ສ້າງຫ້ອງຮຽນທີ່ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ: ລາວ–ອົດສະຕຣາລີ ຮ່ວມຄົ້ນຄວ້າວິທີຊ່ວຍນັກຮຽນພິການໃຫ້ຮຽນຮູ້ໄດ້ເຕັມກໍາລັງ

    ຄູຈະຊ່ວຍໃຫ້ນັກຮຽນທີ່ມີຄວາມພິການຮຽນຮູ້ ແລະ ມີສ່ວນຮ່ວມໃນຫ້ອງຮຽນໄດ້ຢ່າງເຕັມທີ່ແນວໃດ? ຄຳຕອບອາດເລີ່ມຈາກການສັງເກດຄວາມຕ້ອງການຂອງນັກຮຽນແຕ່ລະຄົນໃຫ້ເຂົ້າໃຈ ພ້ອມປັບວິທີການສອນໃຫ້ເໝາະສົມ ດ້ວຍແນວຄິດນີ້ ກະຊວງສຶກສາທິການ ແລະ ກີລາ (ສສກ) ຮ່ວມກັບແຜນງານບີຄວາ ແລະ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ກຳລັງດຳເນີນການສຶກສາຄົ້ນຄວ້າເພື່ອຊອກຫາວິທີສະໜັບສະໜູນນັກຮຽນພິການໃຫ້ສາມາດຮຽນຮູ້ ແລະ ເຕີບໂຕໄປພ້ອມກັບໝູ່ເພື່ອນ.

    ການສຶກສາຄົ້ນຄວ້າຂັ້ນຕໍ່ໄປນີ້ ດໍາເນີນຂຶ້ນລະຫວ່າງຕົ້ນເດືອນຕຸລາ 2026 ຜ່ານມາຢູ່ເມືອງຄູນ ແຂວງຊຽງຂວາງ ແລະ ຈະສືບຕໍ່ຕະຫຼອດສົກຮຽນ 2026–2027 ໃນໂຮງຮຽນປະຖົມຈຳນວນໜຶ່ງ ເປົ້າ    ໝາຍສຳຄັນແມ່ນການທົດສອບວ່າ ຊຸດອຸປະກອນຊ່ວຍເຫຼືອຄູທີ່ ສສກ ຮ່ວມກັບແຜນງານບີຄວາພັດທະນາຂຶ້ນນັ້ນ ສາມາດນຳໄປໃຊ້ໄດ້ດີພຽງໃດໃນສະພາບການສອນຕົວຈິງ ມີປະໂຫຍດຕໍ່ຄູຫຼາຍນ້ອຍປານໃດ ແລະ ຄວນປັບປຸງຈຸດໃດເພື່ອໃຫ້ການນຳໃຊ້ເກີດຜົນດີຂຶ້ນ ໃນຫ້ອງຮຽນ ນັກຮຽນແຕ່ລະຄົນມີຄວາມສາມາດ ແລະ ຄວາມຕ້ອງການແຕກຕ່າງກັນ ນັກຮຽນບາງຄົນອາດມີຄວາມຫຍຸ້ງຍາກໃນການເບິ່ງເຫັນ ການໄດ້ຍິນ ການສື່ສານ ການເຄື່ອນໄຫວ ຫຼື ການຮຽນຮູ້ ສິ່ງເຫຼົ່ານີ້ອາດເປັນອຸປະສັກຕໍ່ການເຂົ້າຮ່ວມບົດຮຽນ ແລະ ກິດຈະກຳຕ່າງໆໃນຫ້ອງຮຽນ.

    ການຊ່ວຍເຫຼືອນັກຮຽນແຕ່ລະຄົນຈຶ່ງບໍ່ສາມາດໃຊ້ວິທີດຽວກັນໄດ້ທັງໝົດ ຄູຈໍາເປັນຕ້ອງຮູ້ວ່າ ນັກຮຽນກຳລັງປະເຊີນກັບຄວາມຫຍຸ້ງຍາກດ້ານໃດ ແລະ ຕ້ອງການການຊ່ວຍເຫຼືອແບບໃດ ຈຶ່ງຈະສາມາດປັບວິທີສອນ ແລະ ກິດຈະກຳໃນຫ້ອງຮຽນໃຫ້ເໝາະສົມ ຫາກບໍ່ສາມາດລະບຸຄວາມຕ້ອງການເຫຼົ່ານີ້ໄດ້ຢ່າງຖືກຕ້ອງ ນັກຮຽນກໍອາດພາດໂອກາດໃນການຮຽນຮູ້ ແລະ ການມີສ່ວນຮ່ວມຢ່າງເຕັມທີ່ ເພື່ອຕອບໂຈດນີ້ ຊຸດອຸປະກອນຊ່ວຍເຫຼືອຄູໂມດູນທີ 14 (TSP 14) ໄດ້ຖືກນຳມາໃຊ້ຮ່ວມກັບແບບຟອມປະເມີນຄວາມຫຍຸ້ງຍາກໃນການຮຽນສຳລັບຄູ (CFM-TV) ແລະ ວິດີໂອພັດທະນາຄູທີ 29 (TDV 29) ເອກະສານ ແລະ ສື່ການຮຽນຮູ້ເຫຼົ່ານີ້ໄດ້ຖືກສົ່ງໃຫ້ໂຮງຮຽນ ພ້ອມທັງຄັດເລືອກຄູສອນ ແລະ ຜູ້ອຳນວຍການໂຮງຮຽນເຂົ້າຮ່ວມການສຶກສາໃນເດືອນກັນຍາ 2026 ເຊິ່ງເປັນຂັ້ນຕອນທຳອິດຂອງຂະບວນການຄົ້ນຄວ້າ.

   ເຄື່ອງມືແຕ່ລະຢ່າງມີບົດບາດສະເພາະໃນການຊ່ວຍຄູເຂົ້າໃຈນັກຮຽນ ແບບຟອມ CFM-TV ຊ່ວຍແນະນຳຄູໃຫ້ສັງເກດລັກສະນະຄວາມຫຍຸ້ງຍາກໃນດ້ານຕ່າງໆທີ່ນັກຮຽນອາດປະສົບ ສ່ວນວິດີໂອ TDV 29 ນຳສະເໜີຕົວຢ່າງພຶດຕິກຳທີ່ພົບເຫັນໄດ້ໃນຫ້ອງຮຽນ ເຊິ່ງອາດສະທ້ອນໃຫ້ເຫັນວ່າ ເດັກຕ້ອງການການຊ່ວຍເຫຼືອເພີ່ມເຕີມ ພ້ອມອະທິບາຍວິທີນຳໃຊ້ແບບຟອມ CFM-TV ເມື່ອຄູເຂົ້າໃຈຄວາມຕ້ອງການຂອງນັກຮຽນແລ້ວ ແນວທາງໃນ TSP 14 ຈະຊ່ວຍໃຫ້ຄູວາງແຜນການຊ່ວຍເຫຼືອໃຫ້ເໝາະກັບນັກຮຽນແຕ່ລະຄົນ ພ້ອມດັດປັບກິດຈະກຳການສອນໃຫ້ສອດຄ່ອງກັບຄວາມສາມາດ ແລະ ຄວາມຈຳເປັນຂອງເດັກ

ໃນການລົງພື້ນທີ່ເກັບຂໍ້ມູນເດືອນຕຸລາ 2026 ທີ່ຜ່ານມານີ້ ທີມງານຄົ້ນຄວ້າໄດ້ເຮັດວຽກຮ່ວມກັບໂຮງຮຽນ ແລະ ຄູທີ່ເຂົ້າຮ່ວມ ເພື່ອຄັດເລືອກນັກຮຽນສຳລັບການສຶກສາ ຄູໄດ້ແບ່ງປັນປະສົບການໃນການລະບຸນັກຮຽນທີ່ມີຄວາມພິການໂດຍນຳໃຊ້ CFM-TV ແລະ ປະຕິບັດຕາມແນວທາງຂອງ TSP 14 ແລະ TDV 29 ພ້ອມກັນນັ້ນ ຄູຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຈຸດທີ່ເຂົ້າໃຈງ່າຍ ອຸປະສັກໃນການນຳໃຊ້ ແລະ ການຊ່ວຍເຫຼືອເພີ່ມເຕີມທີ່ຕົນເອງອາດຈຳເປັນຕ້ອງມີເພື່ອນຳເອົາແນວທາງເຫຼົ່ານີ້ໄປໃຊ້ໃນການສອນປະຈຳວັນໄດ້ຢ່າງມີປະສິດທິຜົນ.

    ທ່ານ ຄໍາ ສຸລິວັນ ຄູສອນຊັ້ນ ປ5 ຜູ້ເຂົ້າຮ່ວມການຄົ້ນຄວ້າ ໄດ້ແບ່ງປັນປະສົບການວ່າ: ການສອນນັກຮຽນທີ່ມີຄວາມພິການອາດຈະເປັນເລື່ອງທີ່ທ້າທາຍ ໂດຍສະເພາະ ເມື່ອເຂົາເຈົ້າມີຄວາມຫຍຸ້ງຍາກໃນການເວົ້າ ແລະ ການຈື່ຈຳ ໂດຍປະຕິບັດຕາມຄຳແນະນຳໃນຊຸດອຸປະກອນຊ່ວຍເຫຼືອຄູໂມດູນທີ 14 ຂ້າພະ ເຈົ້າໄດ້ນຳໃຊ້ບັດຄຳສັບ ເພື່ອຊ່ວຍໃຫ້ເຂົາເຈົ້າອ່ານ ແລະ ຈື່ຈຳໄດ້ດີຂຶ້ນ ນອກຈາກນີ້ ຍັງໄດ້ຊຸກຍູ້ໃຫ້ເພື່ອນຮ່ວມຫ້ອງຊ່ວຍຕື່ມ ແລະ ແນະນຳຜູ້ປົກຄອງໃຫ້ການສະໜັບສະໜູນການຮຽນຮູ້ຂອງເຂົາເຈົ້າຢູ່ເຮືອນອີກດ້ວຍ ຜົນກໍຄື ນັກຮຽນມີຄວາມມ່ວນຊື່ນກັບກິດຈະກຳການຮຽນຕ່າງໆຫຼາຍຂຶ້ນ ມີສ່ວນຮ່ວມຢ່າງຫ້າວຫັນ ແລະ ມີແຮງຈູງໃຈໃນການມາໂຮງຮຽນຫຼາຍຂຶ້ນ.

    ປະສົບການນີ້ສະທ້ອນໃຫ້ເຫັນວ່າ ການປັບວິທີສອນພຽງບາງຢ່າງ ເຊັ່ນ ການນໍາໃຊ້ບັດຄໍາສັບ ການສົ່ງເສີມໃຫ້ໝູ່ເພື່ອນຊ່ວຍເຫຼືອກັນ ແລະ ການປະສານກັບຄອບຄົວ ກໍສາມາດຊ່ວຍເພີ່ມໂອກາດໃນການຮຽນຮູ້ໃຫ້ແກ່ນັກຮຽນໄດ້ ນີ້ຍັງເປັນຕົວຢ່າງວ່າ ການສຶກສາຮຽນຮ່ວມສາມາດເລີ່ມຕົ້ນຈາກການປັບປ່ຽນໃນຫ້ອງຮຽນ ແລະ ການຮ່ວມມືຂອງຄູ ໝູ່ເພື່ອນ ແລະ ຜູ້ປົກຄອງ ສຳລັບນັກຮຽນ ແລະ ຄອບຄົວ ການຄົ້ນຄວ້ານີ້ຄາດວ່າຈະຊ່ວຍໃຫ້ໂຮງຮຽນເຂົ້າໃຈຄວາມຕ້ອງການດ້ານການຮຽນຮູ້ຂອງນັກຮຽນແຕ່ລະຄົນ ໄດ້ຊັດເຈນຂຶ້ນ ສ່ວນຄູຈະໄດ້ມີໂອກາດທົບທວນປະສົບການ ແລກປ່ຽນບັນຫາທີ່ພົບໃນການນຳໃຊ້ເຄື່ອງມື ແລະ ສະ  ເໜີຄວາມຕ້ອງການດ້ານຄຳແນະນຳ ຫຼື ການສະໜັບສະໜູນເພີ່ມເຕີມ ຂໍ້ມູນຕອບກັບຈາກຄູ ແລະ ໂຮງຮຽນຈະເປັນພື້ນຖານສຳຄັນໃຫ້ ສສກ ແລະ ແຜນງານບີຄວາ ປະເມີນວ່າ ຊຸດອຸປະກອນເຫຼົ່ານີ້ສາມາດຊ່ວຍຄູໃນການສອນປະຈຳວັນໄດ້ດີປານໃດ ແລະ ຄວນປັບປຸງສ່ວນໃດເພື່ອໃຫ້ຕອບໂຈດການສຶກສາຮຽນຮ່ວມໄດ້ດີຂຶ້ນ.

    ທ່ານ ປອ ລໍາພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກີລາ ກ່າວວ່າ: ກະຊວງສຶກສາທິການ ແລະ ກີລາ ມີຄວາມມຸ່ງໝັ້ນທີ່ຈະນຳໃຊ້ຂໍ້ມູນຫຼັກຖານ ແລະ ການຮຽນຮູ້ຮ່ວມກັນ ເພື່ອປັບປຸງວຽກງານການສຶກສາຮຽນຮ່ວມ ຜ່ານການຮຽນຮູ້ໂດຍກົງຈາກໂຮງຮຽນ ຄູ ແລະ ຊຸມຊົນ ການຄົ້ນຄວ້ານີ້ຈະຊ່ວຍໃຫ້ພວກເຮົາເຂົ້າໃຈເຖິງສິ່ງທີ່ໄດ້ຜົນດີໃນພາກປະຕິບັດຕົວຈິງ ແລະ ເຂົ້າໃຈວ່ານະໂຍບາຍດ້ານການສຶກສາຈະສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງນັກຮຽນທີ່ມີຄວາມພິການໄດ້ດີຄືແນວໃດ ຂໍ້ມູນຫຼັກຖານທີ່ໄດ້ຮັບນີ້ຈະປະກອບສ່ວນເຂົ້າໃນການສະໜັບສະໜູນຄູໃຫ້ເຂັ້ມແຂງຂຶ້ນ ແລະ ຊ່ວຍເປັນຂໍ້ມູນພື້ນຖານໃນການວາງແຜນວຽກງານການສຶກສາຮຽນຮ່ວມໃນ ສປປ ລາວ ໃນອະນາຄົດ.

    ຂະນະດຽວກັນ ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົດສະຕຣາລີປະຈຳ ສປປ ລາວ ກ່າວວ່າ:

ລັດຖະບານອົດສະຕຣາລີມີຄວາມຍິນດີທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກີລາ ໃນການຄົ້ນຄວ້າທີ່ມີລັກສະນະປະຕິບັດຕົວຈິງ ແລະ ນຳພາໂດຍທ້ອງຖິ່ນ ປະສົບການຂອງຄູ ແລະ ໂຮງຮຽນແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ການພັດທະນາການສະໜັບສະໜູນດ້ານການສຶກສາ ທີ່ສາມາດນຳໄປປະຕິບັດໄດ້ຈິງ ດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຮຽນຮ່ວມ ພວກເຮົາສາມາດຊ່ວຍໃຫ້ນັກຮຽນທີ່ມີຄວາມພິການສາມາດເຂົ້າຮ່ວມກິດຈະກຳ ຮຽນຮູ້ ແລະ ພັດທະນາທັກສະທີ່ຈຳເປັນໄດ້ຫຼາຍຂຶ້ນ ເພື່ອປະກອບສ່ວນໃນຊຸມຊົນ ແລະ ກາຍເປັນກຳລັງແຮງງານໃນອະນາຄົດ ນີ້ຄືເຫດຜົນທີ່ການສຶກສາຮຽນຮ່ວມມີຄວາມສຳຄັນ ທັງສຳລັບນັກຮຽນໃນປັດຈຸບັນ ແລະ ອະນາຄົດຂອງ ສປປ ລາວ ຄໍາກ່າວຂອງຜູ້ຕາງໜ້າທັງສອງຝ່າຍສະທ້ອນໃຫ້ເຫັນວ່າ ການສ້າງລະບົບການສຶກສາທີ່ຄອບຄຸມນັກຮຽນທຸກຄົນ ບໍ່ແມ່ນພຽງການຊ່ວຍເຫຼືອເດັກໃນຫ້ອງຮຽນເທົ່ານັ້ນ ແຕ່ຍັງເປັນການວາງຮາກຖານໃຫ້ເດັກໄດ້ພັດທະນາທັກສະ ເພີ່ມໂອກາດໃນອະນາຄົດ ແລະ ມີສ່ວນຮ່ວມໃນສັງຄົມຢ່າງເຕັມສ່ວນ.     ການລົງພື້ນທີ່ໃນເດືອນຕຸລາ 2026 ຜ່ານມານີ້ ເປັນພຽງຂັ້ນຕອນໜຶ່ງຂອງຂະບວນການຄົ້ນຄວ້າທີ່ຕໍ່ເນື່ອງ ເຊິ່ງລວມມີການເກັບກຳຂໍ້ມູນ ການທົບທວນບົດຮຽນ ແລະ ການຮຽນຮູ້ຈາກການປະຕິບັດຕົວຈິງ ໃນສົກຮຽນຕໍ່ໄປ ຈະມີການລົງພື້ນທີ່ເພີ່ມເຕີມ ເພື່ອເກັບກຳຂໍ້ມູນ ທົບທວນເອກະສານ ແລະ ກຳນົດຈຸດທີ່ຄວນປັບປຸງ ຫຼື ການສະໜັບສະໜູນທີ່ຈຳເປັນສຳລັບຄູ ວິທະຍາໄລຄູ ແລະ ພາກສ່ວນຄຸ້ມຄອງການສຶກສາ ຫົວໃຈຂອງການສຶກສາຮຽນຮ່ວມ ບໍ່ແມ່ນການເຮັດໃຫ້ນັກຮຽນທຸກຄົນຮຽນຮູ້ດ້ວຍວິທີດຽວກັນ ແຕ່ແມ່ນການສ້າງໂອກາດໃຫ້ເດັກແຕ່ລະຄົນສາມາດຮຽນຮູ້ໄດ້ຕາມຄວາມສາມາດ ແລະ ໄດ້ຮັບການຊ່ວຍເຫຼືອທີ່ເໝາະສົມ ການຮ່ວມມືລະຫວ່າງຄູ ໂຮງຮຽນ ຄອບຄົວ ພາກລັດ ແລະ ຄູ່ຮ່ວມພັດທະນາ ຈຶ່ງເປັນກຳລັງສຳຄັນໃນການຜັກດັນໃຫ້ຫ້ອງຮຽນລາວກ້າວໄປສູ່ການສຶກສາທີ່ບໍ່ປະຖິ້ມນັກຮຽນຄົນໃດໄວ້ຂ້າງຫຼັງ.

ພາບ,ຂ່າວ: ແຜນງານບີຄວາ

error: Content is protected !!