ການແກ້ໄຂຄະດີຢາເສບຕິດ ຢູ່ບາງປະເທດ

ໃນ​ບົດ​ນີ້ ຜູ້​ຂຽນ​ຍັງ​ຂໍ​ສືບ­ຕໍ່​ເລື່ອງ​ບັນ­ຫາ​ຢາ​ເສບ​ຕິດ ທີ່​ກາຍ­ເປັນ​ຂ່າວ​ດັງ​ຢູ່​ບາງ​ປະ­ເທດ ໃນ​ນັ້ນ ລວມ​ທັງ​ເຫດ­ການ​ທີ່​ບໍ່​ມີ​ໃຜ​ຄາດ​ຄິດ​ວ່າ​ຊິ​ເປັນ​ໄປ​ໄດ້ ເຊັ່ນ:

ທີ່​ມຽນ​ມາ: ຂ່າວ​ເລື່ອງ​ພະ­ສົງ ຫຼື ຄູ­ບາ​ໃນ​ຜ້າ​ເຫຼືອງ ລົງ­ມື​ຄ້າ​ຢາ​ເສບ​ຕິດ​ເອງ ຢູ່​ມຽນ​ມາ ເມື່ອ​ກວ່າ 3 ປີ­ຜ່ານ­ມາ​ນັ້ນ ຊີ້​ໃຫ້​ພວກ​ເຮົາ​ເຫັນ​ວ່າ ອາ​ຊະ​ຍາ​ກອນ​ຄ້າ​ຢາ​ມໍ­ລະ­ນະ​ນີ້ ສາ­ມາດ​ເປັນ​ໄດ້​ໃນ​ທຸກ​ຄົນ ໂດຍ​ບໍ່​ເລືອກ​ຊັ້ນ​ວັນ­ນະ ເຊື້ອ​ຊາດ ຜິວ​ພັນ ກໍ​ຄື ການ​ເຊື່ອ​ຖື ຖ້າ​ເຂົາ​ຄົນ​ນັ້ນ​ຕົກ​ເປັນ​ທາດ​ພະ­ຍາດ​ໂລ­ພາ​ຕາ​ຮ້ອນ ເຫັນ​ເງິນ​ໜ້າ​ດຳ ເຫັນ​ຄຳ​ໜ້າ​ເສົ້າ (ຍ້ອນ​ຢ້ານ​ບໍ່​ໄດ້) ຂ່າວ​ນີ້​ເກີດ​ຂຶ້ນ​ຢູ່​ລັດ​ຍະ​ໄຂ່ ທາງ​ພາກ​ເໜືອ​ຂອງ​ມຽນ​ມາ ໃນ​ຂະ­ນະ​ທີ່​ຄູ­ບາ​ເຈົ້າ​ບັນ­ຫາ​ອົງ​ໜຶ່ງ ຂັບ​ລົດ​ເລາະ​ຢູ່ ໂດຍ​ອາ­ໄສ​ຂ່າວ​ລັບ​ທີ່​ໄດ້​ຮັບ​ລ່ວງ​ໜ້າ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໄດ້​ຢຸດ​ລົດ​ຄູ­ບາ​ອົງ​ນີ້ ເພື່ອ​ກວດ​ຄົ້ນ ແລະ ພົບ​ຢາ​ບ້າ​ຈຳ­ນວນ 4 ແສນ​ເມັດ ແລະ ເງິນ­ສົດ 769 ໂດ​ລາ​ສະ­ຫະ­ລັດ ຕໍ່​ຈາກ​ນັ້ນ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ປາບ​ປາມ​ຢາ​ເສບ​ຕິດ ກໍ​ໄດ້​ເຂົ້າ​ໄປ​ຄົ້ນ​ກຸດ­ຕິ​ຂອງ​ພະ​ອົງ​ນີ້​ຢູ່​ວັດ ແລະ ພົບ​ຢາ​ບ້າ​ໃນ​ຫ້ອງ​ນອນ​ຂອງ​ເພິ່ນ​ຕື່ມ​ອີກ 4,2 ລ້ານ​ເມັດ ພ້ອມ​ດ້ວຍ​ລູກ​ລະ­ເບີດ​ໜຶ່ງ​ໜ່ວຍ ພ້ອມ​ອາ­ວຸດ​ປືນ ທ່ານ ຈໍ ເມຍ ວິນ (Kyaw Mia Win) ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໃນ​ເຫດ­ການ ໄດ້​ເວົ້າ​ກ່ຽວ​ກັບ​ຄູ­ບາ​ຄ້າ​ຢາ​ເສບ​ຕິດ​ນີ້​ວ່າ: ນີ້​ມັນ​ບໍ່​ແມ່ນ​ຄະ­ດີ​ທຳ​ມະ​ດາ​ຈັກ​ດີ້ ພວກ​ເຮົາ​ຕ່າງ​ກໍ​ຕົກ­ສະ­ເງີ້ ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ຄູ­ບາ​ໃນ​ຜ້າ​ເຫຼືອງ ຖືກ​ຈັບ​ຍ້ອນ​ຄ້າ​ຢາ​ເສບ​ຕິດ ສ່ວນ​ທ່ານ ໂຊ ມິນ ຕຸນ (Soe Min Tun) ຫົວ­ໜ້າ​ກົມ​ໃນ​ກະ­ຊວງ​ກິດ­ຈະ­ການ​ສາ­ສະ­ໜາ​ນັ້ນ ໄດ້​ສະ­ແດງ​ການ​ຕື່ນ​ຕົກ­ໃຈ ແລະ ບອກ​ວ່າ ຄະ­ດີ​ລັກ­ສະ­ນະ​ນີ້​ບໍ່​ຄ່ອຍ​ມີ​ໃຫ້​ເຫັນ ແຕ່​ກໍ​ບໍ່​ແມ່ນ​ວ່າ​ຊິ​ເປັນ​ໄປ​ບໍ່​ໄດ້ ສຳ­ລັບ​ຄະ­ດີ​ນີ້ ກ່ອນ​ອື່ນ​ໝົດ ພວກ​ເຮົາ​ຈະ​ໄລ່​ຄູ­ບາ​ອົງ​ນີ້​ສິກ ແລ້ວ​ເຂົ້າ​ສູ່​ການ​ດຳ­ເນີນ​ຄະ­ດີ​ຄື​ກັບ​ຄົນ​ທຳ​ມະ​ດາ​ທົ່ວ​ໄປ ກ່ອນ​ໜ້າ​ເຫດ­ການ​ນີ້ 1 ປີ ຄື: ໃນ​ປີ 2016 ທາງ​ການ​ມຽນ​ມາ ໄດ້​ຢຶດ​ຢາ​ບ້າ​ຈຳ­ນວນ 21 ລ້ານ​ເມັດ ຢູ່​ໃກ້​ກັບ​ຊາຍ​ແດນ​ລະ­ຫວ່າງ​ມຽນ​ມາ ກັບ ສປ ຈີນ ມູນ​ຄ່າ​ຂອງ​ຢາ​ບ້າ​ທີ່​ຢຶດ​ໄດ້​ນີ້​ສູງ​ເຖິງ 35,5 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ທີ່​ອິນ​ໂດ​ເນ​ເຊຍ: ຢູ່​ບາງ​ປະ­ເທດ​ການ​ເສບ​ຢາ​ເສບ​ຕິດ​ນັ້ນ​ຖື​ເປັນ​ໂທດ​ອາ­ຍາ ຄື: ຕ້ອງ​ໄດ້​ຮັບ​ໂທດ​ຈຳ​ຄຸກ ແຕ່​ຢູ່​ບາງ​ປະ­ເທດ​ນັ້ນ​ບໍ່​ຖື​ເປັນ​ໂທດ​ອາ­ຍາ ຄື: ຜູ້​ກະ­ທຳ​ຜິດ​ຈະ​ຖືກ​ດັດ​ສ້າງ ຫຼື ສົ່ງ​ເຂົ້າ​ສູນ​ປິ່ນ­ປົວ ສຳ­ລັບ​ຢູ່​ອິນ​ໂດ​ເນ​ເຊຍ ໃນ​ເມື່ອ​ກ່ອນ ການ​ເສບ​ຢາ​ເສບ​ຕິດ​ນັ້ນ​ຖື​ເປັນ​ຄະ­ດີ​ອາ­ຍາ ເຊິ່ງ​ຜູ້​ກະ­ທຳ​ຜິດ​ຕ້ອງ​ຖືກ​ຕັດ­ສິນ​ຈຳ​ຄຸກ ແຕ່​ແລ້ວ​ພໍ​ຕົກ​ມາ​ໃນ​ຕົ້ນ​ປີ 2014 ກໍ​ມີ​ຂ່າວ​ທີ່​ບອກ​ວ່າ ທາງ​ການ​ຂອງ​ປະ­ເທດ​ນີ້ ໄດ້​ອອກ​ກົດ​ລະ­ບຽບ​ໃໝ່ ທີ່​ກຳ­ນົດ​ໃຫ້​ຜູ້​ຕິດ​ຢາ​ເສບ​ຕິດ​ເຂົ້າ​ສູນ​ຟັກ​ຟື້ນ​ປິ່ນ­ປົວ ແທນ​ການ​ລົງ­ໂທດ​ຕິດ​ຄຸກ​ຄື​ເມື່ອ​ກ່ອນ ກົດ​ລະ­ບຽບ​ສະ­ບັບ​ນີ້​ໄດ້​ມີ​ການ​ລົງ​ລາຍ​ເຊັນ​ໂດຍ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສັງ­ຄົມ ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກົດ­ໝາຍ ແລະ ສິດ­ທິ​ມະ­ນຸດ ຜູ້​ບັນ­ຊາ​ການ​ກອງ​ກຳ­ລັງ​ຕຳ­ຫຼວດ​ສືບ​ຄວາມ​ລັບ ແລະ ຫົວ­ໜ້າ​ຫ້ອງ­ການ​ຕ້ານ​ຢາ​ເສບ​ຕິດ​ແຫ່ງ​ຊາດ ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກົດ­ໝາຍ ແລະ ສິດ­ທິ​ມະ­ນຸດ ໄດ້​ໃຫ້​ເຫດ­ຜົນ​ກ່ຽວ​ກັບ​ການ​ປ່ຽນ­ແປງ​ໃນ​ການ​ກຳ­ນົດ​ໂທດ​ຜູ້​ເສບ​ຢາ​ເສບ​ຕິດ​ຄັ້ງ​ນີ້​ວ່າ: ພວກ​ຕິດ​ຢາ​ເສບ​ຕິດ​ນັ້ນ ຕ້ອງ​ຖືກ​ສົ່ງ​ເຂົ້າ​ສູນ​ຟັກ​ຟື້ນ​ປິ່ນ­ປົວ ເພາະ­ວ່າ​ພວກ​ເຂົາ­ເຈົ້າ​ເອງ ກໍ​ໄດ້​ຮັບ​ຄວາມ​ທຸກ­ທໍ­ລະ­ມານ​ຈາກ​ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ ດັ່ງ­ນັ້ນ ພວກ​ເຂົາ​ຄວນ​ໄດ້​ຮັບ​ການ​ປິ່ນ­ປົວ ກົດ​ລະ­ບຽບ​ໄດ້​ກຳ­ນົດ​ເງື່ອນ­ໄຂ​ຂອງ​ຜູ້​ຕິດ​ຢາ​ເສບ​ຕິດ ທີ່​ມີ​ສິດ​ໄດ້​ຮັບ​ການ​ປິ່ນ­ປົວ​ນັ້ນ​ວ່າ ຜູ້­ກ່ຽວ​ຕ້ອງ​ມີ​ໃບ­ຢັ້ງ­ຢືນ​ຈາກ​ທາງ​ການ​ກ່ຽວ­ຂ້ອງ ວ່າ​ຜູ້​ຕິດ​ຢາ​ເສບ​ຕິດ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ໄດ້​ຮັບ​ການ​ຟັກ​ຟື້ນ​ປິ່ນ­ປົວ​ແທ້ ນີ້​ຄື​ການ​ປ່ຽນ­ແປງ​ຄັ້ງ​ສຳ­ຄັນ ເພາະ​ໃນ​ເມື່ອ​ກ່ອນ​ນັ້ນ ຜູ້​ມີ​ສ່ວນ​ພົວ­ພັນ​ກັບ​ຢາ​ເສບ​ຕິດ ບໍ່​ວ່າ​ຈະ​ເປັນ​ຜູ້​ຜະ­ລິດ ຜູ້​ຄ້າ ຫຼື ຜູ້​ເສບ ກໍ​ລ້ວນ​ແຕ່​ໄດ້​ຮັບ​ໂທດ​ຕິດ​ຄຸກ ໂດຍ​ບໍ່​ມີ​ການ​ຈຳ­ແນກ​ເລີຍ.

error: Content is protected !!