ສະໂມສອນວຽງຈັນເອັຟທີ ເປີດໂຕເປັນທາງການວັນທີ 16 ກໍລະກົດ 2020 ຢູ່ສະໜາມກີລາບານຫຍ້າທຽມເຕະວິທະຍາສັບພະວິຊາ ມີທ່ານ ຄຳສວນ ທອງມະນີວົງ ປະທານສະໂມສອນວຽງຈັນເອັຟທີ ທ່ານ ເພັດສະລັດ ສະຫວັນ ຮອງປະທານສະໂມສອນວຽງຈັນເອັຟທີ ທ່ານ ພອນເພັງ ຈັນທະວົງ ຜູ້ຈັດການທີມ ປະທານບໍລິສັດ ພອນທິບ ໂຮມເຊັນເຕີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳສວນ ທອງມະນີວົງ ກ່າວວ່າ: ວຽງຈັນເອັຟຊີ ສ້າງຕັ້ງຂຶ້ນວັນທີ 12 ພຶດສະພາ 2013 ພ້ອມທັງເປີດນຳໃຊ້ສະໜາມຫຍ້າທຽມສັບພະວິຊາ ໂດຍຄອບຄົວເຄນກິຕິສັກ ທີ່ໄດ້ເລີ່ມຈາກການສ້າງທີມອະນຸຊົນ ແລະ ເຍົາວະຊົນ ແຕ່ປີ 1990-1998 ໂດຍໃສ່ຊື່ສະໂມສອນເຍົາວະຊົນໂຍທາທິການ ແລະ ຂົນສົ່ງ ປີ 2004 ກ່ອນຈະປ່ຽນມາເປັນວຽງຈັນເອັຟຊີ ປີ 2013 ເຊິ່ງໄລຍະທີ່ຜ່ານມາ ສາມາດສ້າງນັກກີລາທີ່ມີຊື່ສຽງກ້າວສູ່ທີມຊາດລາວຫຼາຍຄົນ ເປັນຕົ້ນ ລຳເນົາ ສິງໂຕ ກັນລະຍາ ສີສົມຫວັງ ວັດທະນາ ແກ້ວດວງເດດ ປັດຈຸບັນ ວຽງຈັນເອັຟຊີ ມີນັກກີລາທຸກຮຸ່ນ ນັບຕັ້ງແຕ່ຮຸ່ນ 6 ປີຂຶ້ນໄປເຖິງຊຸດໃຫຍ່ກໍຄື: ຊຸດຮ່ວມເປບຊີລາວລີກ 1 ລະດູການ 2020 ຫຼັງເລື່ອນຊັ້ນຈາກ ລາວລີກ 2 ຂຶ້ນມາສູ່ລີກສູງສຸດຂອງລາວ ເປັນຄັ້ງປະຫວັດສາດຂອງສະໂມສອນໃນປີນີ້ ເປົ້າໝາຍສຳຄັນແມ່ນຢາກສ້າງນັກກີລາຮຸ່ນສືບທອດ ໃຫ້ວົງການບານເຕະລາວ.

ທ່ານ ສັນຕິພາບ ໂພຄະສົມບູນ ຫົວໜ້າຄູເຝິກສະໂມສອນວຽງຈັນເອັຟທີ ກ່າວວ່າ: ນັກເຕະຊຸດນີ້ ພວກເຮົາໃຊ້ນັກເຕະໜຸ່ມທີ່ມີປະສົບການໃນລາວລີກ 2 ລະດູການຜ່ານມາ ເປັນກຳລັງຫຼັກ ໃນນີ້ມີນັກເຕະຕ່າງປະເທດ 3 ຄົນ (2 ຄົນ ຍັງບໍ່ສາມາດເດີນທາງມາໄດ້ເທື່ອ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19) ແນ່ນອນເປົ້າໝາຍໃນປີນີ້ ພວກເຮົາກໍເຮັດໃຫ້ດີທີ່ສຸດເພື່ອບໍ່ໃຫ້ຕົກຊັ້ນ.
ນັດທຳອິດຂອງວຽງຈັນເອັຟຊີ ບຸກໄປຢາມສະໂມສອນວຽງຈັນເອັຟຊີ ທີມຈາກແຂວງວຽງຈັນ ວັນທີ 18 ກໍລະກົດ 2020 ຢູ່ສະໜາມກີລາແຫ່ງຊາດ (ຫຼັກ 16) ສະໜາມນອກ ສ່ວນຜົນການແຂ່ງຂັນຈະລາຍງານໃຫ້ຊາບພາຍຫຼັງ.