ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງສັງທອງໄຂຂຶ້ນຢ່າງເປັນທາງການ

    ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງສັງທອງ ນະຄອນຫຼວງວຽງຈັນ (ນວ) ໄດ້ໄຂຂຶ້ນຢ່າງເປັນທາງການ ວັນທີ 25 ສິງຫາ 2020 ທີ່ສະໂມສອນເມືອງດັ່ງກ່າວ ເປັນປະທານຂອງສະຫາຍ ພົງສະຫວັນ ສິລິພັນ ຮັກສາການເລຂາພັກ ເຈົ້າເມືອງສັງທອງ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ອານຸພາບ ຕຸນາລົມ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ປະທານສະພາປະຊາຊົນ ນວ ພ້ອມດ້ວຍຄະນະພັກ ນວ ເລຂາພັກເມືອງ ເລຂາຄະນະພັກຮາກຖານ ອະດີດການນໍາຂອງເມືອງ ພະນັກງານປະຕິວັດອາວຸໂສ-ບໍານານ ສະມາຊິກພັກສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ກອງປະຊຸມຄັ້ງນີ້ ຈະສຸມໃສ່ຕີລາຄາຢ່າງເລິກເຊິ່ງ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງຜ່ານມາ ພ້ອມທັງຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ຄົ້ນຄວ້າກໍານົດທິດທາງ ຄາດໝາຍ ໜ້າທີ່ຈຸດສຸມ  ໃນການພັດທະນາເມືອງສັງທອງໃນໄລຍະໃໝ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ( 2021-2025 ) ນອກນີ້ ຈະໄດ້ຮັບຟັງການປະກອບຄໍາເຫັນຈາກພາກສ່ວນຕ່າງໆ ຮັບຟັງການສໍາຫຼວດນໍາພາລວມຂອງຄະນະບໍລິຫານງານພັກເມືອງ ສະໄໝທີ IV. 

    ນອກນັ້ນ ຜູ້ແທນສົມບູນກອງປະຊຸມໃຫຍ່ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ສະໄໝທີ V ແລະ ປ່ອນບັດເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ. 

    ພິເສດ ກອງປະຊຸມຈະໄດ້ຮັບກຽດຟັງການໂອ້ລົມຈາກສະຫາຍ ອະນຸພາບ ຕຸນາລົມ ເພື່ອເປັນເຂັມຊີ້ທິດ ເປັນແສງສະຫວ່າງເຍືອງທາງໃຫ້ຄະນະພັກຊຸດໃໝ່ ແລະ ປະຊາຊົນບັນດາເຜົ່າ ຊັ້ນຄົນທົ່ວເມືອງ ເພື່ອສືບຕໍ່ເພີ່ມທະວີຖະໜອມຮັກ ແລະ ພັດທະນາເມືອງສັງທອງໃຫ້ມີການປ່ຽນແປງໃໝ່ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

  # ຂ່າວ & ພາບ: ຂັນທະວີ

error: Content is protected !!