ໃນຍຸກແຫ່ງຂໍ້ມູນຂ່າວສານຄືປັດຈຸບັນ ໄດ້ເກີດມີແຫຼ່ງຂ່າວຫຼວງຫຼາຍປາກົດຕົວຂຶ້ນໃນສື່ອອນລາຍ ສະນັ້ນ ຫາກເຮົາບໍ່ມີສະຕິໃນການຮັບຂໍ້ມູນເຫຼົ່ານັ້ນ ຈະເຮັດໃຫ້ສັບສົນ ບໍ່ຮູ້ວ່າອັນໃດເປັນຂ່າວແທ້ ຂ່າວປອມ ທ້າຍທີ່ສຸດ ອາດຕົກເປັນເຫຍື່ອຂອງຍຸດທະສາດຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ ທີ່ຫວັງໂຄ່ນລົ້ມໂຈມຕີລະບອບຂອງພວກເຮົາ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ພວກເຮົາຕ້ອງກຳໃຫ້ໄດ້ວ່າ: ຍຸດທະສາດຫັນປ່ຽນໂດຍສັນຕິແມ່ນຫຍັງ ?.
ຍຸດທະສາດຫັນປ່ຽນໂດຍສັນຕິ ແມ່ນຮູບການໜຶ່ງຂອງການຕໍ່ສູ້ຊົນຊັ້ນທີ່ຂ້ຽວຂາດ ເອົາເປັນເອົາຕາຍ ລະຫວ່າງລັດທິຈັກກະພັດ ແລະ ສັງຄົມນິຍົມໃນເມື່ອກ່ອນ ຕາມຂໍ້ມູນຂອງຫຼາຍເອກະສານ ໃຫ້ຮູ້ວ່າ: ໃນເດືອນມັງກອນ ປີ 1953 ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ “ດາແລັດ” ໄດ້ຖະແຫຼງວ່າ: “ການທັບມ້າງປະເທດສັງຄົມນິຍົມ ສາມາດເຮັດດ້ວຍວິທີສັນຕິວິທີ ຄື: ນຳໃຊ້ວິທີທາງດ້ານແນວຄິດ ແລະ ຈິດຕະສາດ ເພື່ອບັນລຸເປົ້າໝາຍ ສົມທົບວິທີການຕ່າງໆ ນັບທັງດ້ານການທະຫານ” ນັ້ນຄືຈຸດເລີ່ມຕົ້ນຂອງຍຸດທະສາດຫັນປ່ຽນໂດຍສັນຕິ ຈາກນັ້ນ ບໍ່ພໍເທົ່າໃດປີ ເຂົາກໍເຮັດທົດລອງກັບປະເທດຮົງກາລີ (1956) ເຊັກໂກສະໂລວາກີ (1968) ໂປໂລຍ (1980) ສະຫະພາບໂຊວຽດ (1991) ແລະແລ້ວທັງໝົດລະບົບສັງຄົມນິຍົມໂລກກໍແຕກສະຫຼາຍ.

ຍຸດທະສາດຫັນປ່ຽນໂດຍສັນຕິ ແມ່ນການຕໍ່ສູ້ທີ່ດຳເນີນຢູ່ພາຍໃນຂອງປະເທດໃດໜຶ່ງ ທີ່ບໍ່ເດີນຕາມເສັ້ນທາງຂອງມະຫາອຳນາດຕາເວັນຕົກ ເຊິ່ງວິທີການຕົ້ນຕໍແມ່ນໃຊ້ຈິດຕະວິທະຍາ ເພື່ອຊວນເຊື່ອໃຫ້ປະລະທາດແທ້ ແລະ ອຸດົມການ ແບ່ງແຍກຄວາມສາມັກຄີພາຍໃນ ເຊິ່ງສ່ວນຫຼາຍແມ່ນຜ່ານສື່ຕ່າງໆ ໂດຍສະເພາະ ສື່ອອນລາຍ.
ການດຳເນີນຍຸດທະສາດຫັນປ່ຽນໂດຍສັນຕິໃນທີ່ຜ່ານມາ ຢູ່ແຕ່ລະປະເທດສ່ວນຫຼາຍແມ່ນຜ່ານສອງບາດກ້າວ ເຊັ່ນ: ບາດກ້າວທີໜຶ່ງ ສ້າງການຫັນປ່ຽນ ແລະ ຜັນແຍກຢູ່ທາງໃນ ສ້າງວິກິດການທາງດ້ານເສດຖະກິດ-ສັງຄົມ ກ້າວໄປເຖິງວິທີທາງການເມືອງ ເພື່ອປຸກລະດົມມະຫາຊົນຕໍ່ສູ້ທວງເອົາປະຊາທິປະໄຕຫຼາຍພັກ ຫຼາຍເຄົ້າ ທວງໃຫ້ແກ້ໄຂຊີວິດການເປັນຢູ່ທີ່ເກີນຄວາມສາມາດຕົວຈິງຂອງອຳນາດການປົກຄອງ ກ້າວໄປສ້າງເສດຖະກິດຕາມທ່າອ່ຽງນິຍົມຂອງປະເທດມະຫາອຳນາດ ບາດກ້າວທີສອງ ໃນເມື່ອຫັນປ່ຽນບໍ່ໄດ້ຮັບຜົນ ຫຼື ບໍ່ບັນລຸລະດັບໃດໜຶ່ງ ເມື່ອມີໂອກາດອຳນວຍຈະປຸກລະດົມຂະບວນການລຸກຮືຂຶ້ນ ໂຄ່ນລົ້ມລະບອບການປົກຄອງ ຫຼື ດ້ວຍຮູບການລັດຖະປະຫານ.
ເຖິງແມ່ນວ່າສະຖານະການຂອງໂລກຈະປ່ຽນໄປ ແນວໃດກໍຕາມ ແຕ່ບັນດາອິດທິກຳລັງປໍລະປັກ ກໍຍັງຄົງສືບຕໍ່ດຳເນີນຍຸດທະສາດຫັນປ່ຽນໂດຍສັນຕິ ບໍ່ມີຫຍັງປ່ຽນແປງ ກົງກັນຂ້າມຍິ່ງເພີ່ມທະວີ ໂດຍແນໃສ່ກໍ່ສ້າງໃຫ້ເກີດປັດໄຈ ແລະ ເງື່ອນໄຂຈາກພາຍໃນ ເພື່ອລໍຖ້າໂອກາດອັນສຸກງອມ ແລ້ວກໍຊຸກຍູ້ປຸກລະດົມການລຸກຮືຂຶ້ນແຫ່ຂະບວນປະທ້ວງ ແລະ ໂຄ່ນລົ້ມຜູ້ນຳ ຫຼື ລະບອບການເມືອງຂອງປະເທດນັ້ນ ອັນນີ້ແມ່ນເປົ້າໝາຍສູງສຸດຂອງພວກເຂົາ ເຊິ່ງໄດ້ຮັບຜົນສຳເລັດມາແລ້ວຢູ່ບາງປະເທດໃນເຂດຕາເວັນອອກກາງ ແລະ ອາຟະຣິກາເໜືອ.
ໃນຍຸກແຫ່ງຂໍ້ມູນຂ່າວສານ ການປາກົດຕົວຂອງສື່ອອນລາຍ ຕ້ອງຍອມຮັບວ່າເປັນແຫຼ່ງກະຈາຍທີ່ສຳຄັນຂອງຍຸດທະສາດຫັນປ່ຽນໂດຍສັນຕິ ສະນັ້ນ ການເສບສື່ໃນປັດຈຸບັນ ມັນຮຽກຮ້ອງໃຫ້ທຸກຄົນໃນສັງຄົມຕ້ອງມີສະຕິ ແລະ ພິຈາລະນາວ່າ ອັນໃດຄວນເຊື່ອ ແລະ ອັນໃດຄວນປະຕິເສດ ໄປຄຽງຄູ່ກັນນັ້ນ ກໍຕ້ອງມີການອະທິບາຍຕໍ່ທຸກບັນຫາທີ່ສັງຄົມຕັ້ງຂຶ້ນຜ່ານສື່ອອນລາຍ ທຸກບັນຫາມີທາງອອກ ເຮົາບໍ່ອະທິບາຍ ຜູ້ອື່ນກໍອະທິບາຍ ເຮົາບໍ່ກຳເອົາ ຜູ້ອື່ນກໍກຳເອົາ.
ຂໍສະເໜີເປັນການແລກປ່ຽນນໍ ?.
ໂດຍ: ແນວລາວ