ບິນຖ້ຽວທຳອິດສຳເລັດ “ເຮລິຄອບເຕີໄຮ້ຄົນຂັບ” ຈີນ ກຽມໃຊ້ງານຈິງ

ຈີນ ພາ​ໂລກ​ຕະ­ລຶງ​ອີກ​ຮອບ ກັບ​ການ​ພັດ­ທະ­ນາ​ຫຼ້າ​ສຸດ “ເຮລິ​ຄອບ​ເຕີ​ໄຮ້​ຄົນ​ຂັບ” ພ້ອມ​ກຽມ​ໃຊ້​ງານ​ຈິງ “ດັບ​ໄຟ​ປ່າ ຄົ້ນ​ຫາ ແລະ ກວດ­ກາ​ພື້ນ​ທີ່”.

ໂລກ​ເຄີຍ​ໄດ້​ເຫັນ​ວ່າ ມະ­ນຸດ​ສາ­ມາດ​ພັດ­ທະ­ນາ​ສັກ­ກະ​ຍະ​ພາບ​ຂອງ​ຕົວ​ເອງ​ໄດ້​ຫຼາຍ​ພຽງ​ໃດ ກັບ​ການ​ຜະ­ລິດ​ປະ­ດິດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຂຶ້ນ​ມາ ທີ່​ມີ​ປະ­ໂຫຍດ​ຕໍ່​ມະ­ນຸດ­ຊາດ​ດ້ວຍ​ກັນ​ເອງ ຕົວ­ຢ່າງ​ເຊັ່ນ​ລົດ​ໄຮ້​ຄົນ​ຂັບ ທີ່​ເຮົາ​ໄດ້​ເຫັນ​ການ​ພັດ­ທະ­ນາ​ຈົນ​ອອກ​ມາ​ແລ່ນ​ຢູ່​ເທິງ​ຖະ­ໜົນ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ພຽງ​ການ​ທົດ​ສອບ​ກໍ​ຕາມ ແຕ່​ກໍ​ບໍ່​ໜ້າ​ຍາກ​ທີ່​ຈະ​ເດົາ​ໄດ້​ວ່າ​ໂລກ​ການ​ເຄື່ອນ​ທີ່​ການ​ຄົມ­ມະ­ນາ­ຄົມ​ໃນ​ອະ­ນາ­ຄົດ ໜ້າ​ຕາ​ຂອງ​ມັນ​ຈະ​ເປັນ​ເຊັ່ນ​ໃດ.

ແຕ່​ຫາ​ກວ່າ​ລົດ​ໄຮ້​ຄົນ​ຂັບ​ເຮັດ​ໃຫ້​ທ່ານ​ຕື່ນ­ເຕັ້ນ​ໄດ້​ແລ້ວ ການ​ພັດ­ທະ­ນາ​ຈາກ​ເມືອງ​ຈີນ​ໃນ​ຄັ້ງ​ນີ້ ຈະ​ຍິ່ງ​ເຮັດ​ໃຫ້​ຫົວ­ໃຈ​ໄດ້​ຕື່ນ­ເຕັ້ນ​ຫຼາຍ​ກວ່າ​ເດີມ ເພາະ​ຫຼ້າ​ສຸດ ຜູ້​ພັດ­ທະ­ນາ​ເອ​ອາຣ໌ 500 ຊີ (AR 500C) ຫຼື “ເຮລິ​ຄອບ​ເຕີ​ໄຮ້​ຄົນ​ຂັບ” ສຳ­ລັບ​ໃຊ້​ງານ​ບໍ­ລິ­ເວນ​ທີ່​ຮາບ​ສູງ​ລຳ​ທຳ​ອິດ​ຂອງ​ຈີນ ໄດ້​ອອກ​ມາ​ລະ­ບຸ​ຜ່ານ​ສຳ­ນັກ​ຂ່າວ​ຊິນ​ຮວາ​ວ່າ AR500C ຫາ​ກໍ​ສຳ­ເລັດ ການ­ບິນ​ຮອບ​ປະ­ຖົມ​ມະ­ລຶກ​ໄປ​ເມື່ອ​ບໍ່​ນານ​ມາ​ນີ້ ໃນ​ມົນ­ທົນ​ຈຽງ​ຊີ ທາງ​ຕາ­ເວັນ​ອອກ​ຂອງ​ຈີນ ສະ​ຖາ​ບັນ​ວິ­ໄຈ​ເຮລິ​ຄອບ​ເຕີ​ໃນ​ເມືອງ​ຈິ່ງ​ເຕີ​ເຈິ້ນ ມົນ­ທົນ​ຈຽງ​ຊີ ສັງ­ກັດ​ບໍ­ລິ­ສັດ​ອຸດ­ສາ­ຫະ­ກຳ​ການ­ບິນ​ແຫ່ງ​ປະ­ເທດ​ຈີນ (AVIC) ຊຶ່ງ​ເປັນ​ຜູ້​ພັດ­ທະ­ນາ AR500C ລະ­ບຸ​ວ່າ AR500C ໄດ້​ດຳ­ເນີນ​ການ­ບິນ​ຄັ້ງ​ທຳ​ອິດ​ເມື່ອ​ວັນ​ທີ 20 ພຶດ­ສະ­ພາ​ທີ່​ຜ່ານ​ມາ ໂດຍ​ຂຶ້ນ​ບິນ​ເປັນ​ເວ­ລາ​ປະ­ມານ 20 ນາ­ທີ ບໍ່​ນັບ​ລວມ​ເວ­ລາ​ນຳ​ເຮືອ­ບິນ​ຂຶ້ນ-ລົງ.

AR500C ໄດ້​ຮັບ​ການ​ພັດ­ທະ­ນາ​ມາ​ຈາກ​ເຮລິ​ຄອບ​ເຕີ​ໄຮ້​ຄົນ​ຂັບ AR500B ໂດຍ AR500C ມີ​ນ້ຳ­ໜັກ​ແລ່ນ​ຂຶ້ນ​ສູງ​ສຸດ (MTOW) 500 ກິ​ໂລກ​ຣາມ ຄວາມ​ສູງ​ໃນ​ການ­ບິນ​ຂຶ້ນ 5.000 ແມັດ ແລະ ມີ​ເພ­ດານ​ບິນ​ປົກ­ກະ­ຕິ 6.700 ແມັດ ເຮລິ​ຄອບ​ເຕີ​ຮຸ່ນ​ນີ້​ສາ­ມາດ​ບິນ​ໄດ້ 5 ຊົ່ວ­ໂມງ​ຕໍ່​ການ​ສາກ 1 ຄັ້ງ ດ້ວຍ​ຄວາມ​ໄວ​ລະ­ດັບ​ສູງ​ສຸດ 170 ກິ­ໂລ­ແມັດ​ຕໍ່​ຊົ່ວ­ໂມງ ແລະ ເດີນ­ທາງ​ດ້ວຍ​ຄວາມ​ໄວ 165 ກິ­ໂລ­ແມັດ​ຕໍ່​ຊົ່ວ­ໂມງ.

ທັງ​ນີ້ AR500C ຈະ​ຖືກ​ນຳ­ໄປ​ໃຊ້​ໃນ​ການ​ລາດ­ຕະ­ເວນ ແລະ ການ​ຕິດ­ຕໍ່​ສື່­ສານ ໂດຍ​ສາ­ມາດ​ໃຊ້​ປະ­ໂຫຍດ​ໄດ້​ໃນ​ຫຼາຍ​ດ້ານ​ເຊັ່ນ ການ​ລົບ​ກວນ​ທາງ​ໄຟ­ຟ້າ ການ​ສະ­ໜັບ­ສະ­ໜູນ​ການ​ຄົ້ນ​ຫາ ການ​ຄວບ​ຄຸມ​ໄຟ ແລະ ຄວາມ​ປອດ​ໄພ ການ​ປ້ອງ​ກັນ​ໄຟ​ປ່າ ການ​ກວດ­ກາ​ທາງ​ທະ­ເລ ແລະ ການ​ຂົນ­ສົ່ງ​ອຸ­ປະ­ກອນ.

error: Content is protected !!