ລາວ ຄວ້າອັນດັບ 3 ບານບ້ວງລະດັບລີກ ຢູ່ປະເທດໄທ

ສະ­ໂມ­ສອນ​ບານ­ບ້ວງ​ລາວ ໃນ​ນາມ​ທີມ​ຫຼວງ​ພະ​ບາງ ຕົວ​ແທນ​ໜຶ່ງ​ດຽວ​ຈາກ​ປະ­ເທດ​ລາວ ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ບານ­ບ້ວງ​ລະ­ດັບ​ລີກ ຢູ່​ປະ­ເທດ​ໄທ ລາຍ­ການ Thailand Basketball Super League 2020 ໃນ​ນີ້​ທີມ​ບານ­ບ້ວງ​ຈາກ​ເມືອງ​ມໍ­ລະ­ດົກ​ໂລກ​ຫຼວງ​ພະ​ບາງ ສາ­ມາດ​ຄວ້າ​ອັນ​ດັບ 3 ມາ​ຄອງ 2 ປີ​ຕິດ­ຕໍ່​ກັນ ຫຼັງ​ເອົາ​ຊະ­ນະ​ທີມ ອະ​ດອຍທ໌​ຈາກ​ສິງ­ກະ­ໂປ 82-53 ຄະ­ແນນ ໄດ້​ຮັບ​ເງິນ​ລາ­ງວັນ 600.000 ບາດ ຫຼື ປະ­ມານ 171 ລ້ານ​ກີບ ຂະ­ນະ​ທີ່​ອັນ​ທີ 4 (ສິງ­ກະ­ໂປ) ໄດ້​ຮັບ​ເງິນ​ລາ­ງວັນ 500.000 ບາດ ສ່ວນ​ອັນ​ດັບ 1 ເປັນ​ຂອງ​ແຊັມ​ເກົ່າ​ທີມ ໄຮ​ເທັກ (Hi-Tech) ຈາກ​ໄທ ໄດ້​ຮັບ​ຂັນ​ແຊັມ ພ້ອມ​ເງິນ​ລາ­ງວັນ 1,2 ລ້ານ​ບາດ ອັນ​ດັບ 2 ທີມ Dunkin’ Raptors ຈາກ​ໄທ ໄດ້​ຮັບ​ເງິນ​ລາ­ງວັນ 700.000 ບາດ.

ການ​ແຂ່ງ­ຂັນ​ລາຍ­ການ​ນີ້ ມີ 10 ທີມ​ເຂົ້າ​ຮ່ວມ ຄື: ຈາກ​ໄທ 2 ທີມ ຟີ​ລິບ​ປິນ 2 ທີມ ສິງ­ກະ­ໂປ ມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ ຫວຽດ­ນາມ ບຣູ​ໄນ ແລະ ລາວ ປະ­ເທດ​ລະ 1 ທີມ ສຳ­ລັບ​ທີມ​ບານ­ບ້ວງ​ຫຼວງ​ພະ​ບາງ ເຂົ້າ​ຮ່ວມ​ແຂ່ງ­ຂັນ​ໂດຍ​ມີ​ນັກ­ກີ­ລາ​ທີ່​ເປັນ​ຄົນ​ແຂວງ​ຫຼວງ​ພະ​ບາງ ແລະ ຄົນ​ລາວ​ທີ່​ຖື​ສັນ­ຊາດ​ຕ່າງ­ປະ­ເທດ ບວກ​ກັບ​ນັກ­ກີ­ລາ​ຕ່າງ­ປະ­ເທດ​ຈຳ­ນວນ​ໜຶ່ງ ເຊິ່ງ​ການ​ຊີງ​ອັນ​ດັບ 3 ຄັ້ງ​ນີ້ ນັກ­ກີ­ລາ​ຕົວ​ຈິງ​ທີ່​ເປັນ​ຕ່າງ​ຊາດ​ທີມ​ຂອງ​ຫຼວງ​ພະ​ບາງ ບໍ່​ສາ­ມາດ​ເດີນ­ທາງ​ໄປ​ຮ່ວມ​ແຂ່ງ­ຂັນ​ໄດ້ ເນື່ອງ​ຈາກ​ປະ­ເທດ​ໄທ​ຍັງ​ບໍ່​ອະ­ນຸ­ຍາດ​ໃຫ້​ຄົນ​ຕ່າງ​ຊາດ​ເຂົ້າ​ປະ­ເທດ ເພາະ​ຍັງ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້​ທີມ​ຫຼວງ​ພະ​ບາງ ຈຳ­ເປັນ​ຕ້ອງ​ໄດ້​ເອົາ​ນັກ­ກີ­ລາ​ຢູ່​ພາຍ​ໃນ​ປະ­ເທດ​ໄທ ທີ່​ເຄີຍ​ຫຼີ້ນ​ໃຫ້​ທີມ​ຫຼວງ​ພະ​ບາງ​ໃນ​ລະ­ດູ​ການ​ຜ່ານ​ມາ​ແຂ່ງ­ຂັນ​ແທນ.

error: Content is protected !!