ແກ້ໄຂບັນຫາມົນລະພິດ ດ້ວຍວິທີງ່າຍໆ

ທີ່​ເກາະ​ໄຕ້​ຫວັນ: ຂ່າວ​ຕ່າງປະເທດ​ເມື່ອ 3 ປີຜ່ານມາ ບອກ​ວ່າ ວັດ​ຫຼາຍໆ​ແຫ່ງ​ໃນ​ເກາະ​ແຫ່ງ​ນີ້ ​ໄດ້​ອອກ​ມາດ​ຕະການ​ຈຳກັດ ເລື່ອງ​ການ​ຈູດ​ທູບ-ທຽນ​ບູຊາຮູບ​ປັ້ນ​ອິນທາ​ຟ້າ​ແຖນ ຫຼື ພະ​ພຸດ​ທະ​ຮູບ ຈຸດປະສົງ​ຂອງ​ມາດ​ຕະການ​ຈຳກັດ​ນີ້ ກໍ​ແມ່ນ​ເພື່ອ​ບໍ່​ໃຫ້​ເກີດ​ມີ​ຄວັນ​ປົກ​ຄຸມ​ຕາມ​ບໍລິເວນ​ວັດ​ຄື​ເມື່ອ​ກ່ອນ ຄວັນ​ຈາກ​ທູບ-ທຽນ​ນີ້ ເມື່ອ​ໂຮມ​ເຂົ້າກັນ​ຫຼາຍ​ຕໍ່​ຫຼາຍ ມັນ​ກໍ​ສາມາດ​ກາຍເປັນ​ມົນ​ລະ​ພິດ​ໃນ​ວົງ​ກວ້າງ​ໄດ້ ຂ່າວ​ບອກ​ໃຫ້​ຮູ້​ວ່າ ຊາວ​ເກາະ​ໄຕ້​ຫວັນ ທີ່​ເຂົ້າ​ໄປ​ວັດ​ໃນ​ປັດຈຸບັນ​ນັ້ນ ໄດ້​ພາກັນ​ປ່ຽນ​ພຶດຕິ​ກຳ ຄື: ບໍ່​ຈູດ​ທູບ-ທຽນ​ບູຊາ ຫຼື ຈູດ​ເງິນ​ເຈ້ຍ​ບູຊາ ເພື່ອ​ຂໍ​ພອນ​ອີກ​ແລ້ວ ສິ່ງ​ທີ່​ຄົນ​ເຫຼົ່າ​ນີ້​ກະທຳ ກໍ​ຄື ຍົກ​ມື​ໄຫວ້​ຂາບ​ລົງ ແລ້ວ​ສູດ​ມົນ​ຂໍ​ພອນ​ຕາມ​ທຳ​ມະ​ດາ ບົດຮຽນ​ນີ້​ໃຫ້​ຮູ້​ວ່າ ການ​ປະກອບສ່ວນ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ​ນັ້ນ ​ສາມາດ​ເລີ່ມ​ຈາກ​ສິ່ງ​ເລັກໆ​ນ້ອຍໆ ​ທີ່​ຕິດ​ພັນ​ກັບ​ພຶດຕິ​ກຳ​ປະຈຳ​ວັນ​ຂອງ​ຄົນ​ເຮົາ.

ທີ່​ອີ​ຕາ​ລີ ແລະ ຊູ​ແອດ: (ຫຼື ສະ​ວີ​ເດັນ) ມີ​ຂ່າວ​ທີ່​ຄ້າຍ​ຄຽງ​ກັນ​ຈາກ 2 ປະເທດ​ອອກ​ມາ​ເມື່ອ 5 ປີຜ່ານມາ ກ່ຽວ​ກັບ​ການ​ແກ້​ໄຂ​ມົນ​ລະ​ພິດ​ທາງ​ອາກາດ ດ້ວຍ​ການ​ຫັນ​ມາ​ໃຊ້​ລົດຖີບ​ແທນ​ລົດ​ໃຫຍ່​ສ່ວນ​ຕົວ ນັ້ນ​ກໍ​ຄື ຢູ່​ປະເທດ​ອີ​ຕາ​ລີ ແລະ ປະເທດ​ຊູ​ແອັດ ສອງ​ປະເທດ​ນີ້​ຕັ້ງ​ຢູ່​ທະວີບ​ເອີ​ຣົບ ສຳລັບ​ຢູ່​ອີ​ຕາ​ລີ ທາງ​ການ​ຂອງ​ມີ​ລານ ນະຄອນ​ທີ່​ເປັນ​ສູນ​ກາງ​ດ້ານ​ເສດຖະກິດ ໄດ້​ທົດ​ລອງ​ໃຊ້​ລົດຖີບ​ໂດຍສານ​ແທນ​ລົດ​ໃຫຍ່ ເປັນ​ເວລາ 3 ວັນ ຄື: ແຕ່​ວັນ​ຈັນ​ຮອດ​ວັນ​ພຸດ ໃນ​ອາທິດ​ທ້າຍ​ເດືອນ​ທັນວາ ປີ 2015 ໂດຍ​ເລີ່ມ​ແຕ່ 10 ໂມງ​ເຊົ້າ​ເຖິງ 4 ໂມງ​ຕອນ​ບ່າຍ ໃນ 3 ວັນ​ທີ່​ມີ​ການ​ທົດ​ລອງ​ນັ້ນ ທາງ​ການ​ຂອງ​ນະຄອນ​ມີ​ລານ ໄດ້​ສັ່ງ​ຫ້າມ​ລົດ​ໃຫຍ່​ສ່ວນ​ຕົວ​ອອກ​ແລ່ນ​ຕາມ​ຖະໜົນ​ເດັດຂາດ ຜົນ​ຈາກ​ການ​ທົດ​ລອງ​ໄດ້​ສ້າງ​ຄວາມ​ພໍ​ອົກ​ພໍໃຈ​ໃຫ້​ແກ່​ຊາວ​ນະຄອນ ຍ້ອນ​ວ່າ ມົນ​ລະ​ພິດ​ທາງ​ອາກາດ​ໄດ້​ຫຼຸດ​ລົງ​ທັນຕາ​ເຫັນ ທ່ານ ປິ​ເອ ຟຼານ​ເຊ​ສະ​ໂກ ອາ​ຣານ ອຳນວຍ​ການ​ຫ້ອງການ​ຂົນສົ່ງ​ຂອງ​ນະຄອນ​ມີ​ລານ ອອກ​ມາ​ມີ​ຄຳ​ເຫັນ​ກ່ຽວ​ກັບ​ຜົນ​ຂອງ​ການ​ທົດ​ລອງ​ໃຊ້​ລະບົບ​ໂດຍສານ​ທາງ​ເລືອກ ແທນ​ການ​ໃຊ້​ລົດ​ໃຫຍ່​ສ່ວນ​ຕົວ​ນີ້​ວ່າ: “ບັນຍາກາດ​ຂອງ​ນະຄອນ​ໃນ​ໄລຍະ​ໃຊ້​ລົດຖີບ ໃຊ້​ຕີນ​ຍ່າງ ແລະ ການ​ໃຊ້​ລົດ​ໂດຍສານ​ສາທາລະນະ​ນັ້ນ ສຸດ​ແສນ​ວິເສດ​ວິ​ໂສ​ເອົາ​ແທ້ໆ” ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ ມົນ​ລະ​ພິດ​ຢູ່​ນະຄອນ​ມີ​ລານ​ນັ້ນ ເຄິ່ງ​ໜຶ່ງ​ແມ່ນ​ມາ​ຈາກ​ຄວັນ​ລົດ​ໃຫຍ່ ສ່ວນ​ຢູ່​ປະເທດ​ຊູ​ແອັດ ຫຼື ສະ​ວີ​ເດັນ ນັ້ນ ການ​ໃຊ້​ລົດຖີບ​ໄດ້​ກາຍເປັນ​ລະບົບ​ໂດຍສານ​ທາງ​ເລືອກ​ແທນ​ລົດ​ໃຫຍ່​ມາ​ຫຼາຍ​ປີ​ແລ້ວ ແຕ່​ເພື່ອ​ຈູງ​ໃຈ​ໃຫ້​ພົນລະເມືອງ​ຫັນ​ມາ​ໃຊ້​ລົດຖີບ​ຫຼາຍ​ຂຶ້ນ ຈົນ​ເປັນ​ນິໄສ​ຫຼາຍ​ຂຶ້ນ ທາງ​ການ​ຂອງ​ປະເທດ​ນີ້​ ໄດ້​ມີ​ນະໂຍບາຍ​ແຈກ​ລົດຖີບ​ໃຫ້​ຄົນ​ເອົາ​ໄປ​ຂີ່​ເປັນ​ເວລາ 6 ເດືອນ ໂດຍ​ບໍ່​ເສຍ​ຄ່າ ແຕ່​ມີ​ຂໍ້​ກຳນົດ​ວ່າ ລົດຖີບ​ທີ່​ໄດ້​ໄປ​ນັ້ນ ​ຕ້ອງ​ນຳ​ໃຊ້​ຢ່າງ​ໜ້ອຍ 3 ຄັ້ງ​ຕໍ່​ອາທິດ ເປົ້າ​ໝາຍ​ຕົ້ນຕໍ​ຂອງ​ການ​ແຈກ​ລົດຖີບ​ໃຫ້​ຂີ່​ລ້າໆ​ນັ້ນ ກໍ​ແມ່ນ​ເພື່ອ​ປ່ຽນ​ພຶດຕິ​ກຳ​ຂອງ​ນັກຮຽນ ຊາວ​ໜຸ່ມ ຜູ້​ປົກຄອງ ຜູ້ໂດຍສານ ແລະ ອື່ນໆ ໃຫ້​ຫັນ​ມາ​ໃຊ້​ລົດຖີບ​ແບບ​ຖາວອນ ທາງ​ການ​ຂອງ​ຊູ​ແອັດ​ເຊື່ອ​ວ່າ ໄລຍະ 6 ເດືອນ​ນັ້ນ ພຽງພໍ​ທີ່​ຈະ​ປ່ຽນ​ນິໄສ​ໃຫ້​ຄົນ​ນິຍົມ​ໃຊ້​ລົດຖີບ ຂ່າວ​ບອກ​ວ່າ ພາຍຫຼັງ 6 ເດືອນ ຜູ້ນຳ​ໃຊ້​ລົດຖີບ​ສາມາດ​ໄດ້​ຮັບ​ສ່ວນ​ຫຼຸດ​ໃນ​ການ​ຊື້​ເອົາ​ລົດ​ຄັນ​ດັ່ງກ່າວ​ມາ​ໃຊ້​ແບບ​ຖາວອນ ຢູ່​ຊູ​ແອດ ຄົນ​ທີ່​ເລືອກ​ໃຊ້​ລົດຖີບ​ທຽວ​ການ ຫຼື ໄປ​ທຸລະ​ຕ່າງໆ​ນັ້ນ ມີ​ຫຼາຍ​ກວ່າ 50% ຂອງ​ຈຳນວນ​ພົນລະເມືອງ​ຂອງ​ປະເທດ.

error: Content is protected !!