ພະທາດເຈດີ ວັດຖິ່ນຊ້ອຍ ຕັ້ງຢູ່ບ້ານ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງພະທາດແຫ່ງນີ້ ເປັນມໍລະດົກສະຖານທີ່ເກົ່າແກ່ອີກແຫ່ງໜຶ່ງ ທີ່ຕິດພັນກັບປະຫວັດສາດແຫ່ງການຕໍ່ສູ້ ແລະ ສ້າງສາພັດທະນາປະເທດຊາດຂອງບັນພະບຸລຸດລາວ ຕາມຂໍ້ມູນທີ່ໄດ້ບັນທຶກໄວ້ ພະທາດຖິ່ນຊ້ອຍ ສ້າງຕັ້ງຂຶ້ນໃນປີ ຄສ 1570 ມາຮອດປັດຈຸບັນ ພະທາດດັ່ງກ່າວອາຍຸເກືອບ 450 ປີແລ້ວ ຈຶ່ງເຮັດໃຫ້ສະພາບຂອງພະທາດພຸພັງອອກເກືອບໝົດ ສະນັ້ນ ອົງການປົກຄອງເມືອງ ໂດຍພາຍໃຕ້ການນຳພາຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄອບຄົວ ສົມທົບກັບອຳນາດການປົກຄອງເມືອງ ໄດ້ມີຈິດສັດທາຮ່ວມກັນບູລະນະພະທາດແຫ່ງນີ້ ກັບຄືນມາເປັນພະທາດທີ່ມີຄວາມສວຍສົດງົດງາມ ຮັກສາໄວ້ໃຫ້ລຸ້ນລູກລຸ້ນຫຼານໄດ້ເຫັນ ແລະ ເຄົາລົບກາບໄຫວ້ບູຊາສືບຕໍ່ໄປ ດັ່ງນັ້ນ ຈຶ່ງໄດ້ຮ່ວມໃຈກັນຈັດຕັ້ງກອງບຸນຂຶ້ນ 12 ກອງ ໃນວັນທີ 3-4 ກໍລະກົດຜ່ານມາ ເພື່ອເປັນການສັກກາລະບູຊາ ຄອບໄຂວ່ສິ່ງສັກສິດ ເຈົ້າຖິ່ນ ເຈົ້າຖານ ຖືເປັນນິມິດໝາຍແຫ່ງການເປີດພິທີໃນການຫ້າງຫາກະກຽມ ປະຕິສັງຂອນພະທາດເຈດີ ວັດຖິ່ນຊ້ອຍ ແນໃສ່ໃຫ້ພໍ່ແມ່ປະຊາຊົນຊາວເມືອງປາກງື່ມ ຕະຫຼອດຮອດບັນດາຜູ້ທີ່ມີຈິດໃຈໃສສັດທາທັງພາຍໃນ ແລະ ຕ່າງປະເທດ ມາຊ່ວຍສົມທົບທຶນປະຕິສັງຂອນພະທາດແຫ່ງນີ້ ໃຫ້ກັບຄືນສູ່ສະພາບເດີມ ເປັນຂວັນມິ່ງເມືອງໃຫ້ແກ່ຄົນລຸ້ນຕໍ່ໄປ.

ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໃຫ້ຮູ້ວ່າ: ໂຄງການປະຕິສັງຂອນພະທາດເຈດີ ວັດຖິ່ນຊ້ອຍ ແມ່ນນອນໃນ 10 ໂຄງການຂອງ ນວ ເພື່ອກະກຽມໃຫ້ແກ່ງານສະເຫຼີມສະຫຼຼອງ ນວ ຄົບຮອບ 450 ປີ ໃນປີ 2010 ແຕ່ດ້ວຍເຫດຜົນບາງດ້ານ ທີ່ຍັງບໍ່ທັນໄດ້ມີຄວາມພ້ອມ ໂຄງການດັ່ງກ່າວຈຶ່ງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດໃນໄລຍະນັ້ນ ຜ່ານມາພະແນກ ຖວທ ນວ ໄດ້ສົມທົບກັບກົມມໍລະດົກ ກົມວິຈິດສິນ ແລະ ອົງການປົກຄອງເມືອງປາກງື່ມ ສືບຕໍ່ການສຳຫຼວດ ແລະ ປຶກສາຫາລືແຜນການບູລະນະປະຕິສັງຂອນ ເຊິ່ງມາຮອດປີ 2016 ພະແນກ ຖວທ ນວ ໄດ້ສັງລວມບັນດາຂໍ້ມູນທັງໝົດກ່ຽວກັບໂຄງການ ເພື່ອລາຍງານຂໍທິດຊີ້ນຳຈາກການນຳ ນວ ເພື່ອລົງມືປະຕິບັດ ເຊິ່ງພະແນກ ຖວທ ນວ ໄດ້ຂຽນເປັນໂຄງການສະເໜີຂໍອະນຸມັດງົບປະມານ ເພື່ອມາເຮັດຮົ້ວ ແລະ ບູລະນະເບື້ອງຕົ້ນ ປັດຈຸບັນ ສຳເລັດການສ້າງຮົ້ວອ້ອມສອງດ້ານ ຄື: ດ້ານໜ້າ ແລະ ດ້ານຂ້າງ ເພື່ອເປັນຂອບເຂດຂອງວັດ ແຕ່ເນື່ອງຈາກວ່າໄລຍະປີ 2017 ຄະນະຮັບຜິດຊອບດັ່ງກ່າວແມ່ນໄດ້ສຸມໃສ່ການບູລະນະປະຕິສັງຂອນ ຫໍພະແກ້ວ ແລະ ສືບຕໍ່ປະຕິສັງຂອນພະທາດຫຼວງວຽງຈັນ ຈຶ່ງເຮັດໃຫ້ການບູລະນະພະທາດເຈດີ ວັດຖິ່ນຊ້ອຍ ບໍ່ໄດ້ສືບຕໍ່ຈັດຕັ້ງປະຕິບັດ ອີກເຫດຜົນໜຶ່ງ ການກະກຽມບາງເນື້ອໃນຂໍ້ມູນຂອງພະທາດຍັງບໍ່ທັນລະອຽດຄົບຖ້ວນ ຍັງບໍ່ທັນເອກະພາບທາງດ້ານເຕັກນິກ ແລະ ຮູບການບູລະນະ.

ມາຮອດປັດຈຸບັນ ໂຄງການປະຕິສັງຂອນພະທາດຫຼວງວຽງຈັນສຳເລັດແລ້ວ ຄວາມພ້ອມທາງດ້ານເຕັກນິກວິຊາການ ກຳລັງແຮງສັດທາທີ່ຕ້ອງການປະກອບສ່ວນບູລະນະ ກໍເຫັນວ່າມີຫຼາຍສົມຄວນ ດັ່ງນັ້ນ ໃນກອງປະຊຸມອົງການປົກຄອງ ຄັ້ງວັນທີ 24 ກຸມພາ 2020 ເຫັນດີໃຫ້ມີການປະຕິສັງຂອນ ຫຼື ບູລະນະພະທາດເຈດີ ວັດຖິ່ນຊ້ອຍ ເມືອງປາກງື່ມ ຕາມແຜນຕົກລົງກັນມາ ໂດຍໃຫ້ປະຕິບັດຕາມແຕ່ລະຂັ້ນຕອນ ຄື: ແຕ່ງຕັ້ງຄະນະຮັບຜິດຊອບໃຫ້ຈັດສຳມະນາເລື່ອງຫົວຂໍ້ທີ່ຈະປະຕິສັງຂອນ ຫຼື ບູລະນະ ແລະ ໃຫ້ນຳສະເໜີຮູບແບບແຜນການຈັດຕັ້ງປະຕິບັດ ພາຍຫຼັງທີ່ໄດ້ຮັບຄຳເຫັນຊີ້ນຳຂອງກອງປະຊຸມ ພະແນກ ຖວທ ນວ ໄດ້ສົມທົບກັບເມືອງປາກງື່ມ ເພື່ອກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນ ໄດ້ກຳນົດການຈັດພິທີທາງສາສະໜາ ເບື້ອງຕົ້ນໄດ້ກຳນົດເອົາມື້ກ່ອນບຸນປີໃໝ່ລາວ ຫຼັງຈາກນັ້ນ ຈຶ່ງຈັດສຳມະນາດ້ານວິຊາການ ແຕ່ເນື່ອງຈາກວ່າໄລຍະກະກຽມສຳມະນາ ຖືເປັນໄລຍະການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ພວກເຮົາບໍ່ໄດ້ດຳເນີນແຜນວຽກຕາມທີ່ໄດ້ກຳນົດໄວ້ ປັດຈຸບັນແມ່ນໄດ້ລາຍງານຂໍທິດຊີ້ນຳຈາກທ່ານ ລມຕ ກະຊວງ ຖວທ ເຊິ່ງເພິ່ນເຫັນດີຕາມການຕົກລົງຂອງອົງການປົກຄອງ ນວ ແລະ ເຫັນດີໃຫ້ກົມມໍລະດົກ ແລະ ກົມວິຈິດສິນລົງມາຕິດຕາມ ໃນການຈັດຕັ້ງປະຕິບັດຢ່າງໃກ້ສິດ.
ສຳລັບໜ້າວຽກທີ່ຈະດຳເນີນການປະຕິສັງຂອນຄັ້ງນີ້ ປະກອບດ້ວຍ ບູລະນະສ້ອມແປງຄືນອົງພະທາດ ເພື່ອໃຫ້ມີສະພາບທີ່ສົມບູນ ແລະ ຮັກສາຮູບຊົງເດີມໃຫ້ໃກ້ຄຽງທີ່ສຸດເທົ່າທີ່ຈະເຮັດໄດ້ ສ້າງຜາສາດຫີນ ເພື່ອເປັນອຸບໂມງກວມເອົາພະທາດເກົ່າ ເປັນການຮັກສາອົງພະທາດໃຫ້ມີຄວາມທົນທານ ບູລະນະສ້ອມແປງສິມເກົ່າ ແລະ ວາງແຜນຈັດສັນສະພາບແວດລ້ອມອ້ອມຂ້າງໃຫ້ມີຄວາມກົມກືນຈົບງາມ ແລະ ສາມາດຮອງຮັບການບໍລິການນັກທ່ອງທ່ຽວໃນຕໍ່ໜ້າ ຄາດຄະເນເວລາການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຈະໃຊ້ເວລາປະມານ 2 ປີ ເຊິ່ງງົບປະມານທີ່ມີຄວາມຕ້ອງການໃນເບື້ອງຕົ້ນປະມານ 2 ຕື້ກວ່າກີບ.
ເຖິງແມ່ນວ່າໂຄງການປະຕິສັງຂອນພະທາດເຈດີວັດຖິ່ນຊ້ອຍຄັ້ງນີ້ ໄດ້ມີການກະກຽມມາເປັນເວລາອັນສົມຄວນ ທັງພາກລັດກໍໄດ້ອະນຸມັດງົບປະມານຈຳນວນໜຶ່ງ ແຕ່ຖ້າອີງໃສ່ຄວາມຮຽກຮ້ອງຕົວຈິງຂອງງົບປະມານແມ່ນສູງສົມຄວນ ເພາະມີຫຼາຍກິດຈະກຳທີ່ຕ້ອງໄດ້ດຳເນີນ ເພາະສະນັ້ນ ເພື່ອຮັບປະກັນໃຫ້ໂຄງການໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍ ຂໍເຊີນຊວນອົງການຈັດຕັ້ງທຸກພາກສ່ວນ ພີ່ນ້ອງຮວມຊາດ ຊາວສາສະນິກກະຊົນທັງຫຼາຍ ເພື່ອພ້ອມກັນປະກອບສ່ວນ ວັດຖຸປັດໄຈຮັບໃຊ້ເຂົ້າໃນໂຄງການຄັ້ງນີ້ໃຫ້ປະສົບຜົນສຳເລັດ ເຊິ່ງການຮັບທຶນສົມທົບໂຄງການ ຈະໄດ້ມີຄະນະກຳມະການຮັບຜິດຊອບຢ່າງລະອຽດ ແລະ ເລີ່ມຮັບນັບແຕ່ມື້ເປີດໂຄງການເປັນຕົ້ນໄປ ຈົນກວ່າໂຄງການຈະສຳເລັດຕາມໜ້າວຽກທີ່ໄດ້ກຳນົດໄວ້.