ລົດຖີບ ຊີງຂັນປະທານ ສນຊ ສະຫຼອງ 70 ປີ ຄາດມີນັກກີລາເຂົ້າຮ່ວມເຖິງ 500 ຄົນ
ທ່ານ ກາບຊ້ອນ ສຸວັນນະຣາຊ໌ ເລຂາທິການສະຫະພັນລົດຖີບແຫ່ງຊາດລາວ ແຈ້ງໃຫ້ຊາບວ່າ: ສະຫະພັນລົດຖີບແຫ່ງຊາດລາວ ໄດ້ສົມທົບກັບສູນກາງແນວລາວສ້າງຊາດ (ສນຊ) ຈະໄດ້ຈັດການແຂ່ງຂັນກີລາລົດຖີບປະເພດເສືອໝອບ 3 ຮຸ່ນ ກໍຄື ຮຸ່ນໂອເພັນ ຮຸ່ນອາຍຸ 39 ປີລົງມາ…
ຝົນຕົກນ້ຳອັ່ງ ສັນຈອນໄປມາຕ້ອງລະວັງ
ຖ້າເວົ້າເຖິງນ້ຳອັ່ງໃນເຂດຕົວເມືອງນະຄອນຫຼວງວຽງຈັນແລ້ວ ກໍຖືໄດ້ວ່າເປັນບັນຫາໃຫຍ່ສຳລັບຊາວນະຄອນຫຼວງວຽງຈັນ ເພາະມັນໄດ້ສົ່ງຜົນກະທົບຕໍ່ການສັນຈອນໄປມາຂອງຍວດຍານພາຫະນະ ແລະ ໃນເວລາທີ່ຮີບດ່ວນຍິ່ງມີຄວາມສຳຄັນ ເພາະເວລານີ້ການສັນຈອນກໍແອອັດຢູ່ແລ້ວ ຍັງບວກກັບນ້ຳອັ່ງເສັ້ນທາງ ຍິ່ງເຮັດໃຫ້ການສັນຈອນແອອັດຂຶ້ນກວ່າເກົ່າ ຢ່າງໃດກໍຕາມ ເມື່ອສະພາບເກີດຂຶ້ນຄືແນວນັ້ນ ເຮົາກໍຕ້ອງໄດ້ປັບຕົວເຂົ້າກັບສະພາບ ກໍຄື ຂັບຂີ່ຍວດຍານພາຫະນະຢ່າງມີສະຕິ ເພື່ອຫຼີກລ່ຽງຜົນເສຍຫາຍທີ່ຈະເກິດຂຶ້ນ. ດັ່ງນັ້ນ ໃນຄໍລຳຈະລາຈອນມື້ນີ້…
ຫາລືການຮຽນ-ການສອນພະຍາດເອດສ໌ ແລະ ພຕພ ເຂົ້າໃນຫຼັກສູດການແພດ
ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສໍາພັນ (ພຕພ) ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລືກ່ຽວກັບການຮຽນ-ການສອນພະຍາດເອດສ໌ ແລະ ພຕພ ເຂົ້າໃນຫຼັກສູດການແພດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ຂຶ້ນວັນທີ…
ສະຫຼອງ 53 ປີ ການສ້າງຕັ້ງອາຊຽນ ແລະ 23 ປີ ທີ່ ລາວ ເຂົ້າເປັນສະມາຊິກອາຊຽນ
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ເປັນປະທານພິທີເອົາທຸງຊາດລາວ ແລະ ທຸງອາຊຽນ ຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງ ຄົບຮອບ 53 ປີ ການສ້າງຕັ້ງອາຊຽນ (8/7/1967-8/7/2020) ແລະ…
ມຊ ມີແຜນຮັບນັກສຶກສາ 8.000 ຄົນ ສົກຮຽນ 2020-2021
ສົກຮຽນ 2020-2021 ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນເປີດຮັບນັກສຶກສາໃນທຸກລະບົບ ເຂົ້າຮຽນຢູ່ ມຊ 8.000 ຄົນ ຂະນະທີ່ການສອບເສັງຄັດເລືອກຈະຈັດຂຶ້ນວັນທີ 29 ສິງຫາ 2020 ຢູ່ ມຊ…
ປາກງື່ມ ກຽມຈັດກິດຈະກຳຕ້ອນຮັບວັນສ້າງຕັ້ງແນວລາວສ້າງຊາດ
ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ກຽມຈັດຫຼາຍກິດຈະກຳ ເພື່ອຕ້ອນຮັບວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ໃຫ້ມີບັນຍາກາດຟົດຟື້ນ ເປັນຕົ້ນການປະດັບປະດາອ້ອມຂ້າງເມືອງ…
ເພີ່ມທະວີກຽມພ້ອມ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ
ເພື່ອເປັນການໂຄສະນາໃຫ້ແຮງງານໄດ້ຮັບຮູ້ເຖິງຂໍ້ມູນຂ່າວສານ ແລະ ລະບຽບການໃນການເຄື່ອນຍ້າຍແຮງງານແບບຖືກກົດໝາຍ ການຕ້ານການຄ້າມະນຸດ ການປ້ອງກັນຈາກພະຍາດໂຄວິດ-19 ແລະ ການຊ່ວຍເຫຼືອໃຫ້ແຮງງານເຫຼົ່ານັ້ນ ໃຫ້ມີໂອກາດເຂົ້າສູ່ຕໍາແໜ່ງງານຕ່າງໆພາຍໃນປະເທດ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃນນາມຕາງໜ້າໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ…
ພະແນກຍຸຕິທຳນະຄອນຫຼວງວຽງຈັນ ປັບປຸງການຈັດຕັ້ງ
ເພື່ອປະຕິບັດຕາມຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງ ຈັນ ວ່າດ້ວຍການຍົກຍ້າຍພະນັກງານ ແລະ ການແຕ່ງຕັ້ງພະນັກງານ ອີງໃສ່ກົດໝາຍວ່າດ້ວຍການປົກຄອງທ້ອງ ຖິ່ນ ເພື່ອຊັບຊ້ອນພະນັກງານເຂົ້າໃນການປະຕິບັດໜ້າທີ່ໃຫ້ສອດຄ່ອງ ເໝາະສົມກັບໜ້າທີ່ ຄວາມຮູ້ ຄວາມສາ ມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາ…
ສາທາ ຮຽກຮ້ອງການສະໜັບສະໜູນ ເພື່ອເພີ່ມອັດຕາປົກຄຸມການໃຫ້ວັກຊີນກັນພະຍາດຢູ່ ສປປ ລາວ
ໃນວັນທີ 4 ເດືອນສິງຫາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຂົນຂວາຍຂໍການສະໜັບສະໜູນກ່ຽວກັບວຽກງານການບໍລິການໃຫ້ວັກຊິນກັນພະຍາດ ເປັນປະທານຮ່ວມຂອງທ່ານ ປານອມ ພອງມະນີ ຮອງຫົວໜ້າກົມອະນາໄມ-ສົ່ງເສີມສຸຂະພາບ ແລະ ທ່ານ ນາງ ບີອາເຕ…