ໝີ່ເຄິ່ງສຳເລັດຮູບ ມັກຖືກເບິ່ງວ່າເປັນອາຫານໄຮ້ປະໂຫຍດ ໄຮ້ຄຸນຄ່າທາງສານອາຫານ ບໍ່ຄວນກິນເລື້ອຍໆ ແລະ ຍັງໃຫ້ໂທດຕໍ່ຮ່າງກາຍ ຫາກຮັບປະທານຫຼາຍເກີນໄປອີກດ້ວຍ ແຕ່ຖ້າທ່ານມັກກິນໝີ່ເຄິ່ງສຳເລັດຮູບ ເຮົາມີວິທີກິນໃຫ້ໄດ້ປະໂຫຍດ ໄດ້ຄຸນຄ່າທາງສານອາຫານຫຼາຍຂຶ້ນມາຝາກ.
ເປັນຫຍັງ “ໝີ່ເຄິ່ງສຳເລັດຮູບ” ຈຶ່ງບໍ່ຄວນກິນຫຼາຍ
ໝີ່ເຄິ່ງສຳເລັດຮູບ ມັກຖືກຈັດວ່າເປັນອາຫານທີ່ບໍ່ຄ່ອຍມີຄຸນຄ່າທາງສານອາຫານ ທີ່ມີປະໂຫຍດຕໍ່ຮ່າງກາຍ ເພາະມີພຽງແປ້ງທີ່ຜະລິດດ້ວຍກຳມະວິທີສຳເລັດຮູບ ບໍ່ໄດ້ມີຄຸນຄ່າທາງສານອາຫານເທົ່າແປ້ງຈາກເຂົ້າ ຫຼື ເຂົ້າຈີ່ ນອກຈາກນີ້ ຍັງມີຈາກຄຸນຄ່າທາງສານອາຫານອື່ນໆ ເຊັ່ນ: ໂປຣຕີນ ເກືອແຮ່ ວິຕາມິນ ແລະ ໄຂມັນ ໃນປະລິມານທີ່ພໍເໝາະຕໍ່ອາຫານ 1 ຄາບ ຈຶ່ງບໍ່ຄວນກິນໝີ່ເຄິ່ງສຳເລັດຮູບເປັນອາຫານຫຼັກຫຼາຍປານໃດ ແລະ ປະລິມານໂຊດຽມທີ່ຢູ່ທີ່ເສັ້ນ ແລະ ເຄື່ອງປຸງ ຍັງສະເລ່ຍຢູ່ທີ່ 2.000 ມິນລິກຣາມ ທີ່ຊອງດຽວກໍຫຼາຍເທົ່າກັບປະລິມານໂຊດຽມທີ່ຄວນກິນໃນ 1 ວັນແລ້ວ ດັ່ງນັ້ນ ຈຶ່ງອາດເຮັດໃຫ້ເຮົາໄດ້ຮັບປະລິມານໂຊດຽມຫຼາຍເກີນຄວາມຕ້ອງການຂອງຮ່າງກາຍໃນ 1 ວັນໄດ້ ຫາກເຮົາໄດ້ຮັບໂຊດຽມຫຼາຍເກີນໄປ ນອກຈາກຈະສ່ຽງໂລກໝາກໄຂ່ຫຼັງແລ້ວ ຍັງສ່ຽງບວມນ້ຳ ຄວາມດັນເລືອດສູງ ແລະ ໂລກອັນຕະລາຍອື່ນໆຕາມມາໄດ້.
ກິນ “ໝີ່ເຄິ່ງສຳເລັດຮູບ” ຢ່າງໃດ ບໍ່ໃຫ້ເສຍສຸຂະພາບ
ຂໍ້ມູນຈາກ Mahidol Channel ກ່າວວ່າ ຫາກຈະຮັບປະທານໝີ່ເຄິ່ງສຳເລັດຮູບໃຫ້ມີປະໂຫຍດ ແລະ ບໍ່ເປັນອັນຕະລາຍຕໍ່ຮ່າງກາຍ ສາມາດເຮັດໄດ້ດັ່ງນີ້.
1. ລວກເສັ້ນໝີ່ ເທນ້ຳຖິ້ມໄປກ່ອນໜຶ່ງຮອບ ເພື່ອຫຼຸດປະລິມານໂຊດຽມ ແລະ ໄຂມັນ.
2. ໃສ່ສ່ວນປະກອບອື່ນໆເຂົ້າໄປດ້ວຍ ເຊັ່ນ ຜັກຕ່າງໆ ຊີ້ນສັດ ໄຂ່ ແລະ ອື່ນໆ.
3. ບໍ່ໃສ່ເຄື່ອງປຸງຈົນໝົດຊອງ.
4. ໃຊ້ພຽງເສັ້ນໃນການປະກອບອາຫານ ບໍ່ໃຊ້ເຄື່ອງປຸງໃນຊອງ ເຊັ່ນ ການຂົ້ວເສັ້ນໝີ່ເຄິ່ງສຳເລັດຮູບ.
5. ບໍ່ຮັບປະທານໝີ່ເຄິ່ງສຳເລັດຮູບຫຼາຍເກີນໄປ (ບໍ່ເກີນວັນລະ 1 ຊອງ/ຖ້ວຍ) ຫຼື ເລື້ອຍຈົນເກີນໄປ (ບໍ່ເກີນ 2-3 ຄັ້ງຕໍ່ອາທິດ).
6. ບໍ່ຊົດນ້ຳແກງຈົນໝົດຖ້ວຍ.
7. ຕອນທ້າຍຄາບອາຫານຕ້ອງກິນໝາກໄມ້ຕື່ມອີກ.
ຊາວບ້ານ – ນຳສະເໜີ