ລາວ ອິນເຕີ ຄລີນິກ ບໍລິການກວດສຸຂະພາບບໍ່ເສຍຄ່າ ໃຫ້ເອື້ອຍນ້ອງແມ່ຍິງ

ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ສັງ­ຄົມ ໂດຍ​ສະ­ເພາະ​ຊຸກ­ຍູ້​ສົ່ງ­ເສີມ​ສຸ­ຂະ­ພາບ​ຂອງ​ແມ່­ຍິງ​ລາວ ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຄົບ­ຮອບ 65 ປີ (20/7/1955-20/7/2020) ທີ່​ໝູນ​ມາ​ຄົບ­ຮອບ​ອີກ​ວາ­ລະ​ໜຶ່ງ​ໃນ​ມໍ່ໆ​ນີ້ ເພື່ອ​ເຮັດ​ໃຫ້­ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ດັ່ງ­ກ່າວ ​ໃຫ້​ມີ​ບັນ­ຍາ­ກາດ​ຄືກ­ຄື້ນ​ມ່ວນ­ຊື່ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ທີ່​ສຳ­ຄັນ​ນັ້ນ ລາວ ອິນ​ເຕີ ຄລີ​ນິກ ໄດ້​ສືບ­ຕໍ່​ຈັດ​ກິດ­ຈະ­ກຳ​ບໍ­ລິ­ການ​ກວດ​ສຸ­ຂະ­ພາບ ​ໃຫ້​ເອື້ອຍ​ນ້ອງ​ແມ່­ຍິງ​ລາວ​ ໂດຍ​ບໍ່​ເສຍ​ຄ່າ ​ເປັນ​ເວ­ລາ 6 ວັນ.

ທ່ານ ດຣ ນາງ ສີ​ວິ​ໄຊ  ທຳ​ມະ​ລັງ­ສີ ອຳ­ນວຍ​ການ​ລາວ ອິນ​ເຕີ ຄລີ​ນິກ ຊ່ຽວ­ຊານ​ປະ­ສູດ​ພະ­ຍາດ​ຍິງ ແລະ ຮັກ­ສາ​ສຸ­ຂະ­ພາບ​ທົ່ວ​ໄປ ໃຫ້​ສຳ­ພາດ​ວັນ​ທີ 7 ກໍ­ລະ­ກົດ 2020 ວ່າ: ຫ້ອງ​ກວດ​ພະ­ຍາດ​ລາວ ອິນ​ເຕີ ຄລີ​ນິກ ສ້າງ­ຕັ້ງ​ມາ​ໄດ້​ຫຼາຍ​ສິບ​ປີ ແຕ່​ເປີດ​ບໍ­ລິ­ການ​ບໍ່​ເຕັມ​ເວ­ລາ ເນື່ອງ​ຈາກ​ເວ­ລາ​ນັ້ນ​ຍັງ​ເປັນ​ພະ­ນັກ­ງານ​ແພດ​ໝໍ​ອາ­ວຸ­ໂສ​ປະ­ຈຳ​ຢູ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແຕ່​ພາຍ­ຫຼັງ​ໄດ້​ຮັບ​ເບ້ຍ​ບຳ­ນານ​ນັບ​ແຕ່​ປີ 2018 ເປັນ­ຕົ້ນ​ມາ ຈຶ່ງ​ໄດ້​ມາ​ເປີດ​ບໍ­ລິ­ການ​ເຕັມ​ເວ­ລາ ວັນ​ຈັນ​ຫາ​ວັນ​ສຸກ ແຕ່​ເວ­ລາ 9-20:00 ໂມງ ແລະ ວັນ​ເສົາ​ຫາ​ວັນ​ອາ­ທິດ ເວ­ລາ 9-11:00 ໂມງ ມີ​ສະ­ຖານ­ທີ່​ຕັ້ງ​ຢູ່​ຖະ­ໜົນ​ມິດ­ຕະ­ພາບ​ລາວ-ໄທ ບ້ານ​ສະ­ພານ​ທອງ​ເໜືອ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ທາງ​ໄປ​ໂຮງ­ໝໍ 103.

ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຄົບ­ຮອບ 65 ປີ ລາວ ອິນ​ເຕີ ຄລີ​ນິກ ຈະ​ສືບ­ຕໍ່​ຈັດ​ກິດ­ຈະ­ກຳ​ບໍ­ລິ­ການ​ກວດ​ສຸ­ຂະ­ພາບ ​ດ້ວຍ​ເຄື່ອງ­ມື​ທີ່​ທັນ​ສະ­ໄໝ ​ໃຫ້​ເອື້ອຍ​ນ້ອງ​ແມ່­ຍິງ​ລາວ ​ໂດຍ​ບໍ່​ເສຍ​ຄ່າ​ຄື​ກັບ​ທຸກ​ປີ­ຜ່ານ­ມາ ຢູ່​ສະ­ຖານ­ທີ່​ລາວ ອິນ​ເຕີ ຄລີ​ນິກ​ແຫ່ງ​ນີ້ ແຕ່​ວັນ​ທີ 15-20 ກໍ­ລະ­ກົດ 2020 ນອກ­ຈາກ​ກວດ​ສຸ­ຂະ­ພາບ​ແລ້ວ ຍັງ​ມີ​ກິດ­ຈະ­ກຳ​ເພີ່ມ ນວດ​ໜ້າ ເສີມ​ຄວາມ​ງາມ ຄາຍ​ຄຽດ​ບໍ່​ເສຍ​ຄ່າ​ຕື່ມ​ອີກ.

ລາວ ອິນ​ເຕີ ຄລີ​ນິກ ບໍ­ລິ­ການ​ກວດ​ສຸ­ຂະ­ພາບ​ຫຼາຍ​ຢ່າງ ເປັນ­ຕົ້ນ: ກວດ​ສຸ­ຂະ­ພາບ​ຄົບ​ວົງ​ຈອນ​ດ້ວຍ​ເຄື່ອງ​ຄອມ​ພິວ​ເຕີ ກວດ​ຫາ​ມະ​ເຮັງ​ປາກ​ມົດ​ລູກ ຝາກ​ທ້ອງ ປິ່ນ­ປົວ​ດ້ານ​ປະ­ສູດ ພະ­ຍາດ​ຍິງ​ຕ່າງໆ ກວດ​ດ້ວຍ​ລະ­ບົບ​ຄື້ນ​ສຽງ​ທັນ​ສະ­ໄໝ ກວດ​ເລືອດ ອາ­ຈົມ ແລະ ປັດ​ສະ​ວະ ໃຫ້​ຄຳ​ປຶກ­ສາ ປ້ອງ​ກັນ ພຕພ ແລະ ໂຣກ​ເອດສ໌ ປິ່ນ­ປົວ​ຮັກ­ສາ​ກາ​ຍະ​ບຳ­ບັດ ພະ­ຍາດ​ກະ­ດູກ ປະ­ດົງ​ຂໍ່ ເຈັບ­ແອວ ເຈັບ​ຫຼັງ ແມ່­ຍິງ​ໄວ​ກາງ­ຄົນ ທາດ​ລົ້ມ​ຂອງ​ຜູ້​ຊາຍ ວາງ​ແຜນ​ຄອບ­ຄົວ ປິ່ນ­ປົວ​ເອົາ​ລູກ ສັກ​ຢາ​ກັນ​ພະ­ຍາດ ກວດ​ເຊັກ​ສຸ­ຂະ­ພາບ​ເດັກ ໂຄງ­ການ​ສົ່ງ­ເສີມ​ສຸ­ຂະ­ພາບ​ກາຍ ແລະ ຈິດ ເສີມ​ສ້າງ​ຄວາມ​ສາ­ມາດ​ດ້ານ​ວິ­ຊາ​ແພດ ອອກ​ແບບ ແລະ ພັດ­ທະ­ນາ​ເວັບ​ໄຊ ແລະ ປິ່ນ­ປົວ​ບຳ­ບັດ​ດ້ວຍ​ອານ​ຟາ​ສ​ປິນ.

ດັ່ງ­ນັ້ນ ເອື້ອຍ​ນ້ອງ​ຍິງ​ຜູ້​ທີ່​ຕ້ອງ­ການ​ກວດ​ເຊັກ​ສຸ­ຂະ­ພາບ​ຂອງ​ຕົນ​ເອງ​ໂດຍ​ບໍ່​ເສຍ​ຄ່າ ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສະ­ຫະ­ພັນ​ແມ່­ຍິງ​ລາວ 20 ກໍ­ລະ­ກົດ 2020 ຄົບ­ຮອບ 65 ປີ ສາ­ມາດ​ຕິດ­ຕໍ່​ພົວ­ພັນ​ມາ​ລົງ­ທະ­ບຽນ​ກວດ​ສຸ­ຂະ­ພາບ​ໄດ້ ​ຕາມ​ວັນ​ເວ­ລາ​ທີ່​ກ່າວ​ມາ​ຂ້າງ​ເທິງ ແລະ ສາ­ມາດ​ສອບ​ຖາມ​ໄດ້​ທີ່​ເບີ​ໂທ 021 315324 020 98314959 020 55415162 ແລະ 020 54777781 ຫຼື www.laointerclinic.com thammalangsysivixay@yahoo.com.

error: Content is protected !!