ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນ ໃນວັນທີ 24 ມິຖຸນາ ແລະ ຈະດຳເນີນໄປເຖິງ ວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ6) ນະຄອນຫຼວງວຽງຈັນ ຊຶ່ງຈະໃຊ້ເວລາດຳເນີນກອງປະຊຸມທັງໝົດ 7 ວັນ (ບໍ່ລວມວັນພັກລັດຖະການ) ພິທີຖະແຫຼງຂ່າວ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ ນີ້ ທີ່ສະພາແຫ່ງຊາດ ໂດຍ ທ່ານນາງ ສວນສະຫວັນ ວິຍະເກດ ຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ.
ທ່ານນາງ ສວນສະຫວັນ ໄດ້ກ່າວວ່າ: ບັນດາກຳມາທິການ ຄະນະເລຂາທິການສະພາແຫ່ງຊາດ ແລະ ກົງຈັກທີ່ຄະນະປະຈຳສະພາແຫ່ງຊາດສ້າງຕັ້ງ ໄດ້ປະສານສົມທົບກັບລັດຖະບານ ກະຊວງ ແລະ ອົງການ ໃນການກະກຽມເນື້ອໃນ ຂອງແຕ່ລະພາກສ່ວນທີ່ຈະນຳສະເໜີຕໍ່ກອງປະຊຸມໃນຄັ້ງນີ້ ມາເຖິງປັດຈຸບັນ ເຫັນວ່າຄົບຖ້ວນ ແລະ ສອດຄ່ອງກັບລະບຽບການ ເຊິ່ງກອງປະຊຸມດັ່ງກ່າວ ຈະໄດ້ຮັບຟັງການລາຍງານ ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້: ພາກລາຍງານຂອງລັດຖະບານ ປະກອບມີ: ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ?ສັງຄົມ ແຜນງົບປະມານແຫ່ງລັດ ແຜນເງິນຕາ 5 ເດືອນຕົ້ນປີ ຄາດຄະ ເນ 6 ເດືອນຕົ້ນປີ 2020 ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ການຊີ້ແຈງຈາພາກສ່ວນ ກ່ຽວຂ້ອງຂອງລັດຖະບານ ຕໍ່ຄຳຊັກຖາມຂອງກອງປະຊຸມສະພາແຫ່ງຊາດຈຳນວນໜຶ່ງ.
ສຳລັບພາກລາຍງານຂອງສະພາແຫ່ງຊາດ ຈະໄດ້ພິຈາລະນາຮັບຮອງເອົາການແຕ່ງຕັ້ງບຸຄະລາກອນພາຍໃນສະພາແຫ່ງຊາດ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2020 ຂອງຄະນະປະຈຳສະພາແຫ່ງຊາດ ບົດລາຍງານຜົນການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງ ການສຳຫຼວດ ແລະ ການຂຸດຄົ້ນແຮ່ທາດ ຫີນແຮ່ ແລະ ຫີນຜາ ນອກຈາກນີ້ ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍຈຳນວນ 5 ສະບັບ ເປັນຕົ້ນ ຮ່າງກົດໝາຍວ່າດ້ວຍສະພາແຫ່ງຊາດ ຮ່າງກົດໝາຍວ່າດ້ວຍສະພາປະຊາຊົນ ຂັ້ນແຂວງ ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ຮ່າງກົດໝາຍວ່າດ້ວຍພາສີ ຮ່າງກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ.
ໂອກາດດຽວກັນນີ້ ທ່ານນາງ ສວນສະຫວັນ ຍັງຂໍເຊີນພະນັກງານ ລັດຖະກອນ ທະຫານ ຕຳ ຫຼວດ ນັກຮຽນ ນັກສຶກສາ ປັນຍາຊົນ ກຳມະກອນ ຊາວຜູ້ອອກແຮງງານ ພໍ່ແມ່ພີ່ນ້ອງ ປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວ ທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້ ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບ ໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້ ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີ ໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້: ໂທລະສັບບໍ່ເສຍຄ່າ ໝາຍເລກ 156 ໂທລະສານ ໝາຍເລກ 021 413528 ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ 662 ສົ່ງອີເມວ na_session@na.gov.la.