ພາຍຫຼັງທີ່ສະໂມສອນ ເອສະຣາ ເອັຟຊີ ຄວ້າແຊັມບານຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະຈຳປີ 2019 ຮຸ່ນອາຍຸບໍ່ເກີນ 18 ປີ ໂດຍການເອົາຊະນະ ສະໂມສອນຊ້າງນ້ອຍ ເອັຟຊີ 4-2 ປະຕູ ເຊິ່ງນັກເຕະທີ່ໂດດເດັ່ນທີ່ສຸດເປັນ ໂຈນີ ແຫວນປະເສີດ ກອງໜ້າດາວເດັ່ນທີມຊາດລາວ ຍິງຄົນດຽວ 17 ປະຕູ ໃນລາຍການດັ່ງກ່າວ ກ່ອນຈະປະກາດເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ຫຼື ລີກສູງສຸດຂອງລາວ ລະດູການນີ້ ເຊິ່ງເປັນການຫວນຄືນສູ່ລີກວົງການບານເຕະລາວ ໃນຮອບ 4 ປີ.

ທ່ານ ບ່ຽງ ຊູ ນາ ຫົວໜ້າຄູເຝີກສະໂມສອນ ເອສຣາ ເອັຟຊີ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ທີມສະໂມສອນ ເອສະຣາ ເອັຟຊີ ຊຸດນີ້ ແມ່ນເນັ້ນໃຊ້ນັກກີລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ແລະ ທີມຊຸດແຊັມບານເຕະຊີງຂັນ ສຕລ ປະຈຳປີ 2019 ຮຸ່ນອາຍຸບໍ່ເກີນ 18 ປີ ເຊິ່ງໄດ້ເຝິກຊ້ອມແບບເຕັມຊຸດເກືອບ 3 ອາທິດແລ້ວ ປັດຈຸບັນມີນັກເຕະ 22 ຄົນ ແລະ ຈະໄດ້ເສີມນັກເຕະຊາວເກົາຫຼີ 1 ຄົນ ເຊິ່ງຢູ່ໃນໄລຍະລໍຖ້າ ໂດຍເປົ້າໝາຍແມ່ນໃຫ້ຕິດ 1 ໃນ 4 ຂອງຕາຕະລາງຄະແນນ.
ນັກເຕະຂອງສະໂມສອນເອສະຣາ ເອັຟຊີ ຊຸດນີ້ ມີອາຍຸນ້ອຍທຸກຄົນ ຈະໄປສູ້ກັບທີມໃຫຍ່ ເຊັ່ນ ລາວໂຕໂຢຕ້າ ເອັຟຊີ ມາສເຕີ ປກສ ເອັຟຊີ ແລະ ທີມອື່ນໆກໍຄົງຍາກ ແຕ່ເຊື່ອວ່າຖ້າຫາກທີມພວກເຮົາສາມາດຈັດລະບົບທີ່ດີ ແລະ ຫຼິ້ນຕາມລະບົບທີ່ວາງໄວ້ ໂດຍສະເພາະການຫຼິ້ນແບບທີມເວີກ ພວກເຮົາກໍມີໂອກາດສູ້ໄດ້ທຸກທີມ.
ເອສະຣາ ເອັຟຊີ ເປັນສະໂມສອນທີ່ສ້າງນັກກີລາຮຸ່ນສືບທອດ ເຊິ່ງມີນັກກີລາຕິດທີມຊາດຫຼາຍຄົນທີ່ສຸດ ເລີ່ມຈາກຊຸດທຳອິດ ຄື: ສຸກອາພອນ ວົງຈຽງຄຳ ນັກເຕະລາວ ທີ່ຫຼິ້ນຢູ່ໃນລີກສູງສຸດຂອງປະເທດໄທໃນປັດຈຸບັນ ແລະ ສ້າງນັກເຕະເຍົາວະຊົນກ້າວສູ່ທີມຊາດທຸກໆຊຸດ ເຮັດໃຫ້ປີ 2019 ເອສະຣາ ເອັຟຊີ ໄດ້ຮັບລາງວັນພັດທະນາບານເຕະຮຸ່ນສືບທອດດີເດັ່ນຈາກ ສຕລ.