8 ວິທີໃຊ້ “ຢາ” ຫຼຸດຜົນຂ້າງຄຽງໃນຜູ້ອາຍຸສູງ

ແພດ​ໄດ້​ແນະ­ນຳ 8 ວິ­ທີ​ໃຊ້​ຢາ​ໃນ “ຜູ້​ອາ­ຍຸ​ສູງ” ຊ່ວຍ​ຫຼຸດ​ຜົນ​ຂ້າງ­ຄຽງ ເພາະ​ຢ້ານ​ວ່າ​ຜູ້​ອາ­ຍຸ​ສູງ​ໃຊ້​ຢາ​ຫຼາຍ ສະ­ເລ່ຍ​ຢາ​ແພດ​ສັ່ງ 4-5 ຊະ­ນິດ ຊື້​ເອງ​ອີກ​ປະ­ມານ 2 ຊະ­ນິດ ພົບ​ຜົນ​ຂ້າງ­ຄຽງ​ຈາກ​ການ​ໃຊ້​ຢາ 1 ໃນ 3 ມັກ​ເປັນ​ຜູ້​ອາ­ຍຸ​ສູງ.

ອາ­ຍຸ​ສູງ ເປັນ​ກຸ່ມ​ປະ­ຊາ­ກອນ​ທີ່​ມີ​ການ​ໃຊ້​ຢາ​ໃນ​ອັດ­ຕາ​ສ່ວນ​ທີ່​ສູງ ເມື່ອ​ທຽບ​ກັບ​ປະ­ຊາ­ກອນ​ທັງ​ໝົດ ໂດຍ​ອາດ​ເປັນ​ຢາ​ທີ່​ແພດ​ສັ່ງ ແລະ ຢາ​ຈາກ​ແຫຼ່ງ​ອື່ນໆ ເຊັ່ນ: ຢາ​ທີ່​ຊື້​ຮັບ​ປະ­ທານ​ເອງ ຢາ­ພື້ນ­ເມືອງ ດັ່ງ­ນັ້ນ ແພດ​ທີ່​ດູ​ແລ​ຜູ້​ອາ­ຍຸ​ສູງ ຈຶ່ງ​ມີ​ຄວາມ​ຈຳ­ເປັນ​ທີ່​ຈະ​ຕ້ອງ​ຮູ້​ຫຼັກ­ການ ແລະ ບັນ­ຫາ​ກ່ຽວ​ກັບ​ການ​ໃຊ້​ຢາ​ໃນ​ຜູ້​ອາ­ຍຸ​ສູງ ຕະ­ຫຼອດ​ຈົນ​ການ​ສັ່ງ​ຢາ​ຢ່າງ​ເໝາະ​ສົມ ເນື່ອງ​ຈາກ​ຜູ້​ອາ­ຍຸ​ສູງ​ມີ​ໂລກ​ຮ່ວມ​ຫຼາຍ​ຢ່າງ ແລະ ມີ​ໂອ­ກາດ​ໄດ້​ຮັບ​ຢາ​ຫຼາຍ​ຊະ­ນິດ ໂດຍ​ສະ­ເລ່ຍ ຜູ້​ອາ­ຍຸ​ສູງ 1 ຄົນ ຈະ​ມີ​ຢາ​ຕາມ​ແພດ​ສັ່ງ 4-5 ຊະ­ນິດ ແລະ ອາດ​ມີ 2 ຊະ­ນິດ ຈາກ​ການ​ຊື້​ຢາ​ມາ​ຮັບ​ປະ­ທານ​ເອງ ນອກ­ຈາກ​ນີ້ ຜູ້​ອາ­ຍຸ​ສູງ​ຈຳ­ນວນ​ບໍ່​ໜ້ອຍ ມີ​ບັນ­ຫາ​ກ່ຽວ​ກັບ​ການ​ຈັດ​ກຽມ​ຢາ​ເພື່ອ​ຮັບ​ປະ­ທານ ເຊັ່ນ: ລືມ​ກິນ ຫຼື ກິນ​ຊ້ຳ ເຮັດ​ໃຫ້​ເປັນ​ກຸ່ມ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເກີດ​ຜົນ​ຂ້າງ­ຄຽງ​ຈາກ​ການ​ໃຊ້​ຢາ ຊຶ່ງ​ພົບ​ວ່າ​ຜູ້​ປ່ວຍ​ທີ່​ເກີດ​ຜົນ​ຂ້າງ­ຄຽງ 1 ໃນ 3 ເປັນ​ຜູ້​ອາ­ຍຸ​ສູງ ແລະ ຕ້ອງ​ນອນ​ປິ່ນ­ປົວ​ໃນ​ໂຮງ­ໝໍ​ເຖິງ 10-20%.

ການ​ປ່ຽນ­ແປງ​ຂອງ​ຮ່າງ­ກາຍ​ໃນ​ຜູ້​ອາ­ຍຸ​ສູງ ມີ​ຜົນ​ຕໍ່​ການ​ໃຊ້​ຢາ ເຮັດ​ໃຫ້­ການ​ດູດ​ຊຶມ​ຢາ​ຫຼຸດ​ລົງ ການ​ກະ­ຈາຍ​ຕົວ​ຂອງ​ຢາ​ບໍ່​ຄ່ອຍ​ດີ ນອກ­ຈາກ​ນີ້ ອາດ​ພົບ​ປະ­ລິ­ມານ​ຢາ​ທີ່​ຄ້າງ​ໃນ​ຮ່າງ­ກາຍ ແລະ ພົບ​ວ່າ­ການ​ກຳ­ຈັດ​ຢາ​ທາງ​ໝາກ​ໄຂ່­ຫຼັງ​ເຮັດ​ໄດ້​ຫຼຸດ​ລົງ ຜູ້​ອາ­ຍຸ​ສູງ​ຍັງ​ມີ​ການ​ປ່ຽນ­ແປງ​ທາງ​ຮ່າງ­ກາຍ​ອີກ​ຫຼາຍ​ຢ່າງ​ທີ່​ສົ່ງ​ຜົນ​ຕໍ່​ການ​ໃຊ້​ຢາ ເຊັ່ນ: ມີ​ຄວາມ​ໄວ​ຕໍ່​ຢາ​ບາງ​ຊະ­ນິດ​ເພີ່ມ​ຂຶ້ນ ໃນ​ຂະ­ນະ​ທີ່​ມີ​ຄວາມ​ໄວ​ຕໍ່​ຢາ​ບາງ​ຊະ­ນິດ​ຫຼຸດ​ລົງ ສິ່ງ​ເຫຼົ່າ​ນີ້​ກໍ່­ໃຫ້­ເກີດ​ບັນ­ຫາ​ກັບ​ການ​ສັ່ງ​ຢາ​ໃນ​ຜູ້​ອາ­ຍຸ​ສູງ​ຢ່າງ​ຫຼວງ­ຫຼາຍ ທັ້ງ​ນີ້ ຜູ້​ອາ­ຍຸ​ສູງ​ສາ­ມາດ​ປ້ອງ​ກັນ​ການ​ເກີດ​ຜົນ​ຂ້າງ­ຄຽງ​ຈາກ​ການ​ໃຊ້​ຢາ ດ້ວຍ​ການ​ປະ­ຕິ­ບັດ​ດັ່ງ­ນີ້:

1. ເມື່ອ​ພົບ​ແພດ ຄວນ​ມີ​ລາຍ​ລະ­ອຽດ​ຂອງ​ຊື່​ຢາ​ທີ່​ຮັບ​ປະ­ທານ ຊື່​ໂລກ ແລະ ປະ­ຫວັດ​ການ​ແພ້​ຢາ​ຕິດ​ຕົວ​ໄປ​ດ້ວຍ.
2. ເລີ່ມ​ຕົ້ນ​ການ​ປິ່ນ­ປົວ​ແບບ​ບໍ່​ໃຊ້​ຢາ ເຊັ່ນ ຖອກ­ທ້ອງ​ຄວນ​ດື່ມ­ນ້ຳ​ຫຼາຍໆ ແລະ ຮັບ​ປະ­ທານ​ອາ­ຫານ​ທີ່​ມີ​ເສັ້ນ​ໄຍ​ອາ­ຫານ​ສູງ.
3 ຮັບ​ປະ­ທານ​ຢາ​ຕາມ​ແພດ​ສັ່ງ​ຢ່າງ​ສະ​ໝ່ຳ​ສະ­ເໝີ ແລະ ຕິດ­ຕາມ​ການ​ປິ່ນ­ປົວ​ກັບ​ແພດ​ເປັນ​ໄລ­ຍະ ຢ່າ​ນຳ​ຕົວ­ຢ່າງ​ຢາ​ເດີມ​ໄປ​ຊື້​ມາ​ຮັບ​ປະ­ທານ​ເອງ.
4. ນຳ​ຢາ​ທັງ​ໝົດ ບໍ່​ວ່າ​ຈະ​ໄດ້​ຮັບ​ຈາກ​ບ່ອນ​ໃດ​ໄປ​ໃຫ້​ແພດ​ກວດ­ກາ​ເປັນ​ໄລ­ຍະ.
5. ຫຼີກ​ລ່ຽງ​ການ​ຊື້​ຢາ­ພື້ນ­ເມືອງ ຢາ​ໝໍ້ ແລະ ຢາ​ລູກ​ກອນ​ມາ​ຮັບ​ປະ­ທານ​ເອງ ເນື່ອງ​ຈາກ​ອາດ​ມີ​ຜົນ​ເສຍ​ຕໍ່​ຮ່າງ­ກາຍ.
6. ຄວນ​ກວດ­ກາ​ເບິ່ງ​ວັນ​ໝົດ​ອາ­ຍຸ​ຂອງ​ຢາ ແລະ ຢ່າ​ເກັບ​ຢາ​ທີ່​ເຫຼືອ​ໄວ້​ຮັບ​ປະ­ທານ​ຄັ້ງ​ຕໍ່​ໄປ ເນື່ອງ​ຈາກ​ຢາ​ອາດ​ໝົດ​ອາ­ຍຸ ຫຼື ອາດ​ບໍ່​ໃຊ້​ຢາ​ຕົວ​ເດີມ.
7. ຄວນ​ປຶກ­ສາ​ແພດ​ເຖິງ​ສາ­ເຫດ​ທີ່​ຈະ​ຢຸດ​ຢາ ເຊັ່ນ: ເກີດ​ຜົນ​ຂ້າງ­ຄຽງ ຢາ​ບໍ່​ໄດ້­ຜົນ ວິ­ທີ​ການ​ໃຊ້​ຢາ​ຊັບ­ຊ້ອນ​ເກີນ​ໄປ ຢາ​ແພງ​ເກີນ​ໄປ.
8. ຮັບ​ການ​ປິ່ນ­ປົວ ແລະ ຕິດ­ຕາມ​ກັບ​ແພດ​ຄົນ​ເດີມ ຫາກ​ຕ້ອງ​ຮັກ­ສາ​ກັບ​ແພດ​ຫຼາຍ​ກວ່າ 1 ຄົນ ຕ້ອງ​ນຳ​ປະ­ຫວັດ​ເກົ່າ ແລະ ລາຍ­ການ​ຢາ​ທີ່​ໃຊ້​ຢູ່​ມາ​ແຈ້ງ​ໃຫ້​ແພດ​ຊາບ ແພດ​ທີ່​ປິ່ນ­ປົວ​ຜູ້​ອາ­ຍຸ​ສູງ​ຕ້ອງ​ກວດ​ສອບ​ຢາ​ທັງ​ໝົດ​ທີ່​ຜູ້​ອາ­ຍຸ​ສູງ​ໄດ້​ຮັບ​ທຸກ​ແຫຼ່ງ ແລະ ພິ­ຈາ­ລະ­ນາ​ຢາ​ທີ່​ອາດ​ມີ​ປະ­ຕິ­ກິ­ລິ­ຍາ​ຕໍ່​ກັນ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!