ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຈັດເຝິກອົບຮົມຄວາມຮູ້ພື້ນຖານກ່ຽວກັບພະຍາດວໍ້ ໃຫ້ບັນດານັກຂ່າວສື່ມວນຊົນ ໃນລະຫວ່າງວັນທີ 25-26 ສິງຫາ 2020 ທີ່ສະໂມສອນເຂື່ອນໄຟຟ້ານ້ຳງື່ມ I ທ່າລາດ ແຂວງວຽງຈັນ ເປັນປະທານຂອງທ່ານ ດຣ ຣັຕຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ມີຕາງໜ້າຈາກພະແນກສາທາລະນະສຸກ ແລະ ພະແນກກະສິກຳ ແລະ ປ່າໄມ້ ຈາກ 4 ແຂວງຄື: ນະຄອນຫຼວງວຽງຈັນ ໄຊຍະບູລີ ບໍລິຄຳໄຊ ແລະ ແຂວງວຽງຈັນ ພ້ອມດ້ວຍສື່ມວນຊົນຈາກສູນກາງເຂົ້າຮ່ວມ

ທ່ານ ດຣ ຣັຕຕະນະໄຊ ເພັດສຸວັນ ໄດ້ກ່າວວ່າ: ພະຍາດວໍ້ເປັນພະຍາດຕິດຕໍ່ທີ່ຮ້າຍແຮງ ພົບເຊື້ອໃນສັດລ້ຽງລູກດ້ວຍນ້ຳນົມທຸກຊະນິດເຊັ່ນ: ໝາ ແມວ ງົວ ຄວາຍ ໜູ ກະຕ່າຍ ເຈຍ ລີງ ກະຮອກ ກະແຕ ເສືອ ໝີ ແລະ ຕິດຕໍ່ຈາກສັດສູ່ຄົນໄດ້ ຄວາມຮຸນແຮງຂອງພະຍາດວໍ້ຄື: ມີອາການທາງລະບົບປະສາດສະໝອງ ມີການແຜ່ເຊື້ອໃນຮ່າງກາຍສັດ ແລະ ຄົນ ຖ້າຕິດເຊື້ອພະຍາດນີ້ແລ້ວ ແມ່ນຈະພາໃຫ້ເສຍຊີວິດ ປັດຈຸບັນພະຍາດນີ້ ຍັງບໍ່ມີຢາຮັກສາ ແຕ່ສາມາດປ້ອງກັນໄດ້ໂດຍການສັກວັກແຊັງກ່ອນ ຫຼື ຫຼັງສຳຜັດເຊື້ອພະຍາດນີ້ ເຊິ່ງໃນແຕ່ລະປີ ໃນທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດວໍ້ປະມານ 50-60 ພັນຄົນຕໍ່ປີ 95% ເກີດຂຶ້ນຢູ່ໃນບັນດາປະເທດກຳລັງພັດທະນາ ແລະ 95% ແມ່ນຈາກໝາເປັນຫຼັກ ສຳລັບການແຜ່ລະບາດຂອງພະຍາດວໍ້ໃນ ສປປ ລາວ ນັບແຕ່ປີ 2015 ຫາເດືອນ ກໍລະກົດ 2020 ທົ່ວປະເທດກວດພົບເຊື້ອພະຍາດວໍ້ໃນສັດທັງໝົດ 211 ຕົວຢ່າງ ພົບການລະບາດພະຍາດວໍ້ໃນ 13 ແຂວງ ແລະ ຍັງ 5 ແຂວງບໍ່ໄດ້ຮັບຕົວຢ່າງ ແລະ ບໍ່ໄດ້ຮັບການລາຍງານ.

ການຈັດເຝິກອົບຮົມໃນຄັ້ງນີ້ ແນໃສ່ສ້າງຄວາມເຂົ້າໃຈໃຫ້ແກ່ສື່ມວນຊົນກ່ຽວກັບພະຍາດດັ່ງກ່າວ ເພື່ອນຳເອົາຂໍ້ມູນໄປເຜີຍແຜ່ຕໍ່ໃຫ້ສັງຄົມ ກໍຄືປະຊາຊົນຮັບຮູ້ ແລະ ເຂົ້າໃຈວິທີການປ້ອງກັນພະຍາດວໍ້ ເພື່ອຫຼຸດຜ່ອນອັດຕາການຕິດເຊື້ອພະຍາດດັ່ງກ່າວ ໃຫ້ສາມາດລົບລ້າງພະຍາດດັ່ງກ່າວໄດ້ໃນປີ 2030.
