ຢຶດຖືອາຊີບກະສິກຳເປັນສິນຄ້າ ສ້າງລາຍຮັບໄດ້ 70 ລ້ານກີບຕໍ່ປີ

ທ່ານ ວຽງ​ຄຳ ຫຼວງ​ລາດ ຊາວ­ນາ​ບ້ານ​ທົ່ງ​ມັ່ງ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຄອບ­ຄົວ​ຕົນ​ໄດ້​ຢຶດ​ຖື​ອາ­ຊີບ​ກະ­ສິ­ກຳ​ເປັນ­ຕົ້ນ​ຕໍ ໂດຍ​ມີ​ເນື້ອ­ທີ່ 6 ເຮັກ­ຕາ ໂດຍ​ໄດ້​ນຳ​ໃຊ້​ດິນ​ສ່ວນ​ໜຶ່ງ​ປູກ​ເຂົ້າ ແລະ ລ້ຽງ­ສັດ ສາ­ມາດ​ສ້າງ​ລາຍ​ຮັບ 25 ລ້ານ​ກີບ​ຕໍ່​ປີ ແຕ່​ທຽບ­ໃສ່​ລາຍ​ຈ່າຍ​ແມ່ນ​ບໍ່​ພຽງ­ພໍ ຍ້ອນ​ມີ​ແນວ­ທາງ​ປ່ຽນ­ແປງ​ໃໝ່​ດ້ານ​ເສດ­ຖະ­ກິດ ຕາມ​ທິດ​ກຸ້ມ​ຕົນ​ເອງ ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ ບວກ​ໃສ່​ການ​ປຸກ­ລະ­ດົມ​ຊຸກ­ຍູ້​ຂອງ​ພາກ​ລັດ ໂດຍ​ສະ­ເພາະ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ ກໍ​ຄື​ຄະ­ນະ​ພັກ​ແຕ່​ລະ​ຂັ້ນ ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ​ເມືອງ ໃນ​ການ​ຫັນ​ເອົາ​ເນື້ອ​ໃນ​ຂໍ້​ແຂ່ງ­ຂັນ 4 ບຸກ​ຂອງ​ຊາວ​ໜຸ່ມ ໂດຍ​ສະ­ເພາະ​ບຸກ​ດ້ານ​ວິ­ຊາ​ຊີບ ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ຍ້ອນ​ມີ​ຄວາມ​ຕື່ນ​ຕົວ​ສະ­ໝັກ​ໃຈ​ຢາກ​ສ້າງ​ຄອບ­ຄົວ​ໃຫ້​ເປັນ​ແບບ­ຢ່າງ​ທີ່​ດີ​ແກ່​ຄອບ­ຄົວ​ອື່ນ.

ປີ 2014 ມີ​ໂຄງ­ການ​ກະ­ສິ­ກຳ​ອິນ​ຊີ ລົງ​ມາ​ຊຸກ­ຍູ້-ສົ່ງ­ເສີມ​ການ​ປູກ​ພືດ-ຜັກ​ອິນ​ຊີ​ເປັນ​ສິນ­ຄ້າ ຕົນ​ກໍ​ໄດ້​ປຶກ­ສາ​ກັບ​ຄອບ­ຄົວ​ແລ້ວ​ຕັດ­ສິນ​ໃຈ​ເຂົ້າ​ຮ່ວມ​ກຸ່ມ ເນື່ອງ​ຈາກ​ຕົນ​ມັກ-ຮັກ​ໃນ​ອາ­ຊີບ​ກະ­ສິ­ກຳ​ຢູ່​ແລ້ວ ແລະ ໄດ້​ຮິບ​ໂຮມ​ທຶນ­ຮອນ​ຈຳ­ນວນ​ໜຶ່ງ ບວກ​ກັບ​ການ​ຊ່ວຍ­ເຫຼືອ​ຂອງ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ ເພື່ອ​ສ້າງ​ເຮືອນ​ຮົ່ມ​ຂຶ້ນ 2 ຫຼັງ ຢູ່​ພື້ນ​ທີ່​ດິນ​ເຊົ່າ​ຂອງ​ຄົນ​ອື່ນ ປີ​ທຳ​ອິດ​ພືດ-ຜັກ​ບໍ່​ທັນ​ໄດ້​ຮັບ​ຜົນ​ດີ​ເທົ່າ​ທີ່​ຄວນ ແຕ່​ຕົນ​ກໍ​ບໍ່​ທໍ້­ຖອຍ ພ້ອມ​ທັງ​ໄດ້​ຮັບ​ການ​ເອົາ­ໃຈ­ໃສ່​ຈາກ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ຊຸກ­ຍູ້​ຊ່ວຍ­ເຫຼືອ​ເຂົ້າ​ຮ່ວມ​ເຝິກ­ອົບ­ຮົມ ມາ​ຮອດ​ປີ 2017 ຜົນ​ຜະ­ລິດ​ພືດ-ຜັກ​ຄ່ອຍໆ​ດີ​ຂຶ້ນ ສາ­ມາດ​ຕອບ​ສະ­ໜອງ​ໃຫ້​ຜູ້​ບໍ­ລິ­ໂພກ​ດີ ເຮັດ​ໃຫ້​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ ສະ­ເລ່ຍ 4-5 ລ້ານ​ກີບ​ຕໍ່​ເດືອນ.

ຮອດ​ປີ 2018 ໄດ້​ຂະ­ຫຍາຍ​ເນື້ອ­ທີ່​ປູກ ແລະ ເຮັດ​ເຮືອນ​ຮົ່ມ​ຕື່ມ​ອີກ 4 ຫຼັງ ແລະ ປີ 2019 ໄດ້​ຂະ­ຫຍາຍ​ເພີ່ມ​ອີກ 3 ຫຼັງ ລວມ​ເປັນ 9 ຫຼັງ ພ້ອມ​ທັງ​ຂະ­ຫຍາຍ​ເນື້ອ­ທີ່​ປູກ​ໄມ້​ໃຫ້​ໝາກ 5 ເຮັກ­ຕາ ປັດ­ຈຸ­ບັນ​ສາ­ມາດ​ຂາຍ​ຜົນ​ຜະ­ລິດ​ບວກ​ໃສ່​ກັບ​ການ​ຂາຍ​ລ້ຽງ­ສັດ ຂາຍ​ເຂົ້າ ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້​ຄອບ­ຄົວ 70 ລ້ານ​ກີບ​ຕໍ່​ປີ ສະ­ເລ່ຍ​ແລ້ວ ລາຍ​ຮັບ​ຈາກ​ການ​ຂາຍ​ຜັກ​ກະ­ສິ­ກຳ​ອິນ​ຊີ​ກວມ​ເອົາ 85% ຂອງ​ລາຍ​ຮັບ​ທັງ​ໝົດ ຈິ່ງ​ເຮັດ​ໃຫ້​ຄອບ­ຄົວ​ສາ­ມາດ​ກຸ້ມ​ຢູ່​ກຸ້ມ​ກິນ ສ່ວນ​ແຜນ​ໃນ​ອະ­ນາ­ຄົດ ຈະ​ຂະ­ຫຍາຍ​ເຮືອນ​ຮົ່ມ​ໃຫ້​ໄດ້ 15 ຫຼັງ ຂະ­ຫຍາຍ​ເນື້ອ­ທີ່​ປູກ​ໄມ້​ໃຫ້​ໝາກ​ໃຫ້​ໄດ້ 2 ເຮັກ­ຕາ ຕື່ມ​ອີກ.

error: Content is protected !!