວງ.

ທ່ານ ດຣ ຄຳພະຫຍາ ພົມປັນຍາ ຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ໃຫ້ສຳພາດໃນ ໂອກາດທີ່ຄະນະສື່ມວນຊົນເດີນທາງໄປເກັບກຳຂໍ້ມູນເພື່ອຂຽນຂ່າວວ່າ: ເຖິງສະພາບການລະບາດຂອງ COVID-19 ຈະຜ່ອນຄາຍລົງແຕ່ພວກເຮົາຍັງຈະຕ້ອງໄດ້ເຮັດມາດຕະການຢ່າງເຂັ້ມງວດ ໂດຍສະເພາະແມ່ນຍັງຕ້ອງສືບຕໍ່ຕັ້ງສູນກັກກັນ ໂດຍສະເພາະແມ່ນແຮງງານລາວທີ່ ເດີນທາງມາຈາກຕ່າງປະເທດ ໃຫ້ຕິດຕາມ 14 ວັນ ແລະ ເກັບຕົວຢ່າງເພື່ອສົ່ງກວດຫາການຕິດເຊື້ອ ສືບຕໍ່ໃຫ້ຂໍ້ມູນຂ່າວສານແກ່ຊຸມຊົນ ໃນການເຮັດມາດຕະການປ້ອງກັນຕົນເອງ (ໃສ່ຜ້າອັດປາກ ລ້າງມື ແລະ ຢູ່ຫ່າງກັນ) ເຝົ້າລະວັງຕິດຕາມຂໍ້ມູນການລາຍງານຕາມສະຖານທີ່ບໍລິການ ໂດຍການສອບສວນ ເກັບຕົວຢ່າງ ແລະ ແຍກປ່ຽວກໍລະນີສົງໄສສະຖານທີ່ບໍລິການສາທາລະນະນຳສົ່ງຄົນເຈັບ ແລະ ລະບົບການພົວພັນປະສານງານ ສັ່ງການໄດ້ຄືເກົ່າ ບໍ່ໄດ້ຍົກເລີກຈຸດກັ່ນຕອງ ຈຸດກວດກາ ແຕ່ສືບຕໍ່ຕັ້ງຈຸດກວດກັ່ນຕອງຢູ່ດ່ານສາກົນຂົວມິດຕະພາບ ຈະສືບຕໍ່ຕັ້ງຈຸດກັ່ນຕອງຢູ່ທາງເຂົ້າໂຮງໝໍແຂວງ ໂຮງໝໍເມືອງ ຄືເກົ່າ ເອົາໃຈໃສ່ໃນການ ປະສານງານນຳພະແນກການທີ່ກ່ຽວຂ້ອງ ໃນການປະເມີນ ມາດຕະການປ້ອງກັນໂຄວິດ ໃນສະຖານທີ່ປະກອບການ ໂຮງແຮມ ຮ້ານອາຫານ ບໍລິສັດ… ຕະຫຼາດ ຄິວລົດ ການຂົນສົ່ງໂດຍສານ ຄລີນິກເອກະຊົນ ສະຖານທີ່ອົບນວດ ໂຮງໝໍເອກະຊົນ ແລະ ຮ້ານຂາຍຢາ.

ພ້ອມນັ້ນ ຍັງສືບຕໍ່ປີດຮ້ານບັນເທິງ ເທັກບາຕ່າງໆ ປະສານກັບພະແນກສຶກສາທິການ ແລະ ກິລາ ໃນການເຮັດມາດຕະການກັ່ນຕອງນັກຮຽນທີ່ມີອາການໄຂ້ ເຮັດມາດຕະການອະນາໄມສ່ວນບຸກຄົນ ການລ້າງມື ການໃສ່ຜ້າອັດປາກ ການນັ່ງຫ່າງກັນ (ລວມໄປເຖິງການໃສ່ຜາອັດປາກ ສະໜອງເຄື່ອງວັດອຸນນະພູມ ສະບູລ້າງມື…) ໃຫ້ຄຳແນະນຳ ແລະ ສະໜອງອຸປະກອນສຳລັບປ້ອງກັນຕົນ ເອງ ໃຫ້ແກ່ການປະຊຸມທາງວິຊາການທີ່ຈຳເປັນ ແລະ ກອງປະຊຸມໃຫຍ່ຂອງພັກ-ສືບຕໍ່ເປີດສາຍດ່ວນ ແລະ ຕິດຕາມສະຖານະການການແຈ້ງຂ່າວ ເພື່ອເຮັດມາດຕະການກັ່ນຕອງກັກກັນແຕ່ຫົວທີ ຕໍ່ຜູ້ທີ່ມີ ອາການສົງໄສ ຜູ້ທີ່ເດີນທາງມາຈາກຕ່າງປະເທດ ທັງຖືກຕ້ອງ ແລະ ບໍ່ຖືກຕ້ອງປະສານງານຫາຄະນະ ສະເພາະກິດຂັ້ນແຂວງ ໃນການຜັນຂະຫຍາຍບັນດາຄຳສັ່ງ ແຈ້ງການຂອງຄະນະສະເພາະກິດ ແລະ ຂອງຂັ້ນເທິງໃນແຕ່ລະໄລຍະ- ສືບຕໍ່ ເປີດຫ້ອງປະຕິບັດການສຸກເສີນດ້ານສາທາລະນະສຸກ ແລະ ລາຍງານຄະນະສະເພາະກິດຂັ້ນແຂວງ ແລະ ສູນກາງທຸກວັນ- ສືບຕໍ່ໃນການເຮັດພະລາທິການ ແລະ ກຽມພ້ອມໄວ້ຜົນສຳເລັດ ມີບັນດານິຕິກຳຂອງຂັ້ນເທິງເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໄດ້ຮັບການຊີ້ນຳໆພາ ແລະ ຊ່ວຍເຫຼືອດ້ານງົບປະມານຈາກຂັ້ນເທິງອົງການປົກຄອງ ອົງການທາງສັງຄົມ ແລະ ປະຊາຊົນໃຫ້ການຮ່ວມໄມ້ຮ່ວມມືດີ ບັນຫາສິ່ງທ້າທາຍ ປະຊາຊົນບາງຈຳນວນຍັງຖືເບົາໃນການປ້ອງກັນຕົວເອງ ມີການຊຸມແຊວ ບໍ່ປ້ອງກັນຕົນເອງ (ຍັງບໍ່ປ່ຽນແປງພຶດຕິກຳຂອງຕົນເອງ ຍັງເຮັດແບບເກົ່າຮຽກຮ້ອງ: ການດຳລົງຊີວິດແບບໃໝຮັກສາໄລຍະຫ່າງ 1 ແມັດຂື້ນໄປ ໃສ່ຜ້າປິດປາກດັງ ລ້າງມືດ້ວຍສະບູ່ ຫຼື ເຈວລ້າງມີ.

ສຳລັບການຕິດຕາມ-ເຝົ້າລະວັງມາຮອດປັດຈຸບັນແຂວງບໍ່ແກ້ວ ບໍ່ມີຜູ້ຕິດເຊື້ອ ກໍລະນີສົງໄສພະຍາດ COVID-19 ທັງໝົດ 34 ກໍລະນີ ທັງໝົດໄດ້ເຂົ້ານອນຕິດຕາມອາການຢູ່ຫ້ອງແຍກປ່ຽວຂອງໂຮງໝໍແຂວງ 30 ກໍລະນີ ໂຮງໝໍເມືອງຕົ້ນເຜິ້ງ 2 ກໍລະນີ ແລະ ໂຮງໝໍເມືອງຜາອຸດົມ 2 ກໍລະນີ ແລະ ໄດ້ເກັບຕົວຢ່າງສົ່ງກວດທັງ 34 ກໍລະນີ ເຊິ່ງບາງກໍລະນີ ທີ່ອາການເຂົ້າກັບຄຳນິຍາມຄົບ ແມ່ນໄດ້ສົ່ງກວດ 2 ຄັ້ງ ແລະ ໃຫ້ຜົນລົບທັງໝົດ.
ສຳລັບການເຄື່ອນໄຫວຂອງຄະນະສື່ມວນຊົນຄັ້ງນີ້ ແມ່ນການຮ່ວມກັນລະຫວ່າງສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາ ແລະ ອົງການອຸຍນີເຊັບ ໂດຍການສະໜັບໜູນຈາກອົງການອຸຍນີເຊັບ ແລະ USAID.