ຫາລືຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືແລວທາງເສດຖະກິດ ລາວ-ຈີນ ແຕ່ປີ 2026-2030

ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືແລວທາງເສດຖະກິດ ລາວ-ຈີນ ແຕ່ປີ 2026-2030 ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຢູ່ຫ້ອງວ່າການສໍານັກງານ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ ແລະ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈໍາການ ຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຈີນ ພ້ອມດ້ວຍຄະນະກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຫົວຂໍ້ທີ່ນໍາມາປຶກສາຫາລືຄັ້ງນີ້ ປະກອບມີ:ແຜນພັດທະນາຂອງ ນວ ໃນໄລຍະຜ່ານມາ ແລະ ແຜນ ການແຕ່ປີ 2026-2030 ແຜນພັດທະນາບັນດາອຸດສາຫະກໍາຕ່າງໆ ເຊັ່ນ:ພະລັງງານສະອາດ ກະສິກໍາທັນສະໄໝ ທຸລະກິດການບໍລິການ ການທ່ອງທ່ຽວວັດທະນະທໍາ ໃນ ນວ ແລະ ແຜນພັດທະນາ ເຂດພັດທະນາກວມລວມໄຊເຊດຖາ ຢູ່ ນວ ແລະ ເຂດອຸດສາຫະກໍາ ແລະ ກະສິກໍາອື່ນໆ.

ໂອກາດນນີ້ ທ່ານ ນາງ ວິໄລວອນ ຈັນທະລາຕີ ໄດ້ລາຍງານສະພາບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ນວ ທີ່ພົ້ນເດັ່ນໃນໄລຍະຜ່ານມາ ໂດຍສະເພາະ ໃນໄລຍະຜ່ານມາເສດຖະກິດ ຂອງ ນວ ແມ່ນສືບຕໍ່ຂະຫຍາຍຕົວ ທົ່ວສັງຄົມມີຄວາມສະຫງົບໂດຍພື້ນຖານ ຊີ ວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ຕິດພັນກັບການສືບຕໍ່ຈັດຕັ້ງປະຕິບັດແຜນຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ພາກທຸລະກິດ ການຄ້າ-ການຂາຍ ການບໍລິການ ແລະ ການ ທ່ອງທ່ຽວ ໄດ້ເກີດຂຶ້ນຢ່າງເປັນຂະບວນຟົດຟື້ນ ອີງໃສ່ຂໍ້ມູນ 9 ເດືອນຕົ້ນປີ 2026 ເສດຖະກິດຂອງ ນວ ຂະຫຍາຍຕົວໃນລະດັບ 6,2% (ແຜນ ການປີ ໃຫ້ບັນລຸ 8%) ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 94.717,99 ຕື້ກີບ (ແຜນການປີ ໃຫ້ບັນລຸ 100.427 ຕື້ກີບ) GDP ສະເລ່ຍຕໍ່ຫົວຄົນ 78,85 ລ້ານກີບ (ແຜນການປີ ໃຫ້ໄດ້ 94,10 ລ້ານກີບ) ໃນນີ້ ຂະແໜງກະສິກຳ ຂະຫຍາຍຕົວ ໃນລະດັບ 4% ກວມເອົາ 13,2% ຂະແໜງອຸດສາຫະກຳ-ການຄ້າ ຂະຫຍາຍຕົວ ໃນລະດັບ 7% ກວມເອົາ 48% ຂະແໜງການບໍລິການ ຂະຫຍາຍຕົວ ໃນລະດັບ 6% ກວມເອົາ 38,8% ດ້ານລາຍຮັບ ກໍສາມາດປະຕິບັດໄດ້ລື່ນແຜນການທີ່ວາງໄວ້.

ສໍາລັບສະພາບລວມການຮ່ວມມື ລາວ-ຈີນ ຂອງ ນວ ແມ່ນມີບົດບາດສໍາຄັນໃນການຮ່ວມມື ລາວ-ຈີນ ເນື່ອງຈາກເປັນສູນກາງດ້ານການເມືອງ ເສດຖະກິດ ການຄ້າ ການບໍລິການ ແລະ ການທ່ອງທ່ຽວ ແລະ ການຮ່ວມມືກັບ ສປ ຈີນ ມີການລົງທຶນ ຢູ່ໃນ ນວ ແຕ່ປີ 2007 ຫາ 2025 ມີຈຳນວນ 2.580 ຫົວໜ່ວຍ ມີມູນຄ່າທັງໝົດ 21.044 ລ້ານໂດລາສະຫະລັດ ລົງທຶນໃນ 7 ຂະແໜງການຫຼັກ ຄື: ອຸດສາຫະກຳ ການຜະລິດ ການຄ້າ ການທ່ອງທ່ຽວ ຈຳນວນ 302 ຫົວໜ່ວຍ ມູນຄ່າ 10.960 ລ້ານໂດລາ  ການຄ້າ ແລະ ບໍລິການ ຈໍານວນ 2.105 ຫົວໜ່ວຍ ມູນຄ່າ 8.683 ລ້ານໂດລາ ກະສິກຳປູກຝັງລ້ຽງສັດ ຈຳນວນ 119 ຫົວໜ່ວຍ ມູນຄ່າ 1.324 ລ້ານໂດລາ ບໍລິການອື່ນໆ ຈຳນວນ 20 ຫົວໜ່ວຍ ມູນຄ່າ 31 ລ້ານໂດລາ ການບັນເທິງ ຈຳນວນ 5 ຫົວໜ່ວຍ ມູນຄ່າ 20 ລ້ານໂດລາ ການສຶກສາ ຈຳນວນ 14 ຫົວໜ່ວຍ ມູນຄ່າ 11 ລ້ານໂດລາ ສາທາລະນະສຸກ ແລະ ສັງຄົມ ຈຳນວນ 13 ຫົວໜ່ວຍ ມູນຄ່າ 15 ລ້ານໂດລາ.

ສະຫຼຸບລວມແລ້ວ ການຮ່ວມມື ລາວ-ຈີນ ຂອງ ນວ ມີຫຼາຍມິຕິ ໂດຍມີການຄ້າ-ການລົງທຶນ ໂຄງລ່າງ-ການຂົນສົ່ງ ທ່ອງທ່ຽວ ການສຶກສາ ວັດທະນະທຳ ແລະ ສາທາລະນະສຸກ ເປັນຂົງເຂດຫຼັກ ລົດໄຟລາວ-ຈີນ ໄດ້ເພີ່ມຄວາມເຊື່ອມໂຍງຂອງວຽງຈັນ ກັບ ຈີນ ແລະ ຕະຫຼາດພາກພື້ນ ຂະນະທີ່ສາຍສຳພັນນະຄອນຄູ່ມິດ ຊ່ວຍໃຫ້ການຮ່ວມມືລົງເຖິງລະດັບທ້ອງຖິ່ນ ຂົງເຂດຮ່ວມມືຕົ້ນຕໍ ແລະ ຂົງ ເຂດຮ່ວມມືທີ່ສຳຄັນ ຢູ່ ນວ ແມ່ນເຂດພັດທະນາກວມລວມໄຊເຊດຖາ.

error: Content is protected !!