ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ບັງຄັບໃຊ້ກົດໝາຍ ຢູ່ເມືອງສັງທອງ

ພິ­ທີ​ເຊັນ​ສັນ­ຍາ​ຮ່ວມ​ມື​ລະ­ຫວ່າງ​ພະ​ແນກ​ຍຸ­ຕິ​ທຳ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ກັບ ສະ­ມາ­ຄົມ​ເພື່ອ​ພັດ­ທະ­ນາ​ແມ່­ຍິງ ແລະ ສຶກ​ສາ​ກົດ­ໝາຍ ແລະ ພິ­ທີ​ເປີດ​ໂຄງ­ການ​ສົ່ງ­ເສີມ​ແມ່­ຍິງ​ເຂົ້າ​ເຖິງ​ກົດ­ໝາຍ ແລະ ຄວາມ​ຍຸ­ຕິ​ທຳ​ຢູ່ 10 ບ້ານ ແລະ 7 ໂຮງ­ຮຽນ​ເປົ້າ​ໝາຍ​ຢູ່​ເມືອງ​ສັງ​ທອງ ຈັດ​ຂຶ້ນ​ວັນ​ທີ 17 ມິ­ຖຸ­ນາ 2020 ທີ່​ຫ້ອງ­ການ ປກສ ເມືອງ​ສັງ​ທອງ ຮ່ວມ​ລົງ​ນາມ​ຂອງ​ທ່ານ ບົວ​ເກດ ພົມ­ມະ­ຈັນ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ ນວ ຮອງ​ຫົວ­ໜ້າ​ພະ​ແນກ​ຍຸ­ຕິ​ທຳ ນວ ແລະ ທ່ານ ນາງ ອິນ​ທະ​ນາ ບຸບ​ພາ​ສະ­ຫວັນ ອຳ­ນວຍ​ການ​ສະ­ມາ­ຄົມ​ເພື່ອ​ພັດ­ທະ­ນາ​ແມ່­ຍິງ ແລະ ສຶກ​ສາ​ກົດ­ໝາຍ ມີ​ທ່ານ ນາງ ແກ້ວ ພົມ​ມະ​ລາດ ຮອງ​ເຈົ້າ­ເມືອງ​ສັງ​ທອງ ທ່ານ ນາງ ທິບ​ພາ​ວັນ ແສງ​ລິນ​ທອງ ຜູ້­ຕາງ­ໜ້າ​ສະ­ຖານ­ທູດ​ເຢຍ​ລະ​ມັນ​ປະ­ຈຳ​ລາວ ບັນ­ດາ​ຫົວ­ໜ້າ​ຫ້ອງ­ການ ກອງ​ບັນ­ຊາ​ການ ປກຊ-ປກສ ເລ­ຂາ​ພັກ​ບ້ານ ອຳ­ນວຍ​ການ​ໂຮງ­ຮຽນ ແລະ ພະ­ນັກ­ງານ​ວິ­ຊາ​ການ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂຄງ­ການ​ສົ່ງ­ເສີມ​ແມ່­ຍິງ​ໃຫ້​ສາ­ມາດ​ເຂົ້າ​ເຖິງ​ກົດ­ໝາຍ ແລະ ຄວາມ​ຍຸ­ຕິ​ທຳ ທີ່​ເມືອງ​ສັງ​ທອງ ເພື່ອ​ເສີມ​ສ້າງ​ໃຫ້​ແມ່­ຍິງ​ມີ​ຄວາມ​ເຂັ້ມ­ແຂງ ມີ​ຄວາມ​ສາ­ມາດ​ໃນ​ການ​ຕັດ­ສິນ​ໃຈ ແລະ ຮ່ວມ​ມື​ກັບ​ພາກ­ສ່ວນ​ຮັບ­ຜິດ­ຊອບ​ຕ່າງໆ ເພື່ອ​ນຳ​ໃຊ້​ກົດ­ໝາຍ ແລະ ມີ​ຄວາມ​ເຂົ້າ­ໃຈ​ຄວາມ​ລະ­ອຽດ​ອ່ອນ​ຂອງ​ບົດ­ບາດ​ຍິງ-ຊາຍ​ຢ່າງ​ຖືກ­ຕ້ອງ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ພະ­ນັກ­ງານ​ບັງ­ຄັບ​ໃຊ້​ກົດ­ໝາຍ ແລະ ຄະ­ນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ​ບ້ານ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ ແລະ ການ​ນຳ​ໃຊ້​ກົດ­ໝາຍ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ລະ­ອຽດ​ອ່ອນ ​ຂອງ​ຄວາມ​ສະ­ເໝີ­ພາບ​ລະ­ຫວ່າງ​ຍິງ-ຊາຍ ເພີ່ມ​ຄວາມ​ເຂົ້າ­ໃຈ​ໃຫ້​ປະ­ຊາ­ຊົນ ແລະ ນັກ­ຮຽນ​ໃນ​ເຂດ​ເປົ້າໝາຍ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ບົນ​ພື້ນ­ຖານ​ທາງ​ເພດ ແລະ ຄອບ­ຄົວ ສິດ­ທິ​ເດັກ ຄວາມ​ສະ­ເໝີ­ພາບ​ລະ­ຫວ່າງ​ຍິງ-ຊາຍ ແລະ ການ​ເຂົ້າ​ເຖິງ​ກົດ­ໝາຍ​ສຳ­ລັບ​ກິດ­ຈະ­ກຳ​ໂຄງ­ການ​ ປະ­ກອບ​ມີ​ເກັບ​ກຳ​ຂໍ້​ມູນ​ເພື່ອ​ເລືອກ​ບ້ານ​ເປົ້າ​ໝາຍ ແລະ ໂຮງ­ຮຽນ​ຢູ່​ເມືອງ​ສັງ​ທອງ ເຊັນ​ບົດ​ບັນ­ທຶກ​ການ​ຮ່ວມ​ມື ຈັດ​ກອງ​ປະ­ຊຸມ​ເປີດ​ໂຄງ­ການ​ຢູ່​ເມືອງ​ສັງ​ທອງ ຈັດ​ພິມ​ປື້ມ​ຕຳ­ລາ​ຮຽນ​ກົດ­ໝາຍ 45 ວັນ ເຝິກ­ອົບ­ຮົມ​ພາ­ລະ​ບົດ­ບາດ ສິດ ແລະ ໜ້າ­ທີ່​ໃຫ້​ຄະ­ນະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂັ້ນ​ບ້ານ ຈັດ​ເຝິກ­ອົບ­ຮົມ​ທັກ​ສະ­ການ​ຂຶ້ນ​ຫ້ອງ​ສອນ ​ໃຫ້​ບັນ­ດາ​ຄູ​ອາ­ຈານ​ຂຶ້ນ​ຫ້ອງ​ສອນ​ກົດ­ໝາຍ 45 ວັນ ລົງ​ໂຄ­ສະ­ນາ​ເຜີຍ­ແຜ່​ກົດ­ໝາຍ​ໃນ 10 ບ້ານ ແລະ 7 ໂຮງ­ຮຽນ​ເປົ້າ​ໝາຍ​ຢູ່​ເມືອງ​ສັງ​ທອງ ຕິດ­ຕາມ ແລະ ປະ​ເມີນ​ຜົນ​ໂຄງ­ການ​ໃນ​ເດືອນ​ພະ­ຈິກ ແລະ ຈັດ​ກອງ​ປະ­ຊຸມ​ປິດ​ໂຄງ­ການ​ເດືອນ​ທັນ­ວາ 2020.

error: Content is protected !!