ຈະແກ້ແນວໃດ ມີແຕ່ຜູ້ເວົ້າ

ບັນ­ຫາ​ໂລກ​ແຕກ​ຂອງ​ຍຸກ​ໂລ­ກາ​ພິ​ວັດ ນັບ​ແຕ່​ປັດ­ຈຸ­ບັນ​ໄປ​ໜ້າ ແມ່ນ​ເວົ້າ​ເຖິງ​ພະ­ຍາດ​ໂຄ​ວິດ-19 ພະ­ຍາດ​ຢາ​ເສບ​ຕິດ ພະ­ຍາດ​ອວດ­ອົ່ງ​ທະ​ນົງ​ຕົວ ພະ­ຍາດ​ສໍ້​ລາດ​ບັງ​ຫຼວງ ພະ­ຍາດ​ເວົ້າ​ຫຼາຍ​ເຮັດ​ໜ້ອຍ ພະ­ຍາດ​ຊືມ​ເຊື້ອ ເຊັ່ນ: ມີ​ຫຼາຍ​ຄົນ​ເວົ້າ ກົດ­ໝາຍ​ບໍ່​ເຂັ້ມ​ງວດ ກົດ­ໝາຍ​ບໍ່​ສັກ­ສິດ ຍ້ອນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ສຶກ​ສາ​ອົບ­ຮົມ​ກົດ­ໝາຍ​ບໍ່​ເລິກ ບໍ່​ເຊິ່ງ ບໍ່​ກວ້າງ­ຂວາງ ບໍ່​ໄປ​ຮອດ​ໄປ​ເຖິງ​ປະ­ຊາ­ຊົນ ພະ­ນັກ­ງານ​ທີ່​ເຮັດ​ວຽກ​ນີ້ ຍັງ​ຂາດ​ຄວາມ​ບຸກ​ບືນ​ຫ້າວ­ຫັນ ບໍ່​ທັນ​ເອົາ­ໃຈ­ໃສ່​ເທົ່າ​ທີ່​ຄວນ ເຮັດ​ໃຫ້­ການ​ປະ­ຕິ­ບັດ​ກົດ­ໝາຍ​ບໍ່​ກາຍ­ເປັນ​ຮູບ​ປະ​ທຳ ບໍ່​ກາຍ­ເປັນ​ຈິງ ຈະ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ­ຄົມ​ດ້ວຍ​ກົດ­ໝາຍ​ໄດ້​ແນວ­ໃດ ຈະ​ເຮັດ​ໃຫ້​ສັງ­ຄົມ​ມີ​ຄວາມ​ສະ­ຫງົບ ແລະ ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໄດ້​ແນວ­ໃດ.

ກ່ອນ​ອື່ນ​ໝົດ ຕ້ອງ​ຖາມ​ຜູ້​ເວົ້າ​ແນວ​ນີ້​ກ່ອນ​ວ່າ: ການ​ກະ­ທຳ​ຜິດ​ກ່ຽວ​ກັບ​ຢາ​ເສບ​ຕິດ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ນັ້ນ ຜູ້​ເວົ້າ​ປະ­ຕິ­ບັດ​ໄດ້​ຈັກ​ເປີ­ເຊັນ ແລະ ຜູ້​ເວົ້າ​ໄດ້​ນຳ​ເອົາ​ໄປ​ເຜີຍ­ແຜ່​ໃຫ້​ບຸກ­ຄົນ​ອື່ນ​ຮູ້​ວ່າ​ຢາ​ເສບ​ຕິດ​ມີ​ພິດ​ມີ​ໄພ​ໜ້ອຍ​ຫຼາຍ​ປານ­ໃດ ເຂົາ​ຟັງ​ບໍ່ ເຂົາ​ປະ­ຕິ­ບັດ​ໄດ້​ຈັກ​ເປີ­ເຊັນ ໂດຍ​ສະ­ເພາະ ຜູ້​ເປັນ​ລູກ​ເປັນ​ຫຼານ​ຂອງ​ເຮົາ​ເອງ​ນັ້ນ ຖ້າ​ຫາກ​ເຂົາ​ຍັງ​ມີ​ການ​ກະ­ທຳ​ຜິດ​ຢູ່ ຫາກ​ເຂົາ​ຍັງ​ຊື້ ຍັງ​ຂາຍ ເສບ​ຢູ່ ກໍ​ສະ­ແດງ​ວ່າ­ການ​ໂຄ­ສະ­ນາ​ເຜີຍ­ແຜ່​ສຶກ​ສາ​ອົບ­ຮົມ​ກົດ­ໝາຍ​ນີ້ ໃຫ້​ແກ່​ສະ­ມາ­ຊິກ​ພາຍ​ໃນ​ຄອບ­ຄົວ​ຂອງ​ເຮົາ ຍັງ​ບໍ່​ທັນ​ເລິກ­ເຊິ່ງ​ເຖິງ​ຖອງ ບໍ່​ທັນ​ສາ­ມາດ​ຫັນ­ປ່ຽນ​ແນວ​ຄິດ​ຂອງ​ເຂົາ­ເຈົ້າ ໃຫ້​ກັບ­ກາຍ​ມາ​ເປັນ​ຄົນ­ຮູ້​ຈັກ​ຮັກ​ພໍ່​ແມ່ ຮັກ​ຄອບ­ຄົວ ຮັກ​ຊີ­ວິດ​ຕົນ​ເອງ ຮັກ​ຊີ­ວິດ​ຜູ້​ອື່ນ ລວມ​ທັງ​ຮູ້​ຮັກ­ສາ​ຄວາມ​ສະ­ຫງົບ ຮູ້​ຮັກ­ສາ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ກໍ​ເທົ່າ​ກັບ​ວ່າ​ເຮົາ​ບໍ່​ສາ­ມາດ​ເກ້ຍ​ກ່ອມ​ໃຫ້​ເຂົາ ເຂົ້າ​ມາ­ສູ່​ການ​ເຄົາ­ລົບ ແລະ ປະ­ຕິ­ບັດ​ກົດ­ໝາຍ​ໄດ້ ກໍ​ຖື​ວ່າ​ເຮົາ​ປະ​ລາ​ໄຊ​ແມ່ນ​ບໍ່?.

ບາງ­ເທື່ອ​ອາດ​ບໍ່​ແມ່ນ​ແນວ​ນັ້ນ ກໍ​ຍ້ອນ​ວ່າ​ມີ​ຄົນ​ຈຳ­ນວນ​ໜຶ່ງ​ຮູ້​ແລ້ວ​ວ່າ​ມັນ​ຜິດ ແຕ່​ຫາກ​ຕ່າວ​ພາ­ໂລ ຮູ້​ວ່າ​ມັນ​ຕະ​ລາຍ ແຕ່​ກໍ​ຈົງ­ໃຈ​ກະ­ທຳ​ໃນ​ສິ່ງ​ທີ່​ບໍ່​ຄວນ​ກະ­ທຳ ແລະ ບໍ່​ຕ້ອງ​ກະ­ທຳ​ມັນ ສະ­ນັ້ນ ສະ­ຕິ​ໃນ​ການ​ເຄົາ­ລົບ ແລະ ປະ­ຕິ­ບັດ​ກົດ­ໝາຍ ມັນ​ບໍ່​ຂຶ້ນ​ກັບ​ວ່າ​ພະ­ນັກ­ງານ​ເຮັດ​ວຽກ​ງານ​ໂຄ­ສະ­ນາ​ເຜີຍ­ແຜ່​ສຶກ​ສາ​ອົບ­ຮົມ​ກົດ­ໝາຍ​ເລິກ­ເຊິ່ງ ຫຼື ບໍ່​ກວ້າງ­ຂວາງ ຫຼື ບໍ່ ອັນ​ທີ​ໜຶ່ງ ມັນ​ກໍ​ຂຶ້ນ​ກັບ​ວ່າ ການ​ບັງ­ຄັບ​ປະ­ຕິ­ບັດ​ກົດ­ໝາຍ​ທີ່​ກ່ຽວ​ຕໍ່​ຜູ້​ກະ­ທຳ​ຜິດ​ຕາມ​ກົດ­ໝາຍ​ນັ້ນ ເຂັ້ມ​ງວດ​ພຽງ​ໃດ ອັນ​ທີ​ສອງ ກໍ​ຂຶ້ນ​ກັບ​ວ່າ ເຂົາ​ຢາກ​ຫັນ­ປ່ຽນ​ແນວ​ຄິດ ແລະ ການ​ກະ­ທຳ​ຂອງ​ເຂົາ ຫຼື ບໍ່? ຕົວ­ຢ່າງ: ຜູ້​ຖືກ​ດຳ­ເນີນ​ຄະ­ດີ ຖືກ​ລົງ­ໂທດ​ມາ​ແລ້ວ​ນັບ​ຄັ້ງ​ບໍ່​ຖ້ວນ​ກ່ຽວ​ກັບ​ຢາ​ເສບ​ຕິດ ແຕ່​ເມື່ອ​ປ່ອຍ​ຕົວ​ອອກ​ມາ ກໍ​ຍັງ​ກັບ​ຄືນ​ເສບ ໄປ​ຄ້າ ໄປ​ຂາຍ​ຄື­ເກົ່າ ຫຼື ຜູ້​ທີ່​ເຄີຍ​ຖືກ​ລົງ­ໂທດ​ໃນ​ຂໍ້​ຫາ​ການ​ປຸ້ນ ການ​ຊີງ​ຊັບ ການ​ລັກ​ຊັບ​ກໍ​ເຊັ່ນ​ດຽວ​ກັນ ທັ່ງ​ທີ່​ອົງ­ການ​ບັງ­ຄັບ​ປະ­ຕິ­ບັດ​ກົດ­ໝາຍ ກໍ​ເຮັດ​ໜ້າ­ທີ່​ຂອງ​ຕົນ​ຕາມ​ທີ່​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້ ດ້ວຍ​ການ​ລົງ­ໂທດ​ປະ­ເພດ​ຕ່າງໆ​ໃສ່​ຜູ້­ກ່ຽວ​ແລ້ວ ແຕ່​ແນ່­ນອນ​ວ່າ ບາງ​ຄັ້ງ ການ​ລົງ­ໂທດ​ທີ່​ມີ​ລັກ­ສະ­ນະ​ເບົາ­ບາງ ກໍ​ບໍ່​ສາ­ມາດ​ຈະ​ແກ້​ໄຂ​ບັນ­ຫາ​ໄດ້ ແຕ່​ມັນ​ກໍ​ສົມ­ຄວນ​ທີ່​ເຂົາ​ໄດ້​ຮັບ​ໂທດ​ສ່ຳ​ນັ້ນ ຖ້າ​ຈະ​ລົງ­ໂທດ​ເກີນ​ກວ່າ​ກົດ­ໝາຍ​ອະ­ນຸ­ຍາດ ຜູ້​ທີ່​ເຮັດ​ໜ້າ­ທີ່​ດັ່ງ­ກ່າວ ກໍ​ຈະ​ເປັນ​ຜູ້​ລະ­ເມີດ​ກົດ­ໝາຍ​ເສຍ​ເອງ ແມ່ນ​ກະ​ທັ້ງ​ຜູ້​ກະ­ທຳ​ຜິດ​ທີ່​ບໍ່​ເຂັດ​ຫຼາບ ເຖິງ​ຈະ​ລົງ­ໂທດ​ຫຼາຍ​ຄັ້ງ​ຫຼາຍ​ຄາວ ແຕ່​ສຸດ​ທ້າຍ​ມັນ​ກໍ​ຍັງ​ເປັນ​ຜູ້​ກະ­ທຳ​ຜິດ​ທີ່​ບໍ່​ເຂັດ​ຫຼາບ​ຄື­ເກົ່າ… ເວົ້າ​ແນວ​ນີ້​ບໍ່​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ບໍ່​ເຮັດ​ຫຍັງ ເຮົາ​ຕ້ອງ​ເຮັດ ແລະ ເຮັດ​ຢ່າງ​ເຂັ້ມ​ງວດ ເຮັດ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ເຮັດ​ໃຫ້​ມີ​ຄຸນ​ນະ​ພາບ ພ້ອມ​ກັນ​ນີ້ ການ​ມີ​ສ່ວນ​ຮ່ວມ​ຂອງ​ສັງ­ຄົມ​ກໍ​ເປັນ​ສິ່ງ​ສຳ­ຄັນ.

ຕົວ­ຢ່າງ ທ້າວ ພ ທັງ​ຜະ­ລິດ ທັງ​ຄ້າ­ຂາຍ ຈຳ­ໜ່າຍ ຂົນ­ສົ່ງ ມີ​ໄວ້​ໃນ​ຄອບ​ຄອງ ຫຼື ນຳ​ເຂົ້າ ສົ່ງ​ອອກ ຫຼື ນຳ​ເຮ​ໂລ​ອິນ ຜ່ານ​ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ ຕ່ຳ​ກວ່າ​ໜຶ່ງ​ຮ້ອຍ​ກຣາມ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່ 10-15 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 50.000.000 ກີບ​ຫາ 100.000.000 ກີບ ແລະ ຈະ​ຖືກ​ຮິບ​ຊັບ ເມື່ອ​ເປັນ​ເຊັ່ນ​ນີ້ ທ້າວ ພ ກໍ​ຈະ​ໄດ້​ຮັບ​ໂທດ​ຄື​ແນວ​ນີ້ ການ​ຮັບ​ໂທດ​ແບບ​ນີ້ ຈະ​ເຮັດ​ໃຫ້​ຜູ້­ກ່ຽວ​ປ່ຽນ­ແປງ​ພຶດ­ຕິ​ກຳ​ຂອງ​ຕົນ ຫຼື ບໍ່? ພາຍ­ຫຼັງ​ຜູ້­ກ່ຽວ​ປະ­ຕິ­ບັດ​ໂທດ​ແລ້ວ ອອກ​ມາ­ສູ່​ສັງ­ຄົມ​ພາຍ​ນອກ ຜູ້­ກ່ຽວ​ກໍ​ຈະ​ມີ​ອິດ­ສະ­ຫຼະ­ພາບ​ໃນ​ການ­ເຄື່ອນ­ໄຫວ​ໄປ​ມາ ເຖິງ​ວ່າ​ຈະ​ມີ​ບາງ​ມາດ​ຕະ­ການ​ຂອງ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ຈຳ­ກັດ​ການ­ເຄື່ອນ­ໄຫວ​ຊົ່ວ­ຄາວ ແຕ່​ນັ້ນ​ບໍ່​ແມ່ນ​ມາດ​ຕະ­ການ​ທີ່​ເດັດ­ຂາດ ເພື່ອ​ບໍ່​ໃຫ້​ຜູ້­ກ່ຽວ​ໄປ​ກະ­ທຳ​ຜິດ​ອີກ.. ດັ່ງ­ນັ້ນ ການ​ຕັດ­ສິນ​ໃຈ​ຂອງ​ຜູ້­ກ່ຽວ ຈຶ່ງ​ເປັນ​ສິ່ງ​ສຳ­ຄັນ​ທີ່​ພາ­ໃຫ້​ຜູ້­ກ່ຽວ​ປະ­ຕິ­ເສດ ທີ່​ຈະ​ໄປ​ຫຍຸ້ງ​ກ່ຽວ​ກັບ​ຢາ​ເສບ​ຕິດ​ອີກ​ຕໍ່​ໄປ ສະ­ນັ້ນ ການ​ປັບ­ປຸງ​ກົດ­ໝາຍ ບໍ່​ແມ່ນ​ປັບ­ປຸງ​ເພື່ອ​ໃຫ້​ມັນ​ຖືກ​ໃຈ​ຂອງ​ຜູ້​ທີ່​ໄດ້​ຮັບ​ຄວາມ​ອັບ​ປະ­ໂຫຍດ ແຕ່​ປັບ­ປຸງ​ເພື່ອ​ໃຫ້​ມັນ​ສາ­ມາດ​ບັງ­ຄັບ​ປະ­ຕິ­ບັດ​ໄດ້​ໃນ​ພາກ​ຕົວ​ຈິງ ຊຶ່ງ​ບໍ່​ຕ່າງ​ຫຍັງ​ກັບ​ຜູ້​ເວົ້າ​ຫຼາຍ ແຕ່​ເວົ້າ​ໄຮ້​ສາ­ລະ ພັນ​ລະ​ນາ​ເກີນ​ຄວາມ​ເປັນ​ຈິງ ກົງ­ກັນ­ຂ້າມ ເວົ້າ​ໜ້ອຍ ແຕ່​ເກີດ​ຜົນ​ຫຼາຍ​ແມ່ນ​ດີ ແລະ ມີ​ປະ­ໂຫຍດ ບໍ່​ຕ່າງ​ຫຍັງ​ການ​ລົງ­ໂທດ​ຜູ້​ກະ­ທຳ​ຜິດ ເຖິງ​ຈະ​ລົງ­ໂທດ​ສູງ​ພຽງ​ໃດ​ກໍ​ຕາມ ແຕ່​ຜູ້­ກ່ຽວ​ຫາກ​ຍັງ​ບໍ່​ສາ­ມາດ​ປ່ຽນ­ແປງ​ໄດ້ ກໍ​ເທົ່າ​ກັບ​ສູນ ແລ້ວ​ເຮົາ​ຈະ​ພ້ອມ​ແກ້​ແນວ­ໃດ? ກໍ​ແກ້​ຕາມ​ທີ່​ກົດ­ໝາຍ​ກຳ­ນົດ​ໃຫ້​ສາ­ມາດ​ແກ້​ໄດ້​ນັ້ນ​ລະ ເພາະ​ພວກ​ເຮົາ​ບໍ່​ສາ­ມາດ​ທີ່​ຈະ​ແກ້​ນອກ​ເໜືອ​ຈາກ​ກົດ­ໝາຍ​ໄດ້​ໃຫ້​ນັ້ນ­ແລ້ວ.

ໂດຍ: ໄມ້​ງັດ

error: Content is protected !!