ຖ່າຍເຊວຟີຕ້ອງຕັ້ງສະຕິໃຫ້ດີ

ຜູ້​ຂຽນ​ມີ​ເລື່ອງ​ອ່າວ​ເກົ່າ ແຕ່​ຍັງ​ເຜັດ​ມັນ​ກ່ຽວ​ກັບ​ການ​ຖ່າຍ​ເຊວ​ຟີ ທີ່​ພາ­ໃຫ້​ເກີດ​ມີ​ບັນ­ຫາ​ຕາມ​ມາ ການ​ຖ່າຍ​ເຊວ​ຟີ ແມ່ນ​ການ​ຖ່າຍ­ຮູບ​ຕົນ​ເອງ​ດ້ວຍ​ຕົນ​ເອງ ໂດຍ​ໃຊ້​ໂທລະ­ສັບ​ມື​ຖື ປະ­ເພດ “ສະ­ມາດ-Smart” ຊຶ່ງ​ນິ­ຍົມ​ກັນ​ແບບ​ສຸດໆ​ໃນ​ປັດ­ຈຸ­ບັນ ແຕ່​ພ້ອມ​ດຽວ​ກັນ ການ​ຖ່າຍ​ເຊວ​ຟີ ກໍ​ເຄີຍ​ສ້າງ​ບັນ­ຫາ​ໃຫ້​ຄົນ​ນ້ຳ​ຕາ​ຕົກ​ໃນ​ຍ້ອນ​ຄວາມ​ປະ­ໝາດ ເພາະ​ການ​ໃຊ້​ໂທລະ­ສັບ​ມື​ຖື​ຖ່າຍ​ໃຫ້​ເຫັນ​ພາບ​ຕົນ​ເອງ​ຄົນ​ດຽວ ຫຼື ຮ່ວມ​ກັບ​ໝູ່​ຫຼາຍ​ຄົນ​ນັ້ນ​ມັນ​ຕ້ອງ​ໄດ້​ເອົາ​ທ່າ​ທາງ ເຊັ່ນ: ຖອຍ­ຫຼັງ ງ່ຽງ​ຊ້າຍ ງ່ຽງ​ຂວາ ໃຫ້​ໄດ້​ມູມ​ໄດ້​ພາບ​ສວຍ​ງາມ ໃນ​ເວ­ລາ​ນັ້ນ ຈິດ­ໃຈ ແລະ ສະ­ມາ­ທິ​ຂອງ​ຜູ້​ຖ່າຍ​ເຊວ​ຟີ​ຈະ​ຈັບ​ຢູ່​ໜ້າ​ຈໍ ນີ້​ລະ​ຄື​ຈຸດ​ທີ່​ຈະ​ຕ້ອງ​ໄດ້​ລະ­ວັງ ເພາະ​ອາດ​ຖອຍ​ໄປ​ຕົກ​ເຫວ ຕຳ​ຕໍ ຫຼື ເປັນ​ເປົ້າ​ໃຫ້​ລົດ​ຕຳ ຊຶ່ງ​ກໍ​ມີ​ຕົວ­ຢ່າງ​ມາ​ແລ້ວ ເຊັ່ນ​ຢູ່:

ອິນ​ໂດ​ເນ​ເຊຍ: ມີ​ຂ່າວ​ຮ້າຍ​ທີ່​ເກີດ​ຂຶ້ນ​ປະ­ມານ 4 ປີ­ຜ່ານ­ມາ ຢູ່​ແຄມ​ຝັ່ງ​ທະ­ເລ​ທີ່​ເກາະ​ຈາ​ວາ ຕາ­ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ ເມື່ອ​ຊາຍ​ອາ­ຍຸ 25 ປີ ເທົ່າ​ກັນ 2 ຄົນ ຊື່​ທ້າວ ອາ​ຣິ​ສ ແລະ ອີ​ມາມ (Aris Imam) ຖືກ​ຟອງ­ນ້ຳ​ທະ­ເລ​ໃຫຍ່ໆ​ອູ້ມ​ເອົາ​ທັງ​ສອງ​ຫາຍ​ຕົວ​ໄປ ໃນ​ຂະ­ນະ​ທີ່​ເມົາ​ນຳ​ການ​ຖ່າຍ-ເຊວ​ຟີ ຈົນ​ລືມ​ສັງ­ເກດ​ຟອງ­ນ້ຳ​ທີ່​ພວມ​ຍວກ​ຍູ້​ຂຶ້ນ​ມາ ດີ​ແຕ່​ວ່າ​ໜ່ວຍ​ກູ້​ໄພ​ສຸກ​ເສີນ​ຮູ້​ທັນ​ຈຶ່ງ​ໄດ້​ສົ່ງ​ຜູ້​ກູ້​ໄພ​ຈຳ­ນວນ 30 ຄົນ ຕິດ­ຕາມ​ຊອກ​ຄົ້ນ​ຫາ ຂ່າວ​ບອກ​ວ່າ ທ້າວ ໂຈ​ໂກ ແລະ ວາ​ຮູ​ດີ ທີ່​ຖືກ​ຟອງ­ນ້ຳ​ພັດ​ໄປ​ພ້ອມ​ກັນ​ນັ້ນ ສາ­ມາດ​ລອຍ​ເຂົ້າ​ຝັ່ງ​ໄດ້ ຍັງ​ເຫຼືອ​ແຕ່ 2 ຄົນ​ທີ່​ເຄາະ​ຮ້າຍ ການ​ຊອກ​ຄົ້ນ​ດຳ­ເນີນ​ໄປ​ຮອດ​ຄ່ຳ​ມືດ ຈຶ່ງ​ພົບ​ທ້າວ ອາ​ຣິ​ສ ແລະ ອີ​ມາມ ທີ່​ຖືກ​ພັດ​ໄປ​ຄ້າງ​ຢູ່​ຮີມ​ຝັ່ງ ໃນ​ອາ­ການ​ອ່ອນ​ແອດ­ແລດ ທັງ​ສອງ​ຖືກ​ນຳ​ສົ່ງ​ໂຮງ­ໝໍ​ຢ່າງ​ຮີບ​ດ່ວນ.

ທີ່​ອິນ​ເດຍ: ໜັງ­ສື­ພິມ The Nation ສະ­ບັບ​ວັນ​ທີ 7 ພຶດ­ສະ­ພາ 2016 ໄດ້​ເລົ່າ​ເລື່ອງ​ເຫດ​ຮ້າຍ​ຫຼາຍ​ເລື່ອງ​ທີ່​ເກີດ​ຂຶ້ນ​ຢູ່​ອິນ​ເດຍ ຍ້ອນ​ການ​ຖ່າຍ­ຮູບ​ແບບ​ເຊວ​ຟີ​ທີ່​ຂາດ​ສະ­ຕິ ເລື່ອງ​ທີ​ໜຶ່ງ​ເລົ່າ​ວ່າ ເດັກ​ໄວ​ລຸ້ນ​ອາ­ຍຸ 15 ປີ ຄົນ​ໜຶ່ງ​ບໍ່​ຮູ້​ຄິດ​ແນວ­ໃດ​ຈຶ່ງ​ປົດ​ເອົາ​ປືນ​ສັ້ນ​ຂອງ​ຜູ້​ເປັນ​ພໍ່ ແລ້ວ​ມາ​ເຍີງ​ຖ່າຍ​ແບບ​ເຊວ​ຟີ​ເອົາ​ຕົນ​ເອງ ປືນ​ລັ່ນ​ໂປ້ງ! ຖືກ​ຫົວ​ຜູ້­ກ່ຽວ​ຈົນ​ຖືກ​ສົ່ງ​ເຂົ້າ​ໂຮງ­ໝໍ​ດ່ວນ ໃນ​ເດືອນ​ກຸມ­ພາ 2016 ກໍ​ມີ​ຂ່າວ​ວ່າ ເດັກ​ໄວ​ລຸ້ນ​ຄົນ​ໜຶ່ງ​ຖືກ​ລົດ­ໄຟ​ຢຽບ​ຕາຍ​ຢູ່​ເມືອງ​ເຈັນ​ໄນ (Chennai) ທາງ​ພາກ​ໃຕ້​ຂອງ​ອິນ​ເດຍ ໃນ​ຂະ­ນະ​ຖ່າຍ​ເຊວ​ຟີ ເພື່ອ​ໃຫ້​ເຫັນ​ພາບ​ລົດ­ໄຟ​ທີ່​ພວມ​ແລ່ນ​ມາ​ທາງ​ດ້ານ​ຫຼັງ ຍ້ອນ​ຢາກ​ໃຫ້​ໄດ້​ຮູບ​ຕົນ​ກັບ​ພາບ​ລົດ­ໄຟ​ແຈ້ງໆ​ມໍ່ໆ ໃນ​ທີ່​ສຸດ​ກໍ​ເລີຍ​ຫຼົບ​ບໍ່​ທັນ ໃນ​ເດືອນ​ມັງ­ກອນ ປີ 2016 ດຽວ​ກັນ​ນັ້ນ ຊາຍ​ຄົນ​ໜຶ່ງ​ໄດ້​ຈົມ​ນ້ຳ​ຕາຍ ໃນ​ຂະ­ນະ​ລອຍ​ໄປ​ຊ່ວຍ​ຊີ­ວິດ​ເດັກ​ຍິງ​ຄົນ​ໜຶ່ງ​ທີ່​ຖືກ​ນ້ຳ​ທະ­ເລ​ພັດ ຍ້ອນ​ເອົາ​ທ່າ​ເພື່ອ​ຖ່າຍ​ເຊວ​ຟີ ເຫດ​ຮ້າຍ​ໃນ​ຄັ້ງ​ນັ້ນ ໄດ້​ນຳ­ໄປ​ສູ່​ມາດ​ຕະ­ການ​ຄວບ​ຄຸມ​ໂດຍ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ເພື່ອ​ສະ­ກັດ​ກັ້ນ​ການ​ຖ່າຍ​ເຊວ​ຟີ​ທີ່​ມີ​ຄວາມ​ສ່ຽງ​ຢູ່​ນະ­ຄອນ​ມຸມ​ບາຍ ບ່ອນ­ເກີດ​ເຫດ ໃນ​ເດືອນ​ເມ­ສາ 2016 ເຊັ່ນ​ດຽວ ຊາຍ​ຄົນ​ໜຶ່ງ​ໄດ້​ຖືກ​ຊ້າງ​ຖີບ​ຈົນ​ບາດ­ເຈັບ​ສາ­ຫັດ ຍ້ອນ​ຖ່າຍ​ເຊວ​ຟີ​ກັບ​ຊ້າງ​ໂຕ​ດັ່ງ­ກ່າວ ເຫດ­ການ​ທີ່​ເລົ່າ​ມາ​ນີ້ ຄວນ​ເປັນ​ອຸ­ທາ­ຫອນ​ສອນ​ໃຫ້​ຄົນ​ເຮົາ​ມີ​ສະ­ຕິ​ເວ­ລາ​ຖ່າຍ​ເຊວ​ຟີ ເພາະ​ຖ້າ​ຂາດ​ສະ­ຕິ​ແລ້ວ ເຊວ​ຟີ​ອາດ​ເຮັດ​ໃຫ້​ຕົນ​ເອງ​ກາຍ­ເປັນ​ຜີ​ກໍ​ໄດ້.

error: Content is protected !!