ວຽກງານປົກປັກຮັກສາສິ່ງແວດລ້ອມ ເປັນໜຶ່ງໃນວຽກງານປາຍແຫຼມ ທີ່ທາງບໍລິສັດເບຍລາວ ຈຳກັດ ໄດ້ໃຫ້ຄວາມສຳຄັນອັນດັບຕົ້ນໆຕະຫຼອດມາ ໂດຍນັບຕັ້ງແຕ່ປີ 2007-2020 ບໍລິສັດເບຍລາວ ຈຳກັດ ໄດ້ປະກອບສ່ວນທຶນຮອນເຂົ້າໃນວຽກງານການບົວລະບັດຮັກສາສວນສາທາລະນະ 3 ແຫ່ງໃນນະຄອນຫຼວງວຽງຈັນ ປະກອບມີ: ສວນອະນຸສອນເຈົ້າຟ້າງຸ່ມ ສວນວົງວຽນຈີ່ນາຍໂມ້ ແລະ ສວນວົງວຽນ 450 ປີ (ຖະໜົມໄກສອນ ພົມວິຫານ) ໄປແລ້ວຫຼາຍກວ່າ 3.4 ຕື້ກີບ.

ໃນຕອນເຊົ້າວັນທີ 18 ກໍລະກົດ 2020 ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ.ວຈ) ແລະ ບໍລິສັດ ສຸກປັນຍາ ກໍ່ສ້າງ ໄດ້ຮ່ວມກັນຈັດກິດຈະກຳອອກແຮງງານລວມທີ່ ສວນວົງວຽງຈີ່ນາຍໂມ້ ໂດຍມີຈຸດປະສົງເພື່ອປັບປຸງສວນວົງວຽນໂມງຈີ່ນາຍໂມ້ໃຫ້ມີຄວາມສວຍງາມ ສະອາດ ງາມຕາ ພ້ອມທັງປັບປຸງສ່ວນທີ່ມີການເປເພ່ ເສຍຫາຍຈຳນວນໜຶ່ງ. ກິດຈະກຳອອກແຮງງານລວມໃນເທື່ອນີ້ ແມ່ນເພື່ອຜັນຂະຫຍາຍ 6 ສ ຂອງນະຄອນຫຼວງວຽງຈັນໃຫ້ປາກົດຜົນເປັນຈິງເທື່ອລະກ້າວ ໂດຍສະເພາະແມ່ນ ສ ສີຂຽວ ແລະ ສ ສະອາດ.
ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ໄດ້ແຈ້ງໃຫ້ຊາບວ່າ ທາງບໍລິສັດເບຍລາວ ໄດ້ໃຫ້ການສະໜັບສະໜູນງົບປະມານໃນການບູລະນະຮັກສາສວນສາທາລະນະ 3 ແຫ່ງດັ່ງກ່າວ ກວມເອົາເນື້ອທີ່ທັງໝົດ 9.165 ຕາແມັດ ເຊິ່ງຜ່ານມາ ໄດ້ຮັບການສ້ອມແປງບູລະນະທັງໝົດ 3 ຄັ້ງ. ກິດຈະກຳຫຼັກໆໃນການບູລະນະສວນສາທາລະນະທັງສາມແຫ່ງປະກອບມີ ການສ້ອມແປງລະບົບໄຟຟ້າ ການປັບປຸງອ່າງນ້ຳພຸ ການທາສີ ການເຮັດກະຕ່າຂີ້ເຫຍື້ອໃສ່ສວນ ການປູກຕົ້ນໄມ້ປະດັບ ການທຳຄວາມສະອາດ ການຕັດຫຍ້າ ການຫົດນ້ຳຕົ້ນໄມ້ ແລະ ອື່ນໆ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ເນື່ອງຈາກງົບປະມານໃນການບົວລະບັດຮັກສາສວນສາທາລະນະໃນຕົວເມືອງຂອງພວກເຮົາມີຈຳນວນຈຳຈັດ ແລະ ຍັງມີອີກຫຼາຍສວນສາທາລະນະທີ່ຍັງຕ້ອງການງົບປະມານມາບູລະນະຮັກສາໃຫ້ສວຍງາມ ສະນັ້ນ ຈື່ງຢາກຮຽນເຊີນທຸກພາກສ່ວນ ເຂົ້າຮ່ວມອຸປະຖຳບົວລະບັດຮັກສາສວນສາທາລະນະ ເພື່ອຊ່ວຍກັນຮັກສາສິ່ງແວດລ້ອມຕົວເມືອງໃຫ້ມີຄວາມສະອາດ ຈົບງານ ຄືກັນກັບບໍລິສັດ ເບຍລາວ ຈຳກັດ ທີ່ເຫັນຄວາມສຳຄັນ ແລະ ໄດ້ເອົາໃຈໃສ່ປະກອບສ່ວນດ້ວຍດີຕະຫຼອດມາ.
# ຂອບໃຈຂໍ້ມູນຈາກວາລະສານທາເກັດ