ປັດຈຸບັນ ທົ່ວປະເທດມີອັດຕາການເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍສະສົມທັງໝົດ 8 ຄົນ ໃນນັ້ນມີກໍລະນີເສຍຊີວິດໃໝ່ເພີ່ມ 1 ຄົນ ເສຍຊີວິດໃນວັນທີ 7 ກໍລະກົດ 2020 ທີ່ແຂວງຊຽງຂວາງ ລວມເປັນ 5 ແຂວງ ທີ່ພົບກໍລະນີເສຍຊີວິດ.
ອີງຕາມການລາຍງານຂອງກະຊວງສາທາລະນະສຸກ ໃນວັນທີ 8 ກໍລະກົດ 2020 ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019 ຫາ 8 ກໍລະກົດ 2020 ມີກໍລະນີສະສົມຄົນເຈັບພະຍາດໄຂ້ຍຸງລາຍທັງໝົດ 2.618 ກໍລະນີ ເສຍຊີວິດ 8 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນ ຍັງຄອງອັນດັບສູງ ມີຄົນເຈັບຕິດເຊື້ອພະຍາດນີ້ສະສົມ 606 ກໍລະນີ ເສຍຊີວິດ 3 ຄົນ ບໍລິຄຳໄຊ 331 ກໍລະນີ ເສຍຊີວິດ 2 ຄົນ ວຽງຈັນ 321 ກໍລະນີ ອັດຕະປື 238 ກໍລະນີ ສະຫວັນນະເຂດ 233 ກໍລະນີ ຄຳມ່ວນ 200 ກໍລະນີ ສາລະວັນ 143 ກໍລະນີ ໄຊຍະບູລີ 128 ເສຍຊີວິດ 1 ຄົນ ຫຼວງນ້ຳທາ 99 ກໍລະນີ ຫຼວງພະບາງ 78 ກໍລະນີ ບໍ່ແກ້ວ 78 ກໍລະນີ ເຊກອງ 54 ກໍລະນີ ອຸດົມໄຊ 49 ກໍລະນີ ໄຊສົມບູນ 36 ກໍລະນີ ຈຳປາສັກ 17 ກໍລະນີ ຜົ້ງສາລີ 5 ກໍລະນີ ຫົວພັນ 1 ກໍລະນີ ຊຽງຂວາງ ມີ 1 ກໍລະນີ ເສຍຊີວິດ 1 ຄົນ.

ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການລະບາດເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ນັ້ນ ທຸກຄົນຄວນພ້ອມກັນປ້ອງກັນບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບການປະຕິບັດຫຼັກການ 5ປ ທີ່ກະຊວງສາທາລະນະສຸກວາງອອກເປັນປະຈຳ ໂດຍສະເພາະ ທຳລາຍແຫຼ່ງເພາະພັນໜອນນ້ຳຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ ບໍ່ມີໄຂ້ຍຸງລາຍ.
