ລາວ ອິນເຕີ ຄລີນິກ ບໍລິການກວດສຸຂະພາບບໍ່ເສຍຄ່າ ໃຫ້ເອື້ອຍນ້ອງແມ່ຍິງ
ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະຊຸກຍູ້ສົ່ງເສີມສຸຂະພາບຂອງແມ່ຍິງລາວ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20/7/1955-20/7/2020) ທີ່ໝູນມາຄົບຮອບອີກວາລະໜຶ່ງໃນມໍ່ໆນີ້ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ມີບັນຍາກາດຄືກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍທີ່ສຳຄັນນັ້ນ ລາວ ອິນເຕີ ຄລີນິກ ໄດ້ສືບຕໍ່ຈັດກິດຈະກຳບໍລິການກວດສຸຂະພາບ…
ໄຂ້ຍຸງລາຍຂ້າຊີວິດເພີ່ມອີກ 1 ຄົນ ທີ່ແຂວງຊຽງຂວາງ
ປັດຈຸບັນ ທົ່ວປະເທດມີອັດຕາການເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍສະສົມທັງໝົດ 8 ຄົນ ໃນນັ້ນມີກໍລະນີເສຍຊີວິດໃໝ່ເພີ່ມ 1 ຄົນ ເສຍຊີວິດໃນວັນທີ 7 ກໍລະກົດ 2020 ທີ່ແຂວງຊຽງຂວາງ ລວມເປັນ 5 ແຂວງ ທີ່ພົບກໍລະນີເສຍຊີວິດ.…
ລະວັງ ! ຈະຕົກເປັນເຫຍື່ອ ຍຸດທະສາດຫັນປ່ຽນໂດຍສັນຕິ
ໃນຍຸກແຫ່ງຂໍ້ມູນຂ່າວສານຄືປັດຈຸບັນ ໄດ້ເກີດມີແຫຼ່ງຂ່າວຫຼວງຫຼາຍປາກົດຕົວຂຶ້ນໃນສື່ອອນລາຍ ສະນັ້ນ ຫາກເຮົາບໍ່ມີສະຕິໃນການຮັບຂໍ້ມູນເຫຼົ່ານັ້ນ ຈະເຮັດໃຫ້ສັບສົນ ບໍ່ຮູ້ວ່າອັນໃດເປັນຂ່າວແທ້ ຂ່າວປອມ ທ້າຍທີ່ສຸດ ອາດຕົກເປັນເຫຍື່ອຂອງຍຸດທະສາດຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ ທີ່ຫວັງໂຄ່ນລົ້ມໂຈມຕີລະບອບຂອງພວກເຮົາ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ພວກເຮົາຕ້ອງກຳໃຫ້ໄດ້ວ່າ: ຍຸດທະສາດຫັນປ່ຽນໂດຍສັນຕິແມ່ນຫຍັງ ?. ຍຸດທະສາດຫັນປ່ຽນໂດຍສັນຕິ…
ຮ່ວມສົມທົບທຶນບູລະນະປະຕິສັງຂອນ ພະທາດຖິ່ນຊ້ອຍ ເປັນຂວັນມິ່ງເມືອງ
ພະທາດເຈດີ ວັດຖິ່ນຊ້ອຍ ຕັ້ງຢູ່ບ້ານ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງພະທາດແຫ່ງນີ້ ເປັນມໍລະດົກສະຖານທີ່ເກົ່າແກ່ອີກແຫ່ງໜຶ່ງ ທີ່ຕິດພັນກັບປະຫວັດສາດແຫ່ງການຕໍ່ສູ້ ແລະ ສ້າງສາພັດທະນາປະເທດຊາດຂອງບັນພະບຸລຸດລາວ ຕາມຂໍ້ມູນທີ່ໄດ້ບັນທຶກໄວ້ ພະທາດຖິ່ນຊ້ອຍ ສ້າງຕັ້ງຂຶ້ນໃນປີ ຄສ 1570…
ກິນໝີ່ເຄິ່ງສຳເລັດຮູບຢ່າງໃດ ບໍ່ໃຫ້ເສຍສຸຂະພາບ
ໝີ່ເຄິ່ງສຳເລັດຮູບ ມັກຖືກເບິ່ງວ່າເປັນອາຫານໄຮ້ປະໂຫຍດ ໄຮ້ຄຸນຄ່າທາງສານອາຫານ ບໍ່ຄວນກິນເລື້ອຍໆ ແລະ ຍັງໃຫ້ໂທດຕໍ່ຮ່າງກາຍ ຫາກຮັບປະທານຫຼາຍເກີນໄປອີກດ້ວຍ ແຕ່ຖ້າທ່ານມັກກິນໝີ່ເຄິ່ງສຳເລັດຮູບ ເຮົາມີວິທີກິນໃຫ້ໄດ້ປະໂຫຍດ ໄດ້ຄຸນຄ່າທາງສານອາຫານຫຼາຍຂຶ້ນມາຝາກ. ເປັນຫຍັງ “ໝີ່ເຄິ່ງສຳເລັດຮູບ” ຈຶ່ງບໍ່ຄວນກິນຫຼາຍ ໝີ່ເຄິ່ງສຳເລັດຮູບ ມັກຖືກຈັດວ່າເປັນອາຫານທີ່ບໍ່ຄ່ອຍມີຄຸນຄ່າທາງສານອາຫານ ທີ່ມີປະໂຫຍດຕໍ່ຮ່າງກາຍ…
ຈະແກ້ແນວໃດ ມີແຕ່ຜູ້ເວົ້າ
ບັນຫາໂລກແຕກຂອງຍຸກໂລກາພິວັດ ນັບແຕ່ປັດຈຸບັນໄປໜ້າ ແມ່ນເວົ້າເຖິງພະຍາດໂຄວິດ-19 ພະຍາດຢາເສບຕິດ ພະຍາດອວດອົ່ງທະນົງຕົວ ພະຍາດສໍ້ລາດບັງຫຼວງ ພະຍາດເວົ້າຫຼາຍເຮັດໜ້ອຍ ພະຍາດຊືມເຊື້ອ ເຊັ່ນ: ມີຫຼາຍຄົນເວົ້າ ກົດໝາຍບໍ່ເຂັ້ມງວດ ກົດໝາຍບໍ່ສັກສິດ ຍ້ອນການໂຄສະນາເຜີຍແຜ່ສຶກສາອົບຮົມກົດໝາຍບໍ່ເລິກ ບໍ່ເຊິ່ງ ບໍ່ກວ້າງຂວາງ ບໍ່ໄປຮອດໄປເຖິງປະຊາຊົນ…
ການແກ້ໄຂຄະດີຢາເສບຕິດ ຢູ່ບາງປະເທດ
ໃນບົດນີ້ ຜູ້ຂຽນຍັງຂໍສືບຕໍ່ເລື່ອງບັນຫາຢາເສບຕິດ ທີ່ກາຍເປັນຂ່າວດັງຢູ່ບາງປະເທດ ໃນນັ້ນ ລວມທັງເຫດການທີ່ບໍ່ມີໃຜຄາດຄິດວ່າຊິເປັນໄປໄດ້ ເຊັ່ນ: ທີ່ມຽນມາ: ຂ່າວເລື່ອງພະສົງ ຫຼື ຄູບາໃນຜ້າເຫຼືອງ ລົງມືຄ້າຢາເສບຕິດເອງ ຢູ່ມຽນມາ ເມື່ອກວ່າ 3 ປີຜ່ານມານັ້ນ ຊີ້ໃຫ້ພວກເຮົາເຫັນວ່າ…
ນະຄອນຫຼວງ ເອັຟຊີ ເອົາຊະນະ ວຽງຈັນ ຢູໄນເຕັດ 5-0 ປະຕູ
ນະຄອນຫຼວງ ເອັຟຊີ ສະໂມສອນໃນລາວລີກ 2 ສ້າງຜົນງານໂດດເດັ່ນໃນນັດອຸ່ນເຄື່ອງ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະລາວລີກ 2 ທີ່ຈະເປີດຂຶ້ນໃນໄວໆນີ້ ດ້ວຍການຍິງຖະຫຼົ່ມທີມ ວຽງຈັນ ຢູໄນເຕັດ ໄປແບບຂາດລອຍ 5-0 ປະຕູ ໃນນັດແຂ່ງຂັນວັນທີ 3…
ເອສະຣາ ຕັ້ງເປົ້າພາທີມຕິດ 1-4 ເປບຊີ ລາວລີກ 1
ພາຍຫຼັງທີ່ສະໂມສອນ ເອສະຣາ ເອັຟຊີ ຄວ້າແຊັມບານຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະຈຳປີ 2019 ຮຸ່ນອາຍຸບໍ່ເກີນ 18 ປີ ໂດຍການເອົາຊະນະ ສະໂມສອນຊ້າງນ້ອຍ ເອັຟຊີ 4-2 ປະຕູ ເຊິ່ງນັກເຕະທີ່ໂດດເດັ່ນທີ່ສຸດເປັນ…