ຕົບແຕ່ງເວທີກອງປະຊຸມໂດຍພືດຜັກ ແລະ ໝາກໄມ້ ສົ່ງເສີມສິນຄ້າພາຍໃນ

ພາຍ­ຫຼັງ​ເຫັນ​ຜົນ­ງານ​ທີ່​ຫຼາຍ​ພາກ­ສ່ວນ ທັງ​ພາກ​ລັດ ແລະ ເອ­ກະ​ຊົນ ບຸກ­ຄົນ​ທົ່ວ​ໄປ ໄດ້​ໃຊ້​ບໍ­ລິ­ການ​ໃຫ້​ບໍ­ລິ­ສັດ ແກ້ວ​ທະ­ວີ­ຄູນ​ເພີ່ມ​ພູນ​ຊັບ​ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ​ຜູ້​ດຽວ ນຳ​ເອົາ​ພືດ​ຜັກ ແລະ ໝາກ​ໄມ້​ປອດ​ສານ­ພິດ ເປັນ​ສິນ­ຄ້າ​ທີ່​ບໍ­ລິ­ສັດ​ຜະ­ລິດ​ຢູ່​ເມືອງ​ປາກ​ຊ່ອງ ແຂວງ​ຈຳ­ປາ​ສັກ ມາ​ຕົບ­ແຕ່ງ​ເວ­ທີ​ກອງ​ປະ­ຊຸມ ແລະ ງານ​ຕ່າງໆ​ໃນ​ຜ່ານ​ມາ​ນັ້ນ ຫຼ້າ​ສຸດ​ວັນ​ທີ 20 ສິງ­ຫາ 2020 ທີມ​ງານ​ບໍ­ລິ­ສັດ ນຳ​ໂດຍ​ທ່ານ ແກ້ວ​ລຳ​ພອນ ແສງ​ສຸ​ລິ​ເດດ ປະ­ທານ​ບໍ­ລິ­ສັດ ແກ້ວ​ທະ­ວີ­ຄູນ ເພີ່ມ​ພູນ​ຊັບ ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ​ຜູ້​ດຽວ ໄດ້​ມາ​ບໍ­ລິ­ການ​ຕົບ­ແຕ່ງ​ເວ­ທີ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ II ຄະ­ນະ​ພັກ​ຮາກ​ຖານ​ກົມ​ປູກ­ຝັງ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ທີ່​ຈັດ​ຂຶ້ນ​ວັນ​ທີ 21 ສິງ­ຫາ 2020 ຢູ່​ສະ­ໂມ­ສອນ​ກະ­ຊວງ​ດັ່ງ­ກ່າວ.

ທ່ານ ນາງ ຂັນ​ທະ​ລີ ແສງ​ສຸ​ລິ​ເດດ ຮອງ​ປະ­ທານ​ບໍ­ລິ­ສັດ​ແກ້ວ​ທະ­ວີ­ຄູນ​ເພີ່ມ​ພູນ​ຊັບ ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ​ຜູ້​ດຽວ ໄດ້​ກ່າວ​ວ່າ: ບໍ­ລິ­ສັດ​ພວກ​ເຮົາ​ນອກ­ຈາກ​ຜະ­ລິດ ແລະ ຂາຍ​ສິນ­ຄ້າ​ພືດ​ຜັກ​ປອດ​ສານ­ພິດ​ແລ້ວ ຍັງ​ບໍ­ລິ­ການ​ຕົບ­ແຕ່ງ​ເວ­ທີ​ຕ່າງໆ​ດ້ວຍ​ພືກ​ຜັກ​ປອດ​ສານພິດ ແລະ ເຮັດ​ກະ­ຕ່າ​ຂອງ­ຂວັນ​ອວຍ­ພອນ​ຕື່ມ​ອີກ ທຸກ​ຢ່າງ​ທີ່​ປະ­ກອບ​ເປັນ​ສິນ­ຄ້າ​ພືດ​ຜັກ ປະ­ເພດ​ໃບ ປະ­ເພດ​ໝາກ ແລະ ໝາກ​ໄມ້​ທີ່​ເປັນ​ສິນ­ຄ້າ​ຂອງ​ບໍ­ລິ­ສັດ​ທັງ​ໝົດ​ເພື່ອ​ມາ​ຕົບ­ແຕ່ງ​ທົດ​ແທນ​ດອກ​ໄມ້ ເຊິ່ງ​ການ​ຕົບ­ແຕ່ງ​ດ້ວຍ​ພືດ​ຜັກ​ປອດ​ສານ­ພິດ ນອກ­ຈາກ​ຕົ້ນ​ທຶນ​ຈະ​ຕ່ຳ​ແລ້ວ ເວ­ລາ​ສຳ­ເລັດ​ກອງ​ປະ­ຊຸມ ແລະ ງານ ພືດ​ຜັກ​ທີ່​ມາ​ຕົບ­ແຕ່ງ​ທັງ​ໝົດ​ນັ້ນ ເຈົ້າ­ພາບ​ຍັງ​ສາ­ມາດ​ນຳ​ເອົາ​ໄປ​ບໍ­ລິ­ໂພກ​ໄດ້​ຕື່ມ​ອີກ ໂດຍ​ລວມ​ແລ້ວ ນັບ​ແຕ່​ເລີ່ມ​ເຮັດ​ມາ​ທີ່​ເປັນ​ໄລ­ຍະ​ເບື້ອງ​ຕົ້ນ​ນີ້ ເຫັນ​ວ່າ​ສຳ­ເລັດ​ມາ​ຫຼາຍ​ງານ​ແລ້ວ ແຕ່​ເວ­ທີ​ກອງ​ປະ­ຊຸມ​ມີ 2 ງານ ນອກ­ຈາກ​ຄັ້ງ​ຫຼ້າ​ສຸດ​ນີ້​ແລ້ວ ຍັງ​ມີ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ນະ­ຄອນ­ຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ເມື່ອ​ເດືອນ​ກຸມ­ພາ 2020.

ທ່ານ ນາງ ຂັນ​ທະ​ລີ ແສງ​ສຸ​ລິ​ເດດ ຍັງ​ກ່າວ​ຕື່ມ​ວ່າ: ການ​ຕົບ­ແຕ່ງ​ດ້ວຍ​ພືດ​ຜັກ ແລະ ໝາກ​ໄມ້​ປອດ​ສານ­ພິດ​ແທນ​ດອກ​ໄມ້ ແມ່ນ​ມີ​ຄວາມ​ລະ­ອຽດ​ອ່ອນ ມີ​ຄວາມ​ພະ­ຍາ­ຍາມ​ໃນ​ການ​ຈັດ​ໃຫ້​ພໍ­ດີ​ພໍ­ງາມ ເພາະ­ວ່າ​ພືດ​ຜັກ ແລະ ໝາກ​ໄມ້​ຈະ​ມີ​ຫຼາຍ​ຊະ­ນິດ​ຫຼາຍ​ສີ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ມັນ​ກົມ​ກືນ​ກັບ​ເວ­ທີ ແລະ ຖືກ​ໃຈ​ເຈົ້າ­ພາບ ດັ່ງ­ນັ້ນ ຜູ້​ທີ່​ສົນ­ໃຈ​ຕ້ອງ­ການ​ໃຫ້​ບໍ­ລິ­ສັດ​ໄປ​ຕົບ­ແຕ່ງ ແລະ ເຮັດ​ກະ­ຕ່າ​ຂອງ­ຂວັນ​ອວຍ­ພອນ ສາ­ມາດ​ຕິດ­ຕໍ່​ພົວ­ພັນ​ບໍ­ລິ­ສັດ ພ້ອມ​ນີ້ ຜູ້​ທີ່​ຕ້ອງ­ການ​ຊື້​ສິນ­ຄ້າ​ປອດ​ສານ­ພິດ​ນຳ​ບໍ­ລິ­ສັດ​ໄປ​ບໍ­ລິ­ໂພກ​ເພື່ອ​ສຸ­ຂະ­ພາບ ແລະ ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ສິນ­ຄ້າ​ພາຍ​ໃນ​ທີ່​ຄົນ​ລາວ​ຜະ­ລິດ​ໄດ້​ນັ້ນ ກໍ​ສາ­ມາດ​ໄປ​ຊື້​ໄດ້​ທີ່​ຕະ­ຫຼາດ​ກະ­ສິ­ກຳ​ອິນ​ຊີ​ນະ­ຄອນ­ຫຼວງ​ວຽງ​ຈັນ ຂາຍ​ທຸກ​ຕອນ​ເຊົ້າ​ວັນ​ພຸດ ແລະ ວັນ​ເສົາ ຢູ່​ທີ່​ເດີ່ນ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ.

error: Content is protected !!