ເວລາປະມານ 10 ໂມງ 20 ນາທີ ຂອງວັນທີ 23 ກໍລະກົດ 2020 ນີ້ ໄດ້ເກີດມີອຸບັດເຫດລົດຈັກຕຳກັນອີກແລ້ວ ຢູ່ຈຸດເກີດເຫດໃກ້ກັບສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າ ນະຄອນຫຼວງວຽງຈັນ.

ຕາມໃຫ້ຄຳສຳພາດຂອງຜູ້ເຫັນເຫດການໃຫ້ຮູ້ວ່າ: ລົດຈັກສອງຄັນໄດ້ຂີ່ມາໃນທາງລວງດຽວກັນ ພໍມາຮອດຈຸດລ້ຽວ ລົດຈັກປ້າຍກຳແພງນະຄອນ ທກ 8448 ໄດ້ໃຕ້ໄຟສັນຍານເພື່ອລ້ຽວຊ້າຍເຂົ້າທາງຮ່ອມເຮືອນຂອງຕົນເອງ ແຕ່ມີລົດຈັກ ກຳແພງນະຄອນ ປ້າຍ ດມ 5102 ໄດ້ຂີ່ມາລວງດຽວກັນດ້ວຍຄວາມໄວ ແຊງເບື້ອງຊ້າຍ ແລ້ວຕຳເອົາເຂົາລົດຈັກປ້າຍ ທກ 8448 ແລ້ວໄປຕຳຂອບຟຸດບາດ ເຮັດໃຫ້ລົດຈັກຜູ້ກ່ຽວເປ່ເພໜັກສົມຄວນ ສ່ວນຄົນຂັບລົດທັງສອງແມ່ນໄດ້ຮັບບາດເຈັບ ແລະ ທີມງານກູ້ໄພໄດ້ນຳສົ່ງໂຮງໝໍ.

ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງໃຫ້ມີສະຕິຂຶ້ນຕື່ມ ຄ່ອຍໄປຄ່ອຍມາ ໃຫ້ກຽດເຊິ່ງກັນ ແລະ ກັນ ເພື່ອປ້ອງກັນຊີວິດ ແລະ ຊັບສິນຂອງຕົນເອງ.


# ຂ່າວ & ພາບ: ຂັນທະວີ