ເວລາຮັບແຂກ ຢ່າເຮັດແນວແປກໆເກີນໄປ
ມາລະຍາດຂອງເຈົ້າພາບໃນການຮັບແຂກນັ້ນ ເຄີຍໄດ້ເວົ້າມາຫຼາຍແລ້ວ ໂດຍສະເພາະແມ່ນຂໍ້ຫ້າມຄື ເວລາຮັບແຂກມາຢາມເຮືອນ ເຈົ້າພາບບໍ່ຄວນເອົາເລື່ອງສ່ວນຕົວມາອ້າງແຂກຫຼາຍເກີນໄປ ເຊັ່ນ: ເອົາອາລະບຳຮູບຄອບຄົວ ວີດີໂອບຸນເຮືອນ ຫຼື ການແຕ່ງດອງຂອງຕົນມາໃຫ້ແຂກເບິ່ງ ບໍ່ຄວນເອົາສັດລ້ຽງມາສົນແຂກ ຫຼື ອູ້ມລູກອູ້ມຫຼານມາໃຫ້ແຂກຊົມ ນອກຈາກວ່າແຂກເປັນຄົນໃກ້ຊິດ ເປັນເຊື້ອສາຍລາຍລ່ອງ ແລະ…
ອາຫານໃນຖົງປຼັສຕິກ ບໍ່ຄວນເກັບໄວ້ໃນຕູ້ເຢັນ
ເມື່ອພວກເຮົາໄປຊື້ເຄື່ອງຕາມຮ້ານ ຫຼື ຕາມຕະຫຼາດທົ່ວໆໄປ ພໍ່ຄ້າແມ່ຄ້າກໍຈະໃສ່ຖົງປຼັສຕິກໃຫ້ພວກເຮົາ ແລະ ກໍເມື່ອກັບມາເຖິງເຮືອນ ສິ່ງທີ່ຜູ້ຄົນຈຳນວນຫຼາຍເຮັດ ກໍຄື ເກັບອາຫານພວກນັ້ນ ບໍ່ວ່າຈະເປັນຜັກສົດ ໝາກໄມ້ ແລະ ຊີ້ນສັດຕ່າງໆເຂົ້າໃສ່ຕູ້ເຢັນ ທັງທີ່ຍັງຢູ່ໃນຖົງປຼັສຕິກຢູ່ ເຊິ່ງການເຮັດແບບນີ້ ເປັນສິ່ງທີ່ບໍ່ຄວນກະທຳ…
ລິດປັນຍາ ບໍລິການທໍາຄວາມສະອາດ ມອບລົດຊ່ວຍເຫຼືອບໍລິການດ້ານສຸຂະພາບແມ່ ແລະ ເດັກ
ໃນວັນທີ 3 ກໍລະກົດ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບລົດຕູ້ 1 ຄັນ ຂຶ້ນລະຫວ່າງບໍລິສັດ ລິດປັນຍາ ບໍລິການທໍາຄວາມສະອາດຈຳກັດຜູ້ດຽວ ແລະ ໂຮງໝໍແມ່ ແລະ ເດັກເກີດໃໝ່…
ເພິ່ນຫ້າມ ບໍ່ໃຫ້ຂາຍ
ການຄ້າ-ຂາຍຫງາຍມື ເປັນເລື່ອງປົກກະຕິຂອງຄົນທີ່ເຮັດໜ້າທີ່ເປັນຊາວຄ້າ-ຊາວຂາຍ ແມ່ນການຕອບສະໜອງເຊິ່ງກັນ ແລະ ກັນ ລະຫວ່າງຜູ້ຊື້ກັບຜູ້ຂາຍ ບົນພື້ນຖານຄວາມສະເໝີພາບຕໍ່ໜ້າກົດໝາຍ ຕ່າງຝ່າຍຕ່າງກໍໄດ້ຮັບຜົນປະໂຫຍດ ກົດໝາຍໄດ້ກຳນົດແລ້ວ ການຊື້ ການຂາຍ ການແລກປ່ຽນ ການຄອບຄອງຊັບ ທັງໝົດນັ້ນແມ່ນໄດ້ດ້ວຍຄວາມຖືກຕ້ອງ ດ້ວຍຄວາມບໍລິສຸດຜຸດຜ່ອງ ໝາຍຄວາມວ່າ…
ສາເຫດພາໃຫ້ເປືອງ
ຈາກການແນະນຳຂອງແພດປະຈຳເມືອງ ໃຫ້ທຸກຄົນໃຊ້ເຈວ ໃຊ້ນ້ຳຢາລ້າງມືທີ່ມີເຫຼົ້າເດັດໆປະສົມ ຄື: ເຫຼົ້າແຮງ 70 ອົງສາຂຶ້ນໄປ ເພື່ອຈະສາມາດຂ້າເຊື້ອໂຄວິດ-19 ໄດ້ ດັ່ງນັ້ນ ອາແຈ່ມ ຈຶ່ງເລືອກຊື້ນ້ຳຢາທີ່ມີທາດເຫຼົ້າເດັດໆປະສົມ ເພື່ອໄວ້ໃຊ້ປະຈຳເຮືອນ ແຕ່ປາກົດວ່າມັນໃຊ້ເປືອງຈົນຊິຊື້ນຳບໍ່ທັນ… ກວດບັກໃຫຍ່ໆ ແຕ່ໃຊ້ມື້ດຽວກໍໝົດ…
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເອົາໃຈໃສ່ປະຕິບັດໜ້າທີ່ ຜູ້ຂັບຂີ່ຕ້ອງເປັນເຈົ້າການປະຕິບັດລະບຽບ
ສະພາບການສັນຈອນໃນນະຄອນຫຼວງວຽງຈັນ ປັດຈຸບັນເຫັນວ່າມີຄວາມຫຍຸ້ງຍາກສົມຄວນ ໂດຍສະເພາະແມ່ນໃນໂມງຮີບດ່ວນ ສາເຫດກໍຍ້ອນຈຳນວນພາຫະນະເພີ່ມຂຶ້ນ ບວກກັບການເປັນເຈົ້າການຕໍ່ການຈັດຕັ້ງປະຕິບັດລະບຽບການສັນຈອນຂອງນັກຂັບຂີ່ ນອກຈາກສົ່ງຜົນໃຫ້ການສັນຈອນມີຄວາມຫຍຸ້ງຍາກແລ້ວ ຍັງກໍ່ໃຫ້ເກີດອຸບັດເຫດຕາມມາ ຈາກສະພາບການດັ່ງກ່າວ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ກໍໄດ້ເອົາໃຈໃສ່ໃນການແກ້ໄຂ ໂດຍຈະໄດ້ສຸມໃສ່ປະຕິບັດບັນດາໜ້າວຽກຕ່າງໆ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ. ຕາມຂໍ້ມູນຈາກໜັງສືພິມປ້ອງກັນຄວາມສະຫງົບ ເຫັນວ່າ: ທ່ານ ພັທ…
ໄຊທານີ ໄຂຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ
ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ນວ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດອິນຊີທອງມໍເຕີ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຈັດພິທີໄຂຂະບວນສາທິດການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ…
ກອງປະຊຸມໃຫຍ່ອົງຄະນະພັກກອງບັນຊາການທະຫານ ນວ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງຫານ
ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ໄຂຂຶ້ນໃນວັນທີ 3 ກໍລະກົດ 2020 ທີ່ສະໂມສອນກອງບັນຊາການທະຫານ ນວ ເປັນປະທານຂອງສະຫາຍ ພົນຈັດຕະວາ ສີພອນ…
ລາວ-ຫວຽດນາມ ຫາລືແລກປ່ຽນບົດຮຽນໃນການຟື້ນຟູເສດຖະກິດ ຫຼັງການລະບາດຂອງພະຍາດໂຄວິດ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ…