ນ້ຳດື່ມກາຫົວເສືອ ແຈກໂຊກໃຫຍ່ ຄືນກຳໄລໃຫ້ຜູ້ບໍລິໂພກ

ນ້ຳ​ດື່ມ​ຫົວ​ເສືອ ໄດ້​ຈັດ​ກິດ­ຈະ­ກຳ​ຄືນ​ກຳ­ໄລ​ໃຫ້​ກັບ​ຜູ້​ບໍ­ລິ­ໂພກ ພາຍ​ໃຕ້​ໂຄງ­ການ “ລຸ້ນ​ຮັບ​ໂຊກ​ກ້ອງ​ຝາ​ຂາວ ກັບ​ນ້ຳ​ດື່ມ​ຫົວ​ເສືອ” ໂດຍ​ນ້ຳ​ດື່ມ​ຫົວ​ເສືອ​ໄດ້​ປ່ຽນ​ຝາ​ເປັນ​ສີ­ຂາວ ແລະ ໃນ​ກ້ອງ​ຝາ​ນັ້ນ​ຍັງ​ມີ​ລະ­ຫັດ 7 ຕົວ​ເລກ ໃຫ້​ຜູ້​ບໍ­ລິ­ໂພກ​ສາ­ມາດ​ສົ່ງ​ໄປ​ລຸ້ນ​ໂຊກ​ແບບ​ງ່າຍໆ ໂດຍ​ສົ່ງ​ລະ­ຫັດ​ກ້ອງ​ຝາ​ນ້ຳ​ດື່ມ​ຂະ­ໜາດ​ໃດ​ກໍ​ໄດ້ ຜ່ານ​ທາງ WhatsApp ທີ່​ເບີ 020 56733933 ແລະ ສາ­ມາດ​ສົ່ງ​ຜ່ານ​ທາງ Messenger ຂອງ Facebook Page: Tigerheadlaos.

ວັນ​ທີ 21 ສິງ­ຫາ 2020 ຜ່ານ​ມາ ຢູ່​ບໍ­ລິ­ສັດ ເບຍ​ລາວ ຈຳ­ກັດ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີ​ການ​ແຈກ​ໂຊກ​ໂດຍ​ສຸ່ມ​ຫາ​ຜູ້​ໂຊກ​ດີ​ຄັ້ງ​ທີ 4 ເຊິ່ງ​ມີ​ລາ­ງວັນ​ໃຫຍ່​ຄື​ລົດ​ກະ­ບະ Isuzu D-Max ຈຳ­ນວນ 1 ຄັນ ນອກ­ຈາກ​ນີ້ ຍັງ​ມີ​ລາ­ງວັນ​ສາຍ​ຄໍ​ຄຳ​ນ້ຳ​ໝັກ 2 ສະ­ຫຼຶງ​ຈຳ­ນວນ 43 ລາ­ງວັນ ແລະ ລາ­ງວັນ​ເງິນ­ສົດ 8 ລ້ານ​ກີບ ຈຳ­ນວນ 17 ລາ­ງວັນ ໂດຍ​ການ​ເຂົ້າ​ຮ່ວມ ແລະ ກົດ​ປຸ່ມ​ສຸ່ມ​ຫາ​ຜູ້​ໂຊກ​ດີ​ຂອງ​ທ່ານ ບຸນ​ທະ​ແສງ ສີ​ຣິ​ສັກ ຜູ້​ຈັດ­ການ​ອາ­ວຸ­ໂສ ຜະ­ລິດ​ຕະ​ພັນ​ນ້ຳ​ດື່ມ​ກາ​ຫົວ​ເສືອ ສຳ­ລັບ​ຜູ້​ໂຊກ​ດີ​ທີ່​ໄດ້​ຮັບ​ລົດ​ກະ­ບະ​ຄັນ​ທຳ​ອິດ​ຂອງ​ໂຄງ­ການ ຈາກ​ການ​ສົ່ງ​ຝາ​ມາ​ລຸ້ນ​ໂຊກ ຜູ້​ທີ່​ໂຊກ​ດີ​ຊື່​ນາງ ວຽງ​ໄຊ ຂຸນ​ເພັງ ອາ­ຍຸ 40 ປີ ຢູ່​ບ້ານ​ອຸ­ດົມ​ຜົນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ ເລກ​ລະ­ຫັດ​ຝາ C0K7BR5.

ໂຄງ­ການ​ດັ່ງ­ກ່າວ​ນີ້ ໄດ້​ເລີ່ມ​ຕົ້ນ​ມາ​ແຕ່​ເດືອນ​ກໍ­ລະ­ກົດ 2020 ແລະ ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 16 ຕຸ­ລາ 2020 ມາ​ຮອດ​ປັດ­ຈຸ­ບັນ ນ້ຳ​ດື່ມ​ຫົວ​ເສືອ​ໄດ້​ມີ​ການ​ແຈກ​ໂຊກ​ຜ່ານ​ການ​ສຸ່ມ​ຫາ​ຜູ້​ໂຊກ​ດີ​ທັງ​ໝົດ 4 ຄັ້ງ ມີ​ຜູ້​ໂຊກ​ດີ​ໄດ້​ຮັບ​ລາ­ງວັນ​ສາຍ​ຄໍ​ຄຳ​ສອງ​ສະ­ຫຼຶງ​ໄປ​ແລ້ວ​ຈຳ­ນວນ 160 ລາ­ງວັນ ຜູ້​ໂຊກ​ດີ​ໄດ້​ຮັບ​ລາ­ງວັນ​ເງິນ­ສົດ 8 ລ້ານ​ກີບ​ຈຳ­ນວນ 60 ລາ­ງວັນ ແລະ ລາ­ງວັນ​ໃຫຍ່ ຄື​ລົດ​ກະ­ບະ Isuzu D-Max ຈຳ­ນວນ 1 ຄັນ.

error: Content is protected !!