ສະຫາຍ ຄຳໝູນ ຕຽງທະລາດ ກຳມະການພັກນະຄອນຫຼວງວຽງຈັນ (ນວ) ເລຂາພັກເມືອງ ເຈົ້າເມືອງປາກງື່ມ ນຳພາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງປາກງື່ມ ໄປຢ້ຽມຢາມ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວທຳມະຊາດ ນ້ຳປ່ຽນຢໍລະປາ ຢູ່ບ້ານຊຽງແລທ່າ ວັນທີ 22 ກໍລະກົດ 2020 ເພື່ອຊຸກຍູ້-ສົ່ງເສີມການທ່ອງທ່ຽວພາຍໃນ ກໍຄືການທ່ອງທ່ຽວຂອງເມືອງປາກງື່ມໃຫ້ເປັນຂະບວນຟົດຟື້ນ.

ສະຫາຍ ຄຳໜູນ ຕຽງທະລາດ ໃຫ້ສຳພາດວ່າ: ເມືອງປາກງື່ມມີສະຖານທີ່ທ່ອງທ່ຽວທຳມະຊາດຫຼາຍແຫ່ງ ສະເພາະນ້ຳປ່ຽນຢໍລະປາ ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ແລະ ເປັນສາຂາໜຶ່ງຂອງສະຖານທີ່ທ່ອງທ່ຽວນ້ຳກັດຢໍລະປາ ແຂວງອຸດົມໄຊ ເຊິ່ງມີກິດຈະກຳທ່ອງທ່ຽວຄ້າຍຄືກັນ ເນື່ອງຈາກແມ່ນກຸ່ມບໍລິສັດຢໍລະປາເປັນຜູ້ສຳປະທານ ເຊິ່ງເໝາະສົມກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ບໍ່ມີເງື່ອນໄຂໄປທ່ຽວທີ່ແຂວງອຸດົມໄຊ ສາມາດມາທ່ຽວສະຖານທີ່ທ່ອງທ່ຽວແຫ່ງນີ້ໄດ້ ໂດຍມີທີ່ຕັ້ງຫ່າງຈາກສຳນັກງານປົກຄອງເມືອງປາກງື່ມ 10 ກວ່າກິໂລແມັດ ແລະ ມີເສັ້ນທາງໄປ-ມາສະດວກສະບາຍ.
ປັດຈຸບັນ ສະຖານທີ່ທ່ອງທ່ຽວນ້ຳປ່ຽນຢໍລະປາ ໄດ້ເປີດທົດລອງໃຫ້ບໍລິການແຕ່ວັນທີ 16 ກໍລະກົດເປັນຕົ້ນມາ ແລະ ໄດ້ສຸມໃສ່ພັດທະນາບາງຈຸດທີ່ຍັງບໍ່ທັນສຳເລັດ ຜ່ານການເປີດທົດລອງ ແມ່ນໄດ້ຮັບຄວາມສົນໃຈ ແລະ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ ໂດຍສະເພາະວັນເສົາ-ວັນທິດ ພາຍຫຼັງສະຖານທີ່ທ່ອງທ່ຽວດັ່ງກ່າວ ໄດ້ເປີດບໍລິການເປັນທາງການ ຄະນະພັກເມືອງຈະໄດ້ປຸກລະດົມປະຊາຊົນຜະລິດກະສິກຳ ທີ່ເປັນທ່າແຮງຂອງເຂົາເຈົ້າ ເພື່ອຕອບສະໜອງໃຫ້ນັກທ່ອງທ່ຽວ ແລະ ກຳມະກອນທີ່ເຮັດວຽກຢູ່ສະຖານທີ່ທ່ອງທ່ຽວດັ່ງກ່າວປະມານ 100 ກວ່າຄົນ ນອກນີ້ ຍັງຈະໄດ້ຊຸກຍູ້-ສົ່ງເສີມໃຫ້ສະຖານທີ່ທ່ອງທ່ຽວແຫ່ງນີ້ ເປັນສະຖານທີ່ທ່ອງທ່ຽວລະດັບອາຊຽນໃນໄວໆນີ້.