ຈະພັດທະນາແຫຼ່ງທ່ອງທ່ຽວຢູ່ 2 ແຂວງພາກໃຕ້ໃຫ້ມີຄວາມຍືນຍົງ

ພິ­ທີ​ເຊັນ​ສັນ­ຍາ ໂຄງ­ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກ­ສາ​ມໍ­ລະ­ດົກ​ວັດ­ທະ­ນະ­ທຳ ແລະ ການ​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ວຽກ​ງານ​ທ່ອງ​ທ່ຽວ​ຢູ່​ແຂວງ​ຈຳ­ປາ​ສັກ ແລະ ແຂວງ​ສະ­ຫວັນ​ນະ​ເຂດ (CHAMPA) ມູນ​ຄ່າ 2.640.000 ເອີ​ໂຣ ຫຼື ປະ­ມານ 26,9 ຕື້​ກີບ ຈັດ​ຂຶ້ນ​ວັນ​ທີ 17 ມິ­ຖຸ­ນາ 2020 ຢູ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ(ຜທ) ຮ່ວມ​ລົງ​ນາມ​ລະ­ຫວ່າງ ທ່ານ ກິ​ແກ້ວ ຈັນ­ທະ​ບູ​ຣີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຜທ ແລະ ທ່ານ ມາ​ເຈີ​ໂບ​ມີ​ເຢ ຜູ້­ອຳ­ນວຍ­ການ​ອົງ­ການ​ຝຣັ່ງ ເພື່ອ​ການ​ພັດ­ທະ­ນາ ປະ­ຈຳ​ລາວ (AFD) ມີ​ຕາງ­ໜ້າ​ຈາກ​ສະ­ຖານ­ທູດ​ຝຣັ່ງ ປະ­ຈຳ​ລາວ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຈຳ­ປາ​ສັກ ແຂວງ​ສະ­ຫວັນ​ນະ​ເຂດ ແລະ ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ກິ​ແກ້ວ ຈັນ­ທະ​ບູ​ຣີ ກ່າວ​ວ່າ: ອົງ­ການ AFD ເປັນ​ຄູ່​ຮ່ວມ​ພັດ­ທະ­ນາ​ທີ່​ມີ​ສາຍ​ພົວ­ພັນ​ອັນ​ຍາວ​ນານ​ກັບ​ລັດ­ຖະ­ບານ​ລາວ ເຊິ່ງ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ຫຼາຍ​ກວ່າ 150 ລ້ານ​ເອີ​ໂຣ ຫຼື ປະ­ມານ 1.519 ຕື້​ກີບ ນັບ​ແຕ່​ປີ 1994 ເປັນ­ຕົ້ນ​ມາ ໂຄງ­ການ CHAMPA ເປັນ​ອີກ​ໜຶ່ງ​ໂຄງ­ການ​ໃນ​ຂອບ​ການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ສະ­ແດງ​ໃຫ້​ເຫັນ​ບົດ­ບາດ​ອັນ​ສຳ­ຄັນ​ຂອງ​ອົງ­ການ AFD ກໍ​ຄື ລັດ­ຖະ­ບານ​ຝຣັ່ງ ໃນ​ການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ວຽກ​ງານ​ພັດ­ທະ­ນາ​ເສດ­ຖະ­ກິດ?ສັງ­ຄົມ​ຂອງ​ລາວ ໂດຍ​ສະ­ເພາະ ໃນ​ຂົງ­ເຂດ​ວຽກ​ງານ​ອະ­ນຸ​ຮັກ​ວັດ­ທະ­ນະ­ທຳ ແລະ ມໍ­ລະ­ດົກ.

ວັດ​ພູ​ຈຳ­ປາ​ສັກ ໄດ້​ຮັບ​ການ​ຂຶ້ນ​ທະ­ບຽນ​ຈາກ​ອົງ­ການ​ອຸຍ​ເນັສ​ໂກ ໃຫ້​ເປັນ​ມໍ­ລະ­ດົກ​ໂລກ ປີ 2001 ເປັນ​ມໍ­ລະ­ດົກ​ທີ່​ມີ​ຄວາມ​ສຳ­ຄັນ​ຫຼາຍ​ຢ່າງ ບໍ່​ວ່າ​ຈະ​ເປັນ​ມໍ­ລະ­ດົກ​ທາງ​ດ້າ​ນູບ​ຮານ​ຄະ­ດີ ມໍ­ລະ­ດົກ​ທາງ​ດ້ານ​ສະ­ຖາ­ປັດ­ຕະ­ຍະ­ກຳ ມໍ­ລະ­ດົກ​ທາງ​ດ້ານ​ນາມ​ມະ​ທຳ ແລະ ມໍ­ລະ­ດົກ​ທຳ​ມະ​ຊາດ ບັນ­ດາ​ປັດ​ໄຈ​ດັ່ງ­ກ່າວ​ປະ­ກອບ​ເປັນ​ທ່າ­ແຮງ​ທີ່​ສຳ­ຄັນ​ຕໍ່​ວຽກ​ງານ​ທ່ອງ​ທ່ຽວ ແຕ່​ເຫັນ​ວ່າ​ຍັງ​ບໍ່​ທັນ​ເປັນ​ທີ່​ຮັບ​ຮູ້ ຫຼື ຍັງ​ບໍ່​ໄດ້​ຮັບ​ການ​ສົ່ງ­ເສີມ ແລະ ເຜີຍ­ແຜ່​ຢ່າງ​ພໍ​ພຽງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ນັກ​ທ່ອງ​ທ່ຽວ​ສ່ວນ​ຫຼາຍ​ທີ່​ເຂົ້າ​ມາ​ຢ້ຽມ­ຢາມ​ເຂດ​ມໍ­ລະ­ດົກ ໂດຍ​ສະ­ເພາະ ຢູ່​ເມືອງ​ຈຳ­ປາ​ສັກ​ບໍ່​ໄດ້​ພັກ​ຄ້າງ​ຄືນ​ຢູ່​ທີ່​ນັ້ນ ເຮັດ​ໃຫ້​ປະ­ຊາ­ຊົນ​ຢູ່​ທ້ອງ­ຖິ່ນ​ບໍ່​ໄດ້​ຮັບ​ຜົນ​ປະ­ໂຫຍດ ຈາກ​ທ່າ­ແຮງ​ການ­ທ່ອງ­ທ່ຽວ​ດັ່ງ­ກ່າວ ອີກ​ດ້ານ​ໜຶ່ງ​ແຂວງ​ສະ­ຫວັນ​ນະ​ເຂດ ທີ່​ມີ​ປະ­ຊາ­ກອນ​ຫຼາຍ​ທີ່​ສຸດ​ໃນ​ລາວ ເຖິງ​ຈະ​ມີ​ທ່າ­ແຮງ​ດ້ານ​ທ່ອງ​ທ່ຽວ​ຫຼາຍ​ດ້ານ​ແຕ່​ປັດ­ຈຸ­ບັນ ວຽກ​ງານ​ການ­ທ່ອງ­ທ່ຽວ​ກໍ​ບໍ່​ຄ່ອຍ​ຄຶກ­ຄື້ນ​ເທົ່າ​ທີ່​ຄວນ ອີງ­ໃສ່​ທ່າ­ແຮງ​ທີ່​ມີ​ຢ່າງ​ຫຼວງ­ຫຼາຍ​ບໍ່​ວ່າ​ຈະ​ເປັນ​ທີ່​ຕັ້ງ​ດ້ານ​ຍຸດ​ທະ​ສາດ ໂດຍ​ສະ­ເພາະ ທາງ​ດ້ານ​ປະ­ຫວັດ­ສາດ ກໍ​ຄື ທາງ​ດ້ານ​ວັດ­ທະ­ນະ­ທຳ​ທີ່​ອຸ­ດົມ­ສົມ­ບູນ​ຮັ່ງ­ມີ ລວມ​ໄປ​ເຖິງ​ຊັບ​ສົມ­ບັດ​ໃນ​ສະ­ໄໝ​ຣາ​ຊະ​ອາ­ນາ­ຈັກ​ສີ​ໂຄດ​ຕະ­ບອງ ທີ່​ໄດ້​ຮັບ​ການ​ຄົ້ນ­ຄວ້າ​ໃນ​ໄລ­ຍະ​ທີ່​ຜ່ານ​ມາ ອົງ­ການ AFD ແລະ ກະ­ຊວງ ຖວ​ທ ຈຶ່ງ​ໄດ້​ຮ່ວມ​ກັນ​ດຳ­ເນີນ​ການ​ເກັບ​ກຳ​ຂໍ້​ມູນ ແລະ ວ່າ​ຈ້າງ​ຊ່ຽວ­ຊານ​ເຮັດ​ບົດ​ວິ­ພາກ​ໂຄງ­ການ​ຮ່ວມ​ມື​ໃນ​ການ​ປົກ​ປັກ​ຮັກ­ສາ ແລະ ສົ່ງ­ເສີມ​ຄຸນ­ຄ່າ​ມໍ­ລະ­ດົກ​ເພື່ອ​ພັດ­ທະ­ນາ​ໃຫ້​ເປັນ​ທ່າ­ແຮງ​ການ­ທ່ອງ­ທ່ຽວ ແລະ ການ​ຮຽນ​ຮູ້ ໂຄງ­ການ​ນີ້ ມີ​ມູນ​ຄ່າ​ທັງ​ໝົດ 6 ລ້ານ​ເອີ​ໂຣ ຫຼື ປະ­ມານ 60,7 ຕື້​ກີບ ແລະ ມີ​ຊື່​ໂຄງ­ການ​ວ່າ: ໂຄງ­ການ CHAMPA ເຊິ່ງ​ການ­ຈັດ­ຕັ້ງ​ໂຄງ­ການ​ຈະ​ມີ​ອຳ­ນາດ​ການ​ປົກ­ຄອງ​ຝ່າຍ​ລາວ​ທັງ​ສອງ​ແຂວງ ແລະ ສະ​ຖາ​ບັນ​ຝຣັ່ງ​ພາກ​ພື້ນ​ຕາ­ເວັນ​ອອກ ຫຼື EFEO ເປັນ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຮ່ວມ​ກັນ.

ພາຍ​ໃຕ້​ໂຄງ­ການ​ຈະ​ມີ​ການ​ສ້າງ​ແຜນ​ພັດ­ທະ­ນາ​ວຽກ​ງານ​ທ່ອງ​ທ່ຽວ ການ​ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ ແລະ ສາ­ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຂຶ້ນ​ໃຫ້​ນັກ​ທ່ອງ​ທ່ຽວ​ພັກ​ເຊົາ ແລະ ທ່ອງ​ທ່ຽວ​ໃນ​ເຂດ​ດັ່ງ­ກ່າວ​ໃຫ້​ຫຼາຍ​ຂຶ້ນ ເຊິ່ງ​ເປັນ​ການ​ກະ­ຕຸກ​ຊຸກ­ຍູ້​ການ​ພັດ­ທະ­ນາ ແລະ ສ້າງ​ເສດ­ຖະ­ກິດ​ທ້ອງ­ຖິ່ນ ໂດຍ​ສະ­ເພາະ ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ​ໃນ​ທ້ອງ­ຖິ່ນ​ນັ້ນ​ຫຼາຍ​ຂຶ້ນ ກ້າວ​ໄປ​ສູ່​ການ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ​ໃນ​ອະ­ນາ­ຄົດ.

error: Content is protected !!