ໂຮງແຮມພອນທິບ ພລາຊາ ເປັນໜຶ່ງໃນ 19 ໂຮງແຮມທີ່ທາງການເຮົາ ກໍຄືຄະນະສະເພາະກິດຕ້ານພະຍາດໂຄວິດ-19 ໄດ້ເລືອກເອົາເປັນສະຖານທີ່ກັກຕົວ 14 ວັນ ຜູ້ທີ່ເຂົ້າມາແຕ່ຕ່າງປະເທດ ບໍ່ວ່າຈະເປັນຄົນລາວ ແລະ ຄົນຕ່າງປະເທດ ຕາມມາດຕະການທີ່ລັດຖະບານລາວເຮົາວາງອອກຢ່າງເຂັ້ມງວດ.

ທ່ານ ນາງ ມະໄລທິບ ສີວິໄລ ເຈົ້າຂອງໂຮງແຮມພອນທິບ ພລາຊາ ໃຫ້ສຳພາດວັນທີ 18 ມິຖຸນາ 2020 ວ່າ: ໂຮງ ແຮມພອນທິບ ພລາຊາ ຕັ້ງຢູ່ຖະໜົນຄູວຽງ ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຕະຫຼອດໄລຍະຜ່ານມາ ໂຮງແຮມແຫ່ງນີ້ໄດ້ມີລູກຄ້າ ກໍຄືແຂກພາຍໃນ ແລະ ຕ່າງປະເທດເຂົ້າມາບໍລິການພັກເຊົາເປັນຈຳນວນຫຼາຍສົມຄວນ ເນື່ອງຈາກໂຮງແຮມມີຄວາມສະດວກ ມີຮ້ານອາຫານ ບໍລິສັດເຊົ່າລົດ ບໍລິສັດທ່ອງທ່ຽວ ແລະ ເປັນສະມາຊິກສະມາຄົມທ່ອງທ່ຽວ ຈຶ່ງມີເງື່ອນໄຂຫຼາຍດ້ານໃຫ້ແຂກ ຈຶ່ງເຮັດໃຫ້ທຸລະກິດໄປໄດ້ ມີລາຍຮັບ ແລະ ສ້າງວຽກເຮັດງານທຳໃຫ້ແຮງງານລາວເປັນຈຳນວນບໍ່ໜ້ອຍ.

ພາຍຫຼັງທີ່ເກີດການລະບາຍຂອງພະຍາດໂຄວິດ-19 ທົ່ວໂລກໄດ້ມີຜົນກະທົບ ແລະ ທຸລະກິດໂຮງແຮມພອນທິບ ພລາຊາ ລວມທັງກິດຈະການປິ່ນອ້ອມ ກໍໄດ້ມີການປິດບໍລິການຊົ່ວຄາວມາແຕ່ທ້າຍເດືອນມັງກອນ 2020 ເປັນຕົ້ນມາຮອດປັດຈຸບັນ ແຕ່ໂຊກດີ ພາກລັດໄດ້ເລືອກເອົາໂຮງແຮມແຫ່ງນີ້ເປັນສະຖານທີ່ກັກຕົວຜູ້ທີ່ເດີນທາງມາແຕ່ຕ່າງປະເທດເຂົ້າມາລາວ ນັບແຕ່ວັນທີ 25 ພຶດສະພາ 2020 ເປັນຕົ້ນມາ ມາຮອດປັດຈຸບັນມີຜູ້ມາກັກຕົວ 14 ວັນ 3 ຄົນ ໃນນັ້ນມີຄົນໄທ 2 ຄົນ ແລະ ຄົນຈີນ 1 ຄົນ ພາຍໃນໂຮງແຮມມີທັງໝົດ 110 ຫ້ອງນອນ ແຕ່ທາງໂຮງແຮມໄດ້ເລືອກຫ້ອງທີ່ເໝາະສົມມີ 80 ຫ້ອງ ແຕ່ກ່ອນຈະໄດ້ຮັບວຽກນີ້ ພາກສ່ວນກ່ຽວຂ້ອງກໍໄດ້ລົງມາເຝິກອົບຮົມປ້ອງກັນພະຍາດໂຄວິດໃຫ້ພະນັກງານໂຮງແຮມ ແລະ ໂຮງແຮມກໍໄດ້ເຂັ້ມງວດການປ້ອງກັນ ແລະ ເອົາໃຈໃສ່ອະນາໄມຂ້າເຊື້ອໂດຍຈ້າງບໍລິສັດທຳຄວາມສະອາດມາບໍລິການ ໂດຍລວມແລ້ວ ໂຮງແຮມແຫ່ງນີ້ມີຄວາມເໝາະສົມທາງດ້ານສະຖານທີ່ຕັ້ງບໍ່ເປັນເຂດແອອັດ ມີສະຖານທີ່ຈອດລົດກວ້າງຂວາງ ຫ້ອງນອນກວ້າງຂວາງ ມີອຸປະກອນຮັບໃຊ້ຄົບຊຸດ ມີປ່ອງຢ້ຽມເປີດແປນ ແສງແດດສ່ອງເຂົ້າຫ້ອງ ເປັນໂຮງແຮມທຽບເທົ່າກັບລະດັບ 4 ດາວ ແລະ ການບໍລິການຄ່າຫ້ອງເກັບຄືເກົ່າໃນຜ່ານມາ ລາຄາ 390.000 ກີບຕໍ່ຫ້ອງຕໍ່ຄືນ ພ້ອມມີອາຫານສາມຄາບ ບໍລິການບໍ່ເສຍເງິນ ສົ່ງຮັບຢູ່ເດີ່ນບິນ ໄປໂຮງໝໍ ແລະ ອື່ນໆຕາມຄວາມຕ້ອງການຂອງຄະນະສະເພາະກິດ ສ່ວນແຂກທີ່ມາພັກເຊົາ ມີສິ່ງອຳນວຍຄວາມສະດວກຕ່າງໆທີ່ບໍ່ໄດ້ເສຍເງິນ ເພື່ອອຳນວຍຄວາມສະດວກ ເປັນຕົ້ນວາຍຟາຍ ອິນເຕີເນັດ ສົ່ງເອກະສານ ແລະ ອື່ນໆ ໂດຍລວມແລ້ວ ໂຮງແຮມໄດ້ປະກອບສ່ວນຊ່ວຍພັກ – ລັດໃນໄລຍະພະຍາດໂຄວິດ ນອກຈາກໂຮງແຮມແລ້ວ ຍັງມີອາພາດເມັນທີ່ຕັ້ງຢູ່ດ້ານຫຼັງໂຮງແຮມ ເໝາະແກ່ແຂກພາຍໃນຕ່າງແຂວງທີ່ມາວຽກຢູ່ນະຄອນຫຼວງວຽງຈັນ ບໍ່ຢາກພັກເຊົາຢູ່ເຮືອນພີ່ນ້ອງ ສາມາດມາພັກເຊົາຢູ່ອາພາດເມັນແຫ່ງນີ້ ລາຄາຫຼຸດ 60% ພ້ອມທັງມີສິ່ງອຳນວຍຄວາມສະດວກ ມີສະລອຍນ້ຳ ບ່ອນອອກກຳລັງກາຍ ແລະ ຮ້ານອາຫານ ດັ່ງນັ້ນຜູ້ທີ່ຕ້ອງການເອົາແຂກຕ່າງປະເທດມາກັກຕົວ ແລະ ຜູ້ປົກຄອງຕ້ອງການເອົາລູກຫຼານຜູ້ທີ່ຮຽນຈົບຈາກຕ່າງປະເທດ ເວລາກັບບ້ານຕ້ອງການມາກັກຕົວ 14 ວັນ ສາມາດຕິດຕໍ່ພົວພັນໄດ້ເບີໂທລະສັບ 021 261591 020 99999250.

ໂອກາດນີ້ ທ່ານ ນາງ ມະໄລທິບ ສີວິໄລ ຍັງໄດ້ສະເໜີມາພາກລັດ ກໍຄືພາກສ່ວນກ່ຽວຂ້ອງ ຢາກໃຫ້ແບ່ງປັນກະຈາຍແຂກທີ່ມາພັກເຊົາ ກັກຕົວຢູ່ແຕ່ລະໂຮງແຮມໃຫ້ສະໝ່ຳສະເໝີກັນ ໂດຍສະເພາະຢາກໃຫ້ສົ່ງເສີມທຸລະກິດຂອງຄົນລາວ ເພື່ອພ້ອມກັນຢູ່ລອດນຳກັນ ສຳລັບພາກສ່ວນທະນາຄານ ກໍໃຫ້ປະຕິບັດຕາມຄຳສັ່ງແຈ້ງການຂອງລັດຖະບານ ໃນການຜ່ອນຜັນຊຳລະເງິນກູ້ອອກໄປໃຫ້ມີໄລຍະຍາວຕື່ມຈາກ 6 ເດືອນໃຫ້ເປັນໜຶ່ງປີ ຫຼືຫຼາຍກວ່ານັ້ນ ເພື່ອຫຼີກລ່ຽງການເປັນໜີ້ນອກລະບົບ.

# ຂ່າວ & ພາບ: ສົມສະຫວັນ